ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ ພັກຣີພັບ​ບລິ​ກັນ ໃນ​ສະ​ພາ ​ໂຈມ​ຕີ ປ. Obama ຕໍ່​ການ ​ໃຊ້ດຳ​ລັດ (ວີດີໂອ)


Washington Week: Focus on Obama's Executive Authority
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
ຜູ້​ແທນ​ສະພາ​ສູງ ພັກຣີພັບ​ບລິ​ກັນ ຂັ້ນ​ສູງ​ທ່ານ​ນຶ່ງ ​ໄດ້ຕິຕຽນ
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ວ່າ “​ຂາດ​
ກົດໝາຍ” ​ໃນ​ການ​ໃຊ້​ຄໍາ​ສັ່ງ​ ປະທານາທິບໍດີ ​ເພື່ອ​ສົ່ງ​ເສີມ​ເປົ້າ
​ໝາຍຂອງ​ນະ​ໂຍບາຍຂອງ​ທ່ານ​ ​ໃນເວລາ​ທີ່​ລັດຖະສະພາບໍ່​
ເຄື່ອນ​ໄຫວນັ້ນ.

ແລະມີ​ຮ່ອງ​ຮອ​ຍ​ໂຜ່​ໂຕ​ຂື້ນ​ມາ​ເພີ້​ມອີກ ກ່ຽວ​ກັບ​ວ່າ ​ປີ 2014 ຈະ
​ເປັນ​ປີ​ແຫ່ງ​ການ​ເອົາບາດກ້າວ​ຢູ່​ໃນວໍ​ຊິງ​ຕັນ ຕາມ​ທີ່ປະທານາ
ທິບໍດີ ​ໄດ້​ຮຽກຮ້ອງ​ ຢູ່​ໃນ​ຄໍາຖະ​ແຫລ​ງຕໍ່​ປະ​ເທດ​ຊາດ ​ໃນອາທິດ​
ແລ້​ວນີ້ ຫລື​ບໍ່​ນັ້ນ.

ນັບ​ຕັ້ງ​ແຕ່ໄດ້ຖະ​ແຫລ​ງ​ຕໍ່ລັດຖະສະພາ​ແລະ​ປະ​ເທດ​ຊາດ ​ໃນວັນ​ອັງຄານອາທິດ​ແລ້ວ
​ນີ້ ​ປະທານາທິບໍດີ Obama ​ໄດ້​ກ່າວ​ລື້​ມອີກ ​ເຖິງຄວາ​ມຕັ້ງ​ໃຈ​ຂອງ​ທ່ານ ​ທີ່​ຈະ​ຕໍ້ສູ້​ກັບ
​ຊ່ອງ​ຫວ່າງທາງ​ລາຍ​ໄດ້ ລະຫວ່າງ​ຊາວ​ອາ​ເມຣິກັນທີ່​ທຸກຍາ ​ແລະ​ຮັ່ງມີ​ແລະ​ຊຸກຍູ້​ບັນ
ດາ​ຊົນ​ຊັ້ນ​ກາງນັ້ນ. ​ທ່ານ Obama ​ກ່າວຕໍ່​ໄປ​ວ່າ:

“ມັນ​ເຖິງ​ແກ່​ເວລາ​ແລ້ວ ທີ່​ກູ້​ເອົາ​ໂອກາດ​ຄືນ​ມາ​ໃຫ້​ໝົດ​ທຸກ​ຄົນ ແລະແນວ​ຄິດ​ທີ່ວ່າ ບໍ່​ວ່າ
ທ່ານ​ຈະ​ເປັນ​ໃຜກໍ​ຕາມ ​ແຕ່ຖ້າຫາກ​ທ່າ​ນ​ເຮັດ​ວຽກ​ໜັກ ແລະປະຕິບັດ ຄວາມ​ຮັບຜິດຊອບ
​ຂອງ​ທ່ານ​ແລ້ວ ທ່ານ​ກໍ​ຈະສາມາດ​ເຮັດ​ໃຫ້​ມັນ​ເກີດ​ຂື້ນ​ໄດ້ ຖ້າ​ຫາກ​ທ່ານ​ພະຍາຍາ​ມ. ຢູ່​
ບ່ອນ​ໃດ​ກໍ​ຕາມ ທີ່ຂ້າ​ພະ​ເຈົ້າ​ສາ​ມາດ​ເອົາ​ບາດກ້າວ ​ເພື່ອ​ຂະຫຍາຍ​ໂອກາດ​ໃຫ້​ແກ່ຫລາຍໆ
ຄອບຄົວຕື່ມ​ຂຶ້ນ ​ດ້ວຍ​ຕົວ​ຂ້າພະ​ເຈົ້າ​ເອງ​ແລ້ວ ຂ້າພະ​ເຈົ້າກໍຈະ​ເຮັດ.”

ທ່ານ Obama ​ໄດ້​ສັ່ງ​ໃຫ້​ຂື້ນ​ຄ່າ​ແຮງ​ງານຕໍ່​ຊົ່ວ​ໂມງ​ຂັ້ນ​ຕໍ່າສຸດ ​ແກ່ບັນດາ​ພະ​ນັກ​ງານ​ສັນ
ຍາ​ຈ້າງ ຂອງລັດຖະບານ​ກາງນັ້ນ​ແລ້ວ ຊຶ່ງການ​ໃຊ້​ອໍານາດຂອງ ປະທານາທິບໍດີດັ່ງກ່າ​ວ
​ໄດ້​ກໍ່​ໃຫ້​ມີ​ການ​ຕອບ​ໂຕ້​ຢ່າງ​ແຮງ​ຈາກ​ ພັກຣີພັບບລິ​ກັນ ຮວມ​ທັງ​ຜູ້​ແທນສະພາ​ຕໍ່າ Paul
Ryan ​ທີ່​ໄດ້​ເອີ້ນ​ການ​ດໍາລົງ​ຕໍາ​ແໜ່​ງ ປະທາ ນາທິບໍດີ ຂອງທ່ານ Obma ວ່າ “​ຂາດ​ກົດ
ໝາຍຫລາຍ​ຂຶ້ນ​ເລື້ອຍ​ໆ.” ທ່ານ​ ກ່າວຕື່ມວ່າ :

“ຂ້າພະ​ເຈົ້າ ມີ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບແນວ​ໂນ້ມອັນ​ນີ້ ​ເຊັ່ນ ສິ່ງທີ່​ທ່ານໄດ້ເວົ້າຢູ່​ໃນ​ຄໍາ
​ຖ​ະ​ແຫລ​ງຕໍ່​ປະ​ເທດ​ຊາດ ວ່າ ຖ້າ​ຫາກສະພາ ບໍ່​ອອກກົດໝາຍ​ທີ່ ຂ້າພະ​ເຈົ້າຕ້ອງການ​
ນັ້ນ ຂ້າພະເຈົ້າກໍຈະ​ເຮັດ​ເອົາ​ດ້ວຍ​ຕົນ​ເອງ. ທ່ານ​ໄດ້​ເວົ້າ​ແບບ​ນັ້ນ​ແທ້ໆ. ​ແລະນັ້ນ​ບໍ່​ແມ່ນ
ວິທີການ​ທໍາ​ງານ​ຂອງ​ລັດຖະທໍາ​ມະນູນ​ຂອງ​ພວກ​ເຮົາ​.”

ພັກຣີພັບ​ບລິ​ກັນ ກ່າວ​ວ່າ ​ແທນ​ທີ່​ຈະຫັນ​ໄປ​ເອົາບາດກ້າວແຕ່​ຝ່າຍ​ດຽວ​ນັ້ນ ປະທານາທິ
ບໍດີຈະຕ້ອງ​ຮັບ​ເອົາ​ຮ່າງ​ກົດໝາຍ ທີ່​ໄດ້​ຜ່ານ​ສະພາ​ຕໍ່າ​ແລ້ວ ​ເຊັ່ນ ກົດໝາຍ​ປັບປຸງການ​
ເຝິກ​ຫັດ​ໃຫ້​ແກ່​ພວກ​ພະນັກງານ.

​ແຕ່​ວ່າ ​ໃນ​ບັນດາ​ຮ່າງ​ກົດໝາຍ ທີ່ຖືກຮັບ​ຜ່ານ​ເອົາຢູ່​ໃນສະພາ​ຕໍ່າ ທີ່​ຄວບ​ຄຸມ​ໂດຍ​ພັກ
ຣີພັບ​ບລິ​ກັນ​ນັ້ນ ມີ​ບໍ່​ເທົ່າ​ໃດ​ສ່ວນ​ຮ້ອຍ ທີ່ຖືກ​ຮັບ​ຜ່ານ​ເອົາ​ໂດຍ​ສະພາ​ສູງ ທີ່ຢູ່​ໃຕ້​ການ
​ຄວບ​ຄຸມ​ຂອງພັກ​ເດ​ໂມແຄ​ຣັດ. ​ໃນ​ທໍານອງ​ດຽວ​ກັນ ຮ່າງກົດ ໝາຍທີ່​ສະພາ​ສູງ​ຮັບ​ເອົາ
ກໍ​ມີ​ຈໍານວນ​ນ້ອຍ​ເຊັ່ນ​ກັນ​ທີ່​ຜ່ານ​ສະພາ​ຕໍ່າ. ຮ່າງ​ກົດໝາຍ​ສະບັບ​ໃດ​ທີ່​ບໍ່​ຜ່ານ​ສະພາ​ທັງ​
ສອງ ​ແມ່ນ​ຈະ​ບໍ່​ຖືກ​ສົ່ງ​ໄປ​ໃຫ້​ປະທານາທິບໍດີ​ເຊັນ ຮັບຮອງ​ເປັນ​ກົດໝາຍ.

​ເຖິງຢ່າງ​ໃດ​ກໍ​ດີ ອາດ​ຈະ​ມີ​ການຮ່ວມ​ມື​ກັນ​ໃນ​ທັງ​ສອງ​ພັກ​ໃນ​ບາງ​ເລື້ອງ​ກໍ​ໄດ້ ໃນ​ປີ​ນີ້. ສະ
ພາ​ຕໍ່າ ທີ່​ນໍາພາ​ໂດຍພັກຣີພັບ​ບລິ​ກັນ ກໍາລັງ​ ພິຈາລະນາ ​ຂໍ້​ສະ​ເນີ​ ​ເພື່ອ​ປະຕິ​ຮູບ​ລະບົບ​
ຄົນ ​ເຂົ້າ​ເມືອງຂອງອາ​ເມຣິກາ ​ໃນ​ຂອບ​ເຂດ​ຈໍາກັດ ອັນ​ເປັນ ພາກສ່ວນສໍາຄັນອັນ​ນຶ່ງ ຢູ່​
ໃນ​ລາຍການຂອງປະ​ທາ​ນາ​ທິບໍດີ Obama ນັບ​ຕັ້ງ​ແຕ່​ທ່ານເຂົ້າ​ມາ​ກໍາ​ຕໍາ​ແໜ່​ງ.


XS
SM
MD
LG