ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍຊິງຕັນ ອາທິດນີ້ ຈະເພ່ງເລັງຄືນໃໝ່ໃສ່ ກົດໝາຍປະກັນໄພ ສຸຂະພາບ Obamacare (ວີດີໂອ)


ວໍ​ຊິງ​ຕັ​ນອາທິດນີ້ ​ແມ່ນຈະ​ເຫັນ​ການເພ່ງ​ເລັງຄືນ​ໃໝ່ ​ໃສ່​ກົດ
ໝາຍຮັກສາສຸຂະ ພາບ ທີ່​ເປັນ​ສັນຍາ​ລັກຂອງປະທານາທິບໍດີ
Barack Obama ​ໃນ​ທ່າ​ມກາງ​ທີ່​ມີລາຍງານ​ກ່ຽວ​ກັບ ການ
​ເພີ້​ມຂຶ້ນຂອງ​ປະຊາກອນ​ທີ່ໄປ​ລົງທະບຽນ​ຂໍເຂົ້າ​ປະກອບສ່ວນ
​ໃນ​ຊ່ວງ​ທ້າຍ​ປີ​ນັ້ນ.

ປະທານາທິບໍດີ Obama ຍັງ​ພັກຜ່ອນຢູ່​ທີ່​ລັດ​ຮາ​ວາຍ ​ແຕ່​ວ່າ
ລັດຖະບານກ່າວ​ວ່າ ບັດ​ນີ້ ມີຫລາຍ​ກວ່າ​ນຶ່ງ​ລ້ານ​ຄົນ ​ທີ່ໄດ້​ເຂົ້າ​
ໄປລົງຖະບຽນຂໍ​ເຂົ້າ​ຮ່ວມ​ລະບົບປະກັນ​ໄພ​ສ່ວນ​ໂຕ ຜ່ານໂຄງ
ການຮັກ​ສາ​ສຸຂະພາບຂອງລັດ​ທະບານ​ກາງ ທີ່​ຕັ້ງຂື້ນ​ມາພາຍ​
ໃຕ້​ກົດໝາຍດັ່ງກ່າວ​ຂອງ​ທ່ານ​ໂອ​ບາ​ມາ ຫລື​ເປັນເອີ້ນ​ກັນວ່າ
“Obamacare” ນັ້ນ.

ຜູ້​ລົງ​ທະບຽນໃໝ່ເກືອ​ບວ່າທັງ​ໝົດ ​ແມ່ນ​ໄດ້​ລົງ​ທະບຽນ​ໃນ​ເດືອນ​ທັນ​ວານີ້. ຫລາ​ຍລ້ານ​
ຄົນ ​ໄດ້​ພາກັນເຂົ້າ​ໄປລົງ​ທະບຽນ​ໃນ​ໜ້າແວັບ​ໄຊ້ ຂອງລັດຖະບານ​ກາງ ​ໃນອາທິດ​ແລ້ວ​ນີ້
ກ່ອນ​ໜ້າ​ກໍາໜົດ​ເສັ້ນ​ຕາຍສໍາລັບ​ການ​ຄຸ້ມ​ກັນ​ສຸຂະພາບ ທີ່​ຈະ​ເລີ້ມ​ຕົ້ນ​ໃນ​ວັນ​ທີ 1 ​ເດືອນ​
ມັງ​ກອນ ຈະ​ມາ​ເຖິງ​ນີ້.

ການ​ເພີ້​ມທະວີ​ຂຶ້ນ​ໃນການ​ລົງທະບຽນ ​ໄດ້​ສະ​ເໜີ​ໃຫ້​ເຫັນຄວາມ​ຫວັງ​ເປັນເທຶ່ອ ທໍາ​ອິດວ່າ
​ບັນຫາ​ດ້ານ​ເທັກ​ນິກຕ່າງໆ ທີ່​ໄດ້ເຮັດ​ໃຫ້ການ​ເລີ້ມ​ຕົ້ນ​ຈັດ​ຕັ້ງ​ປະຕິ ບັດກົດໝາຍສຸຂະພາບ
ທີ່​ບໍ່​ແພງ ​ເປັນ​ເປ້ຍ​ລ່ອຍ​ໄປ​ນັ້ນ ບັດ​ນີ້​ໄດ້​ໝົດ​ໄປ. ​ກ່ອນ​ໜ້າ​ນີ້ ປະທານາທິບໍດີ Obama
​ໄດ້​ເປັນ​ຝ່າຍກ່າວປ້ອງ​ກັນ ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະຕິບັດ ​ ​ກົດໝາຍ​ດັ່ງກ່າວ.

ປະທານາທິບໍດີ Barack Obama ​ໄດ້ກ່າວ​ວ່າ :

“ຄວາມ​ຈິງ​ກໍ​ຄື​ວ່າ ມັນ​ບໍ່​ໄດ້​ເກີດ​ຂື້ນໃນ​ເດືອນ​ທໍາ​ອິດ ​ໃນ​ຫົກ​ອາທິດທໍາ​ອິດ ​
ໃນລັກສະ​ນະທີ່ເປັນທີ່​ຮັບເອົາ​ໄດ້​. ​ແລະ​ເນື່ອງ​ຈາກຂ້າພະ​ເຈົ້າ​ເປັນ​ຜູ້​ຮັບຜິດ​
ຊອບ ກໍ​ຕ້ອງ​ໄດ້​ຍອມຮັບວ່າ ພວກ​ເຮົາໄດ້​ເຮັດຜິດພາດ​ໄປ.”


ພັກ​ຣີພັບ​ບລິ​ກັນ ຍັງ​ສືບ​ຕໍ່​ຮຽກ​ຮ້ອງ​ໃຫ້​ລົບ​ລ້າງ ໂຄງການຮັກສາ​ສຸຂະພາບ ​ໂອ​ບາ​ມາ​ແຄຣ໌
ນັ້ນ ​ໂດ​ຍອ້າງວ່າ ປະຊາກອນອາ​ເມຣິກັນ ບໍ່ໄດ້​ຮັບປະ​ໂຫຍ​ດຈາກກົດໝາຍດັ່ງກ່າວ ແລະ
ໄດ້ຖືກ​ລົບ​ລ້າງການ​ປະກັນ​ໄພ​ສຸຂະພາບ ​ທີ່​ເຂົາ​ເຈົ້າ​ມີ​ຢູ່​ນັ້ນ.​

ຢ່າງ​ໃດ​ກໍ​ຕາມ ການ​ມີຜູ້​ລົງທະບຽນ​ນຶ່ງ​ລ້ານ​ຄົນ ກໍຍັງ​ເປັນຈໍານ​ວນທີ່ໜ້ອຍກວ່າ​ຈໍານວນ ເຈັດລ້ານ​ຄົນທີ່ ລັດຖະບານ Obama ​ໄດ້​ຕັ້ງ​ເປົ້າໝາຍ​ເອົາ​ໄວ້ ສໍາລັບ​ຂັ້ນ​ເລີ້ມ​ຕົ້ນ​ຂອງ
ກົດໝາຍປະກັນ​ໄພ​ສຸຂະພາບທີ່​ບໍ່​ແພງນີ້.

​ແລະກໍ​ຍັງ​ຈະ​ຕ້ອງ​ໄດ້​ລໍຖ້າ​ເບິ່ງ​ກັນ​ຕໍ່​ໄປ​ວ່າ ຈະ​ມີ​ພວກໜຸ່ມ​ນ້ອຍຊາວ​ອາເມຣິກັນ​ ທີ່​ມີສຸຂະ
ພາບ​ແຂງ​ແຮງ ​ພາກັນ​ລົງ​ທະບຽນ​ເອົາ​ການ​ປະກັນ​ໄພ​ນັ້ນ ​ໃນ​ຈໍານວນ​ຫລາຍ​ຂຶ້ນ ຫລື​ບໍ່
​ເພາະວ່າ​ຖ້າ​ຫາກປາດ​ສະ​ຈາກ​ເຂົາ​ເຈົ້າ​ເຫລົ່າ​ນີ້​ແລ້ວ ​ຂໍ້​ອ້າງ​ທາງເສດຖະກິດ​ຂອງກົດໝາຍ​
ປະກັນ​ໄພສຸຂະພາບຂອງ​ທ່ານ​ໂອ​ບາ​ມາ ກໍ​ແມ່ນຈະບໍ່​ເປັນຄວາມ​ຈິງ​ຂຶ້ນ​ມາ​ໄດ້.
XS
SM
MD
LG