ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນຫາຄົນຫວ່າງງານ ຈະເປັນຈຸດເພັ່ງເລັງຂອງ ລັດຖະສະພາສະຫະລັດ ໃນອາທິດນີ້ (ວີດີໂອ)


Washington Week: Focus on Jobless Benefits, US Intelligence
please wait

No media source currently available

0:00 0:03:00 0:00
ລິງໂດຍກົງ
ບັນຫາ​ທີ່​ວ່າ ລັດຖະບານ​ຄວນ​ຈະຮື້​ຟື້ນ​ໂຄງ​ການ​ສົ່ງ​ເຊັກ​ເງິນ ​
ໄປຊ່ວຍ​ເຫລືອ​ບັນດາຊາວ​ອາ​ເມຣິກັນ ທີ່​ຫວ່າງ​ງານມາ​ເປັນ
ເວລາ​ດົນ​ນານ​ ຫລື​ບໍ່​ນັ້ນ ຍັງ​ຄົງ ຈ​ະເປັນຈຸດ​ເພັ່ງ​ເລັງຂອງ​ການ​
ອະພິປາຍ ​ຢູ່​ໃນສະພາ​ສູງຕໍ່​ໄປ​ໃນ​ອາທິດ​ນີ້. ​ເງິນ​ການ​ຊ່ວຍ
​ເຫລືອ​ ແກ່​ພວກ​ຄົນ​ຫວ່າງ​ງານ​ຫລາຍກວ່າ ນຶ່ງລ້ານ​ຄົນ​ໄດ້​ໝົດ​
ກໍານົດລົງໃນ​ເດືອນ​ທັນ​ວາ ທີ່​ຜ່ານ​ມາ ຊຶ່ງ​ບັງ​ເອີນເກີດຂື້ນ​ພ້ອມ​
ກັບ ການຊັກຊ້າ​ລົງ ​ໃນ​ການສ້າງ​ວຽກ​ງານ​ ຢູ່​ໃນສະຫະລັດ.

​ອັດຕາການ​ຫວ່າງ​ງານຍັງ​ຄົງໂຕ​ຢູ່​ໃນ​ລະດັບ 6.7 ​ເປີ​ເຊັນ ​ໂດຍ
ມີ​ຫລາຍ​ກວ່າ​ນຶ່ງ​ລ້ານຄົນທີ່ບໍ່​ໄດ້​ຮັບ​ເງິນຊ່ວຍ​ເຫລືອ ​ໃນ​ຍາມ
ຫວ່າງ​ງາ​ນອີກ​ຕໍ່​ໄປ.

ການ​ເລື່ອນ​ເວລາໃຫ້ການ​ຊ່ວຍ​ເຫລືອ ​ແກ່​ຜູ້​ຫວ່າງ​ງານ ​ແມ່ນ​ຂັດ​ກັນ​ກັບ​ຜົນ​ປະ​ໂຫຍ​ດ
ອິງ​ຕາມ​ຜູ້​ແທນ​ສະພາ​ສູງ ພັກຣີ​ພັບ​ບລິ​ກັນ ທ່ານ John Cornyn ທີ່​ເວົ້າ​ວ່າ:

“ພວກ​ເຮົາ​ຕ້ອງການ​ຊ່ວຍ​ເຫລືອປະຊາຊົນ ບໍ່ແມ່ນ​ເພື່ອໃຫ້ເຂົາ​ເຈົ້າກາງ​ຕໍ່
ອາໄສ ​ໂຄງການຊ່ວຍ​ເຫລືອ​ຂອງລັດຖະບານ ຢ່າງ​ບໍ່​ສີ້​ນສຸດ​ ​ແຕ່​ແມ່ນ​ເພື່ອ
ປົດ​ປ່ອຍ ເຂົາ​ເຈົ້າອອກ​ຈາກ​ການກາງ​ຕໍ່​ອາ​ໄສດັ່ງກ່າວ ​ເພື່ອ​ຊ່ວຍ​ໃຫ້​ເຂົາ
​ເຈົ້າ​ໄດ້​ຄວາມເຄົາລົບ​ນັບຖື​ໃນ​ຕົນ​ເອງ ກັບ​ຄືນ​ມາ ແລະ​ມີຄວາມ​ຮູ້ສຶກວ່າ
ຕົນ​ເອງ​ມີ​ກຽດແລະ​ສັກ​ສີ ທີ່​ໄດ້​ມີວຽກ​ເຮັດ​ງານ​ທໍ​າ ​ແລະ​ສາມາດລ້ຽງດູ
ເຂົາ​ເຈົ້າ​ເອງ ​ແລະ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ໄດ້.”


​ແຕ່ທ່ານ Edward Markey ຜູ້​ແທນ​ສະພາ​ສູງ ​ ​ກ່າວ​ວ່າ ວຽກ​ງານ​ກໍ​ຍັງ​ຫາ​ຍາກຢູ່ ​ແລະ​
ຊາວອາ​ເມຣິກັນຫລາຍໆ​ຄົນ ຍັງ​ຕ້ອງການ​ຄວາມ​ຊ່ວຍ​ເຫລືອ ຊຶ່ງທ່ານ​ກ່າວ​ຕື່ມ​ວ່າ:

“ຜູ້​ຄົນທີ່ຖືກ​ສະ​ເໜີ​ວຽກ​ງານ​ໃຫ້ນັ້ນ ກໍຈະ​ຮັບ​ເອົາ​ວຽກ​. ​ແຕ່​ວ່າ ວຽກ​ງານ​ບໍ່​ມີ
ໃນ​ເວລາ​ນີ້. ມັນ​ບໍ່​ແມ່ນ​ຄວາ​ມຜິດ​ຂອງ​ບັນດາ​ຄອບຄົວ​ເຫລົ່າ​ນີ້. ມັນ​ບໍ່​ແມ່ນ
​ຄວາມ​ຜິດ​ຂອງ​ບັນດາ​ຜູ້​ຊອກ​ຫາ​ວຽກການ​ເຮັດ. ພວກ​ເຮົາ​ບໍ່​ຄວນ​ລົງ​ໂທດ​
ເຂົາ​ເຈົ້າ.”


​ໃນ​ອາທິດ​ນີ້​ເຊັ່ນ​ກັນ ຄາດ​ວ່າ​ປະທານາທິບໍດີ Barack Obama ຈະ​ຖະ​ແຫລງກ່ຽວ​ກັບ
ຂໍ້ສະເໜີໃຫ້ປະຕິ​ຮູບ​ໂຄ​ງການ​ສອດ​ແນມສິ້​ງຊອມຕ່າງໆຂອງສະຫະລັດ ທີ່​ໄດ້​ຖືກເຜີຍ​
ແບ​ອອກ​ມາໂດຍ ອະ​ດີດ ພະນັກງານ​ສັນຍາ​ຈ້າງ ຂອງອົງການ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ທ້າວ Edward Snowden ທີ່​ກໍາລັງ​ຫລົບໜີ​ກົດ​ໝາຍ​ສະຫະລັດ ຢູ່​ນັ້ນ.
XS
SM
MD
LG