ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈຸດເພັ່ງເລັງ ຂອງວໍຊິງຕັນ ໃນອາທິດນີ້: ບັນຫາ ຄົນເຂົ້າເມືອງ ຜິດກົດໝາຍ (ວີດິໂອ)


Washington Week: Focus on Immigration
please wait

No media source currently available

0:00 0:02:47 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບລາຍງານນີ້

ບັນດານັກການເມືອງໃນກຸງວໍຊິງຕັນ ຈະເພັ່ງເລັງໃສ່ບັນຫາ
ຄົນເຂົ້າເມືອງທີ່ຜິດກົດໝາຍໃນອາທິດນີ້ ໃນຂະນະທີ່ສະມາ
ຊິກສະພາສູງຈະອະພິປາຍຮ່າງກົດໝາຍ ເພື່ອປັບປຸງຢ່າງ
ຮອບດ້ານ ລະບົບຄົນເຂົ້າເມືອງຂອງປະເທດ ທີ່ໄດ້ຮ່າງຂຶ້ນ
ມາ ໂດຍສະມາຊິກສະພາສູງຈາກພັກ Democrat 4 ທ່ານ
ແລະພັກ Republican 4 ທ່ານນັ້ນ. ບັນດາຜູ້ແທນຍັງຈະ
ພາກັນອະພິປາຍບັນຫາສໍາຄັນອັນອື່ນອີກ ໃນອາທິດນີ້.

ມີການເຫັນພ້ອມນໍາກັນຢ່າງກວ້າງຂວາງຢູ່ພາຍໃນສະຫະລັດ
ວ່າ ລະບົບຄົນເຂົ້າເມືອງຂອງສະຫະລັດ ແມ່ນມີຂໍ້ບົກຜ່ອງ
ຫລາຍ. ໃນອາທິດນີ້ ສະມາຊິກສະພາສູງ ຈະທໍາການອະພິປາຍ
ຮ່າງກົດໝາຍທີ່ຫາຊ່ອງທາງປັບປຸງຢ່າງຮອບດ້ານ ລະບົບດັ່ງກ່າວ.

ຮ່າງກົດໝາຍທີ່ຮ່າງ​ຂຶ້ນ​ມາຮ່ວມກັນຂອງທັງສອງພັກການເມືອງນີ້ ຈະໃຫ້ຊ່ອງທາງແກ່
ພວກເຂົ້າເມືອງທີ່ບໍ່ມີເອກະສານ ໄດ້ກາຍເປັນພົນລະເມືອງຂອງສະຫະລັດ, ປັບປຸງ
ຂັ້ນຕອນຂອງກົດໝາຍຄົນເຂົ້າເມືອງມີປະສິດທິຜົນ ແລະ ເພີ້ມທະວີຄວາມເຂັ້ມແຂງ
ໃນການປ້ອງກັນຄວາມປອດໄພຢູ່ຕາມຊາຍແດນ.

ປະທານາທິບໍດີບາຣັກ ໂອບາມາ ໄດ້ຮຽກຮ້ອງໃຫ້ ສະພາສູງຮັບຜ່ານກົດໝາຍດັ່ງກ່າວນີ້
ໂດຍໄວ ແລະທ່ານກໍມີກໍານົດທີ່ຈະກ່າວຄໍາປາໄສກ່ຽວກັບ​ເລື້ອງ​ນີ້ທີ່ທໍານຽບຂາວ ໃນວັນ
ອັງຄານມື້ອື່ນ.

ທ່ານປະທານາທິບໍດີກ່າວໃນຄໍາປາໄສປະຈໍາອາທິດນີ້ວ່າ ຮ່າງກົດໝາຍຄົນເຂົ້າເມືອງ
ດັ່ງກ່າວບໍ່ໄດ້ສົມບູນແບບ ແຕ່ວ່າມັນກໍສົມເຫດສົມຜົນ ຊຶ່ງທ່ານໄດ້ຖະແຫລງຕື່ມອີກວ່າ:

“ຮ່າງກົດໝາຍນີ້ຈະສະໜອງຊ່ອງທາງກາຍເປັນພົນລະເມືອງສະຫະລັດໃຫ້
ແກ່ 11 ລ້ານຄົນ ທີ່ໄດ້ຢູ່ໃນປະເທດນີ້ແລ້ວຢ່າງຜິດກົດໝາຍ ຊຶ່ງເປັນຊ່ອງ
ທາງທີ່ ຮວມທັງການກວດປະຫວັດ, ຮຽນພາສາອັງກິດ, ຈ່າຍພາສີ ແລະ
ຄ່າປັບໄໝ ແລະຈາກນັ້ນ ກໍກັບຄືນໄປລຽນ​ແຖວຢູ່ທາງຫລັງຂອງພວກທີ່
ປະຕິບັດຕາມລະບຽບ ການ ແລະພະຍາຍາມທີ່ຈະມາປະເທດນີ້ ຢ່າງຖືກ
ຕ້ອງຕາມກົດໝາຍ.”


ດ້ານກະສິກໍາ ກໍຈະເປັນຈຸດເພັ່ງເລັງຂອງອາທິດນີ້ເຊັ່ນກັນ ໃນຂະນະທີ່ສະພາສູງກະ
ກຽມທີ່ຈະລົງຄະແນນສຽງກ່ຽວ​ກັບຮ່າງກົດໝາຍກ່ຽວ​ກັບ​ດ້ານ​ນີ້. ຄາດກັນວ່າ ທາງສະ
ພາຕໍ່າກໍຈະພິຈາລະນາໂຄງການເກັບຮັກສາຜົນລະປູກ, ໂພຊະນາການ ອາຫານທີ່ມີ
ທາດບໍາລຸງ ແລະການໃຫ້ເງິນເກື້ອກຸນໃນເວລາຕໍ່ ໄປ ໃນເດືອນນີ້.

ສ່ວນດ້ານຕ່າງປະເທດນັ້ນ, ສະມາຊິກສະພາຕໍ່າຈະພິຈາລະນາ​ເລື້ອງການໂຈມຕີຂອງ
ພວກກໍ່ການຮ້າຍ ໃນປີ 2008 ຕໍ່ນະຄອນມູມບາຍ, ນະຄອນຫລວງດ້ານການເງິນ
ຂອງອິນເດຍ. ກຸ່ມກໍ່ການຮ້າຍ Lashkar-e-Taiba ທີ່ຕັ້ງຢູ່ປາກິສຖານ ​ແລະ​ເປັນຜູ້
ທໍາການໂຈມຕີດັ່ງກ່າວ ຕະຫລອດ​ທັງເຈດຈໍານົງ ຫລື ຄວາມສາມາດຂອງກຸ່ມດັ່ງກ່າວ
ທີ່ຈະທໍາການໂຈມຕີສະຫະລັດ ຈະເປັນຈຸດເພັ່ງເລັງ ຂອງຄະນະກໍາມະການວ່າດ້ວຍ
ຄວາມໝັ້ນຄົງຂອງປະເທດຊາດ ປະຈໍາສະພາຕໍ່າ ໃນວັນພຸດຈະມາເຖິງນີ້.

ພ້ອມກັນນັ້ນ, ເດືອນມິຖຸນາ ກໍເປັນເດືອນທີ່ໃຫ້ກຽດແກ່ພວກຜູ້ຍິງແລະຜູ້ຊາຍຮັກຮ່ວມ
ເພດ, ພວກທີ່ເປັນສອງເພດ ແລະປ່ຽນເພດ ຊຶ່ງເປັນຫົວຂໍ້ທີ່ທ່ານ John Kerry ລັດຖະ
ມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ຄວາມສໍາຄັນ ໃນອາທິດແລ້ວນີ້.

ພາຍ​ໃນວັນທີ 1 ສິງຫານີ້ ການແຕ່ງງານຂອງຄົນເພດດຽວກັນຈະກາຍເປັນເລື້ອງທີ່ຖືກ
ຕ້ອງຕາ​ມກົດໝາຍ ຢູ່ໃນ 12 ລັດຂອງສະຫະລັດ ພ້ອມທັງໃນກຸງວໍຊິງຕັນ ຫລື District
of Columbia ອີກດ້ວຍ. ຄາດກັນວ່າ ປະທານາທິ ບໍດີໂອບາມາ ຈະກ່າວຄໍາປາໄສ
ທີ່ງານສະຫລອງຄວາມພູມໃຈຂອງບຸກຄົນດັ່ງກ່າວ ໃນວັນພະຫັດຈະມາເຖິງນີ້.

ເບິ່ງວີດິໂອເລື້ອງ ພວກນັບຖືສາສະໜາຄຣິສ ນິກາຍ Evangelical ຮຽກຮ້ອງໃຫ້ ລັດຖະສະພາ ຮັບຜ່ານຮ່າງກົດໝາຍປະຕິຮູບ ລະບົບເຂົ້າເມືອງ:

US Evangelicals Call on Congress to Pass Immigration Reform
please wait

No media source currently available

0:00 0:02:21 0:00
ລິງໂດຍກົງ
XS
SM
MD
LG