ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຈຸດເພ່ງເລັງຂອງວໍຊິງຕັນ ໃນອາທິດນີ້: ຄວາມສໍາພັນກັບຈີນ (ວີດິໂອ)


Washington Week: Focus on China
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ

ເບິ່ງວີດິໂອ ກ່ຽວກັບລາຍງານນີ້.

ຄວາມເປັນຈິງດ້ານເສດຖະກິດສໍາລັບຊົນຊັ້ນກາງແລະຊາວນາ
ຊາວສວນຂອງສະຫະລັດ ຈະເປັນບັນຫາພາຍໃນປະເທດທີ່
ໂດດເດັ່ນ ໃນອາທິດນີ້ ແຕ່ວ່າຈຸດເພັ່ງເລັງ ຂອງກຸງວໍຊິງຕັນ ຈະແມ່ນເລື້ອງສາຍພົວພັນລະຫວ່າງ ສະຫະລັດແລະຈີນ.

ວັນຄົບຮອບ 24 ປີຂອງການປະທ້ວງເພື່ອປະຊາທິປະໄຕ ຢູ່ໃນ
ຈະຕຸລັດທຽນອັນເໝິນໃນນະຄອນຫລວງປັກກິ່ງ ແລະການປາບ
ປາມຂອງທະຫານ ໃນວັນທີ 4 ມີຖຸນາ ປີ 1989 ຈະຢູ່ໃນຄວາມ
ນຶກຄິດຂອງບັນດາຜູ້ແທນ ຢູ່ກຸງວໍຊິງຕັນ ໃນວັນຈັນມື້ນີ້.

ສະມາຊິກຜູ້ແທນສະພາຕໍ່າຈະສົນທະນາ ກ່ຽວກັບການປາບປາມດັ່ງກ່າວ ແລະຈະສືບ
ຕໍ່ຮຽກຮ້ອງໃຫ້ມີການຮັບຜິດຊອບຕໍ່ປວງຊົນ ຂອງພວກ ເຈົ້າໜ້າທີ່ ທີ່ຮັບຜິດຊອບໃນ
ການບັງຄັບໃຊ້ກົດໄອຍະການເສິກ ໃນເວລານັ້ນ.

ຈີນຈະເປັນຈຸດເພັ່ງເລັງໄປຈົນຮອດທ້າຍອາທິດນີ້ ເມື່ອປະທານາທິບໍດີບາຣັກ ໂອບາ
ມາ ເດີນທາງໄປຍັງລັດຄາລິຟໍເນຍເພື່ອພົບປະກັບປະທານປະເທດຈີນ ທ່ານ Xi Jinping
ໃນການພົບປະຄັ້ງທໍາອິດລະຫວ່າງຜູ້ນໍາທັງສອງທ່ານ ນັບແຕ່ທ່ານໂອບາມາ ໄດ້ຖືກເລືອກ
ຕັ້ງໃຫ້ດໍາລົງຕໍາແໜ່ງຄືນ ແລະທ່ານ Xi ໄດ້ຖືກເລື່ອນຊັ້ນຂຶ້ນ ເປັນຫົວໜ້າພັກຄອມມີວ
ນິສຈີນ ໃນເດືອນພະຈິກ ຜ່ານມາ.

ເບິ່ງວີດິໂອການກ່າວຄໍາປາໄສປະຈໍາອາທິດ ຂອງປ. ໂອບາມາ:


ທ່ານ Jay Carney ເລຂາທິການດ້ານຂ່າວສານ ປະຈໍາທໍານຽບຂາວກ່າວວ່າ ການສົນ
ທະນາກັນ ຈະກວມເອົາຫລາຍໆບັນຫາ.

ບັນດາຜູ້ແທນ ແລະເຈົ້າໜ້າທີ່ສະຫະລັດ ໄດ້ສະແດງຄວາມເປັນຫ່ວງໃນຊຸມ ເດືອນມໍ່ໆ
ມານີ້ ກ່ຽວກັບລາຍງານທີ່ເວົ້າວ່າ ການໂຈມຕີທາງອິນເຕີເນັດຕໍ່ສະຫະລັດສ່ວນໃຫຍ່
ແມ່ນອອກມາຈາກຈີນ.

ພ້ອມກັນນັ້ນ ສອງປີລຸນຫລັງທີ່ປະທານາທິບໍດີສະຫະລັດໄປຢ້ຽມຢາມ Chile ມາບັດນີ້
ທ່ານໂອບາມາກໍໄດ້ຈະຮັບຕ້ອນ ທ່ານ Sebastian Pinera ປະທານາທິບໍດີ Chile.
ໃນໄລຍະການເດີນທາງຢ້ຽມຢາມຂົງເຂດອາເມຣິກາລາຕິນ ເປັນເວລາຫ້າມື້ ໃນປີ 2011 ນັ້ນ ທ່ານໄດ້ສົນທະນາກັບພວກຜູ້ນໍາຂົງເຂດ ກ່ຽວກັບຄວາມສໍາຄັນຂອງການ
ຮ່ວມມືສາກົນ.

ໃນດ້ານພາຍໃນປະເທດນັ້ນທ່ານໂອບາມາຈະສືບຕໍ່ຢ້ຽມຢາມບັນດາຫົວເມືອງຕ່າງໆຂອງ
ສະຫະລັດ ເພື່ອສົນທະນາກ່ຽວກັບການເພີ້ມວຽກເຮັດງານທໍາໃຫ້ແກ່ຊົນຊັ້ນກາງໃນຂະນະ
ທີ່ອັດຕາໄພຫວ່າງງານໄດ້ຫລຸດລົງສູ່ລະດັບຕໍ່າສຸດ ນັບແຕ່ປີ 2008 ເປັນຕົ້ນມາ.

ສ່ວນຢູ່ທີ່ລັດຖະສະພາ ຫລື Capitol Hill ນັ້ນ ບັນດາຜູ້ແທນສະພາສູງຈະສົນທະນາ
ກ່ຽວກັບຮ່າງກົດໝາຍດ້ານກະສິກໍາ ທີ່ຈະໃຊ້ເງິນງົບປະມານ 5 ພັນລ້ານໂດລາເປັນ
ເວລາ 5 ປີເຂົ້າໃນໂຄງການເກັບຮັກສາ, ໂພສະນາການອາຫານທີ່ມີທາດບໍາລຸງແລະ
ການໃຫ້ເງິນເກື້ອກຸນ.

ເບິ່ງວີດິໂອການລະນຶກເຖິງເຫດການທີ່ຈະຕຸລັດ ທຽນອັນເໝິນ:

XS
SM
MD
LG