ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເວັ​ບ​ໄຊ້​ ​ຂອງ 3 ສື່​ມວນ​ຊົນ​ໃຫຍ່​ ສຫລ ​​ຖືກ​​​ໂຈມ​ຕີ


ໜັງສືພິມ Washington Post ​ໂທລະພາບ CNN ​ແລະວາລະ
ສານ Time ຖືກ​ໂຈມ​ຕີ ລິງ​ບາງຢ່າງ​ ຢູ່ເວັບ​ໄຊ​ ຂອງກອງທັບ​ອີ​ເລັກ​ໂທຣນິກຂອງ​ຊີ​
ໜັງສືພິມ Washington Post ​ໂທລະພາບ CNN ​ແລະວາລະ ສານ Time ຖືກ​ໂຈມ​ຕີ ລິງ​ບາງຢ່າງ​ ຢູ່ເວັບ​ໄຊ​ ຂອງກອງທັບ​ອີ​ເລັກ​ໂທຣນິກຂອງ​ຊີ​
ເວັບໄຊ ສື່ມວນຊົນໃຫຍ່ສາມແຫ່ງຂອງສະຫະລັດ ໄດ້ຖືກໂຈມຕີ
ເຈາະເອົາຂໍ້ມູນ ໂດຍພວກສະໜັບສະໜຸນ ປະທານາທິບໍດີຊີເຣຍ
ທ່ານ Bashar al-Assad.

ໜັງສືພິມ Washington Post ໂທລະພາບ CNN ແລະວາລະ
ສານ Time ກ່າວໃນວັນພະຫັດວານນີ້ວ່າ ພວກໂຈມຕີ ໄດ້ປ່ຽນ
ລິງບາງຢ່າງ ໄປໃສ່ເວັບໄຊຂອງກອງທັບອີເລັກໂທຣນິກຂອງຊີ
ເຣຍ ຊຶ່ງເປັນກຸ່ມສະໜັບສະໜຸນນະໂຍບາຍຂອງປະທານາທິບໍ
ດີ Assad. ສື່ມວນຊົນທັງ 3 ກ່າວວ່າ ເຂົາເຈົ້າໄດ້ເອົາມາດຕະ
ການປ້ອງກັນແລະໄດ້ຍົກຍ້າຍ ສິ່ງທີ່ເຮັດໃຫ້ໜ້າຂ່າວຂອງເຂົາ
ເຈົ້າ ຖືກນໍາພາໄປລິງຄ໌ໃສ່ເວັບໄຊອື່ນ.

ກອງທັບອີເລັກໂທຣນິກຊີເຣຍໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີທີ່ວ່ານີ້ໃນການ
ຖະແຫຼງຜ່ານທາງ Twitter. ພວກທີ່ຖືກໂຈມຕີແລະກຸ່ມທີ່ອ້າງເອົາຄວາມຮັບຜິດຊອບກ່າວວ່າ
ການ ເຂົ້າໄປຫາເວັບໄຊຕ່າງໆ ແມ່ນມີຂຶ້ນໂດຍຜ່ານການໂຈມຕີຕໍ່ການບໍລິການ ທີ່ເອີ້ນວ່າ Outbrain ທີ່ເຮັດວຽກຢ່າງໃກ້ຊິດກັບອົງການຂ່າວຕ່າງໆນັ້ນ.

ໃນຕົ້ນອາທິດນີ້ກອງທັບອີເລັກໂທຣນິກຂອງຊີເຣຍກໍໄດ້ອ້າງເອົາຄວາມຮັບຜິດຊອບໃນການ ໂຈມຕີ Facebook ແລະບັນຊີ Twitter ຂອງໜັງສືພິມ New York Post.
XS
SM
MD
LG