ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈຸດເພັ່ງເລັງ ຂອງວໍຊິງຕັນ ໃນອາທິດນີ້: ບັນຫາ ຄົນເຂົ້າເມືອງ ຜິດກົດໝາຍ (ວີດິໂອ)


Washington Week: Focus on Immigration, Same-Sex Marriage
please wait

No media source currently available

0:00 0:02:06 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບຂ່າວນີ້

ອາທິດນີ້ ອາດຈະເປັນອາທິດທີ່ມີຄວາມກ້າວໜ້າ ໃນການ
ຜັກດັນໃຫ້ປ່ຽນແປງ ລະບົບຄົນເຂົ້າເມືອງຂອງອາເມຣິກາ. ​ແລະກໍຄາດໝາຍວ່າຈະມີ​ການຕັດສິນ​ທີ່​ເປັນຂີດໝາຍສໍາຄັນ
ທາງດ້ານກົດໝາຍ ກ່ຽວ​ກັບການແຕ່ງງານຂອງຄົນເພດດຽວ
ກັນຢູ່ໃນສະຫະລັດ ເຊັ່ນກັນ.

ຂໍ້ສະເໜີໃຫ້ເພີ້ມການປ້ອງກັນຊາຍແດນສະຫະລັດຢ່າງ​ໃຫຍ່
ຫລວງອາດເປັນຂໍກະແຈ ທີ່ຈະເປີດໃຫ້ມີການສະໜັບສະໜຸນ
ຈາກທັງສອງພັກການເມືອງ ທີ່ຈໍາ ​ເປັນເພື່ອໃຫ້ມີ​ການຮັບຜ່ານ ການປະຕິຮູບລະບົບຄົນເຂົ້າເມືອງຢ່າງຮອບດ້ານຢູ່ໃນສະພາ
ສູງໄດ້.

ສະມາຊິກ​ສະພາ​ສູງ Charles Schumer ຈາກພັກ Democrat ເວົ້າວ່າ: “ພວກເຮົາແມ່ນໃກ້ ຈະ​ບັນລຸຄວາມກ້າວໜ້າອັນໃຫຍ່ຫລວງ​ແລ້ວ.”

ຂໍ້ສະເໜີດັ່ງກ່າວ ຈະເພີ້ມເຈົ້າໜ້າທີ່ຕະເວນຊາຍແດນໃໝ່ 20 ພັນຄົນ, ບັງຄັບໃຫ້ສ້າງ
ກໍາແພງໃໝ່ຍາວ 1,000 ກວ່າກິໂລແມັດ ຢູ່ຕາມຊາຍແດນສະຫະລັດກັບແມັກຊິກໂກ, ແລະ
ເພີ້ມທະວີການໃຊ້ເທັກໂນໂລຈີໃນການເຝົ້າຕິດຕາມຂຶ້ນ.

ກົດໝາຍສະບັບດັດແກ້ດັ່ງກ່າວ ແນໃສ່​ເພື່ອໃຫ້ໄດ້ຮັບການສະສະໜຸນ ຈາກພວກສັງກັດ
ພັກ Republican ທີ່ຄັດຄ້ານບໍ່ໃຫ້ຜູ້ເຂົ້າເມືອງຜິດກົດໝາຍ ຫລາຍລ້ານຄົນໃຫ້ຢູ່ອາເມ
ຣິກາຢ່າງຖືກກົດໝາຍໄດ້ ຈົນກວ່າຊາຍແດນຂອງ ອາເມຣິກາຈະມີ​ຄວາມ​ໝັ້ນຄົງ ​ແລະ​ກັນພວກ​ລັກລອບເຂົ້າ​ເມືອງໄດ້.

ປະທານາທິບໍດີບາຣັກ ໂອບາມາເວົ້າວ່າ ທ່ານຢາກ​ເຊັນ​ຮັບຮອງ​ເອົາຮ່າງກົດໝາຍດັ່ງກ່າວ
ໃຫ້ເປັນກົດໝາຍໃນເວລາບໍ່ເທົ່າໃດເດືອນຂ້າງ​ໜ້າ.

ການລົງຄະແນນສຽງຂັ້ນສຸດ​ທ້າຍຂອງສະພາສູງ ອາດມີຂຶ້ນໃນສອງອາທິດຂ້າງໜ້ານີ້. ແຕ່
ວ່າການຮັບຜ່ານຮ່າງກົດໝາຍດັ່ງກ່າວຢູ່ໃນສະພາຕໍ່າທີ່ຄວບຄຸມໂດຍຄະນະຜູ້ແທນສັງ
ກັດພັກ Republican ນັ້ນ ແມ່ນຍັງໄກຫລາຍ ຈາກ ການ​ຮັບປະກັນ​ໄດ້​.

ໃນຂະນະດຽວກັນ ຄາດກັນວ່າ ສານສູງສຸດຈະພິຈາລະນາ​ເລື້ອງການແຕ່ງງານລະຫວ່າງ
ຄົນເພດດຽວກັນ. ສານດັ່ງກ່າວອາດຈະອອກ​ຄໍາຕັດສິນກ່ຽວ​ກັບ​ວ່າ ລັດຕ່າງໆ ມີສິດທີ່
ຈະເກືອດຫ້າມບໍ່ໃຫ້ ຜູ້ຊາຍແລະຜູ້ຍິງ​ ຈົດທະບຽນສົມລົດ ​ກັບ​ຄົນເພດດຽວກັນ​ໄດ້ ຫລື
ບໍ່. ອີກດ້ານນຶ່ງນັ້ນ ກໍຄາດກັນວ່າ ສານດັ່ງກ່າວຈະຕັດສິນວ່າ ລັດຖະບານກາງສະຫະລັດ
ຈະຕ້ອງຮັບຮູ້ການຢູ່ຮ່ວມກັນແບບນັ້ນ ຫລືບໍ່.

ທ່ານໂອບາມາໄດ້ຢືນຢັນຄືນ​ເຖິງ ການສະໜັບສະໜຸນຂອງທ່ານ ຕໍ່ສິດທິໃນການແຕ່ງ
ງານລະຫວ່າງຄົນເພດດຽວກັນ ໃນອາທິດແລ້ວນີ້ ຢູ່ເຢຍຣະມັນ.

ໃນວັນພຸດອາທິດນີ້ ທ່ານໂອບາມາຈະອອກເດີນທາງ ໄປຢ້ຽມຢາມທະວີບອາຟຣິກາ ເປັນເວລານຶ່ງອາທິດ.

ເບິ່ງວີດິໂອອີກເລື້ອງນຶ່ງ ກ່ຽວກັບຂ່າວນີ້:

Immigration: The New Face of America
please wait

No media source currently available

0:00 0:30:04 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG