ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຸດເພັ່ງເລັງ ຂອງກຸງວໍຊິງຕັນ ໃນອາທິດນີ້ ແມ່ນເບົາບາງ ເນື່ອງໃນວັນສະຫລອງ ເອກະລາດ (ວີດິໂອ)


ທະຫານອາເມຣິກັນກອງນຶ່ງ ກຽມຮ້ອງເພງຊາດ ໃນວັນສະຫລອງ ເອກະລາດ ຂອງສະຫະລັດ, ເມື່ອວັນທີ 4 ກໍລະກົດ ປີ 2012.
ທະຫານອາເມຣິກັນກອງນຶ່ງ ກຽມຮ້ອງເພງຊາດ ໃນວັນສະຫລອງ ເອກະລາດ ຂອງສະຫະລັດ, ເມື່ອວັນທີ 4 ກໍລະກົດ ປີ 2012.
ລັດຖະສະພາສະຫະລັດ ບໍ່ເຮັດວຽກໃນອາທິດນີ້ ແລະປະທາ
ນາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກໍມີຕາຕະລາງເຮັດ
ວຽກທີ່ເບົາບາງ ​ເວລາທ່ານກັບຄືນຈາກການເດີນທາງຢ້ຽມຢາມ
ທະວີບອາຟຣິກາ. ແຕ່ວ່າ ກຸງວໍຊິງຕັນ ແລະທັງປະ​ເທດແມ່ນຍັງ​
ສຸມ​ຄວາມ​ສົນ​ໃຈ​ໃສ່ສອງບັນຫາ ທີ່​ໄດ້ມີການປ່ຽນ​ແປງຢ່າງໃຫຍ່
ໃນອາທິດແລ້ວນີ້ ຊຶ່ງກໍຄືການປະຕິຮູບດ້ານຄົນເຂົ້າເມືອງ ແລະ ການແຕ່ງງານຂອງຄົນເພດດຽວກັນ.

ສະພາສູງໄດ້ຮັບຜ່ານກົດໝາຍທີ່ປ່ຽນແປງລະບົບຄົນເຂົ້າເມືອງ
ຮອບດ້ານທີ່ເປັນ ຂີດໝາຍສໍາຄັນ ແຕ່ການສູ້ຢັນກັນແມ່ນຍັງໄກ
ຈາກ​ການ​ສິ້ນ​ສຸດ​ລົງຫລາຍ. ຜູ້ສະໜັບສະໜຸນ ແລະຄັດຄ້ານ
ການປະຕິຮູບດັ່ງກ່າວ ແມ່ນພາກັນລໍຖ້າ ອັນ​ທີ່ຈະເປັນການຕໍ່ສູ້ກັນທີ່ຮຸນແຮງກວ່າເກົ່າ
ຢູ່ສະພາຕໍ່າທີ່ຄວບຄຸມໂດຍພັກ Republican ນັ້ນ ຊຶ່ງປະທານສະພາຕໍ່າທ່ານ John Boehner ໄດ້ກ່າວ​ຕັດຊ່ອງທາງຂອງການລົງຄະແນນສຽງ ກ່ຽວ​ກັບຮ່າງກົດໝາຍຂອງ
ສະພາສູງ ນັ້ນ. ທ່ານກ່າວວ່າ:

“ຂ້າພະເຈົ້າມອງບໍ່ເຫັນທາງ​ ວ່າຈະເອົາຮ່າງກົດໝາຍຄົນເຂົ້າເມືອງທີ່ບໍ່ໄດ້ຮັບ ການສະໜັບສະໜຸນຈາກສຽງສ່ວນຫລາຍຂອງພວກສັງກັດພັກ Republican
ຂຶ້ນມາເວທີ ເພື່ອລົງຄະແນນສຽງກັນ ໄດ້ແນວໃດ.”


ປະທານາທິບໍດີສະຫະລັດກໍາລັງຊຸກຍູ້ໃຫ້ຝ່າຍສະໜັບສະໜຸນການປະຕິຮູບລະ ບົບດັ່ງກ່າວ
ທັງໝົດ ດໍາເນີນຄວາມພະຍາຍາມຢ່າງ​ສຸດ​ຂີດ ຮຽກຮ້ອງໃຫ້ສະພາຕໍ່າລົງຄະແນນສຽງ ຮັບ​
ຜ່ານຮ່າງກົດໝາຍທີ່ເພີ້ມການປ້ອງກັນຊາຍແດນສະຫະລັດຂຶ້ນ ແລະໃຫ້ຊ່ອງທາງແກ່
ພວກເຂົ້າເມືອງຜິດກົດໝາຍຫລາຍໆລ້ານຄົນ ​ໄດ້ກາຍເປັນພົນລະເມືອງຂອງສະຫະລັດ.

ໃນອາທິດທີ່ຈະມາເຖິງນີ້ ຈະມີການໂຮມຊຸມນຸມກັນ ແລະການດໍາເນີນຄວາມພະຍາຍາມ
ໃນການລອບບີ ຫລືຮຽກຮ້ອງຢ່າງຂຸ້ນຂ້ຽ ໃຫ້ທໍາການກົດດັນຕໍ່ ບັນດາຜູ້ແທນທັງຫລາຍ. ພວກຄັດຄ້ານການປະຕິຮູບ ກໍຈະພາກັນເຄື່ອນໄຫວ ແຮງຂຶ້ນເຊັ່ນກັນ. ທ່ານ Jim Gilchrist
ເຫັນວ່າ ການເຮັດໃຫ້ພວກນີ້ຢູ່ຢ່າງ ຖືກກົດໝາຍ ແມ່ນ​ເທົ່າ​ກັບ​ເປັນການໃຫ້ນີລະໂທດ
ກໍາແກ່ພວກລະເມີດກົດໝາຍ.

ໃນຂະນະດຽວກັນ ພວກສະໜັບສະໜຸນສິດໃນການແຕ່ງງານຂອງຄູ່ຮັກ ທີ່ເປັນຄົນເພດ
ດຽວກັນ ແມ່ນສັນລະເສີນຄໍາຕັດສິນຂອງສານສູງສຸດ ທີ່ໄດ້ເຮັດ ໃຫ້ສິ່ງທີ່ເຂົາເຈົ້າຢາກໄດ້
ນັ້ນ ກ້າວໜ້າໄປຢ່າງຫລວງຫລາຍ. ສານດັ່ງກ່າວໄດ້ ຕັດສິນວ່າ ລັດຖະບານກາງຕ້ອງ
ຮັບຮູ້ການຢູ່ກິນຮ່ວມກັນຂອງຜູ້ຮັກຮ່ວມເພດ ຫລືເກ ແລະນັ້ນ​ໄດ້​ອໍານວຍ​ໃຫ້​ມີ​ການ​ຮື້​ຟື້ນ​ກົດໝາຍ​ທີ່​ອະນຸຍາດ​ໃຫ້ຄົນເພດດຽວກັນ ແຕ່ງງານກັນ​ໄດ້​ຢ່າງຖືກກົດໝາຍ ຢູ່ໃນລັດ
ຄາລິເນຍ ທີ່ເປັນລັດທີ່ມີ ປະຊາກອນຫລາຍທີ່ສຸດຂອງອາເມຣິກາ.

ພວກສະໜັບສະໜຸນກົດໝາຍດັ່ງກ່າວ ກໍາລັງວາງ​ແຜນຍຸດທະສາດໃນການ​ເຮັດ ໃຫ້ຄົນ
ເພດດຽວກັນມີສິດແຕ່ງງານກັນ​ໄດ້ ຢູ່​ໃນທົ່ວປະເທດ ໃນຊຸມປີຈະມາ ເຖິງນີ້ ແລະເວົ້າວ່າ
ການຕັດສິນຂອງສານສູງສຸດ ເປັນບາດກ້າວໃຫຍ່ ໄປ​ໃນທິດທາງທີ່ຖືກຕ້ອງ.

ແລະໃນວັນພະຫັດຈະມາເຖິງນີ້ ຊາວອາເມຣິກັນທັງຫລາຍ ຈະສະເຫລີມສະຫລອງວັນ
ເອກະລາດຂອງສະຫະລັດ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG