ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວຽກງານຂອງ ລັດຖະສະພາສະຫະລັດ ໃນສັບປະດານີ້ (ວີດີໂອ)


Washington Week: Focus on Immigration Reform, Benghazi Attack
please wait

No media source currently available

0:00 0:02:23 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບຂ່າວນີ້

ຫລັງ​ຈາກ​ໄດ້​ຢຸດ​ພັກຜ່ອນ​ເປັນ​ເວລານຶ່ງ​ອາທິດ ລັດຖະສະພາ
ສະຫະລັດ ​ໄດ້​ກັບ​ຄືນ​ມາ​ປະຊຸມ​ກັນອີກ​ໃນ​ອາທິດ​ນີ້ ​ເພື່ອ​ສືບ​ຕໍ່​
ເຮັດ​ວຽກ ​ກ່ຽວກັບກາ​ນປະຕິ​ຮູບ​ເລື້ອງຄົນ​ເຂົ້າ​ເມືອງ ​ແລະ​ຄົ້ນ
ຫາ​ລາຍ​ລະອຽດ​ອີກ​ຄັ້ງ​ນຶ່ງ​ ກ່ຽວ​ກັບການ​ໂຈມ​ຕີ​ຂອງພວກ​ກໍ່​
ການ​ຮ້າຍ ​ເມື່ອປີ​ກາຍ​ນີ້ ຕໍ່​ສະຖານກົງ​ສຸນຂອງສະຫະລັດ ທີ່​
ເມືອງ Benghazi ປະ​ເທດ Libya.

ການ​ຊຸກຍູ້ເພື່ອ​ປ່ຽນ​ແປງ ​ກົດໝາຍ​ຄົນ​ເຂົ້າ​ເມືອງຂອງສະຫະ
ລັດ ​ໄດ້​ຮັບ​ແຮງ​ຜັກ​ດັນຄືນ​ມາ​ອີກ​ ຢູ່​ໃນສະພາ​ສູງ ບ່ອນ​ທີ່ມີ​
ການເປີດ​ເຜີ​ຍຮ່າງກົດໝາຍ​ປະຕິ​ຮູບ​ ທີ່​ໄດ້​ຮັບ​ການ​ເຫັນ​ພ້ອມ
​ນໍາ​ຈາກທັງ​ສອງ​ພັກ ​ໃນ​ເດືອນ​ແລ້ວ​ນີ້.

ອາທິດ​ນີ້ ບັນດາ​ຜູ້​ແທນສະພາ​ສູງ ​ຈະ​ສາມາດຕັດສິນ​ໃຈໄດ້ວ່າ ຄວນ​ຈະ​ຕໍ່​ຮ່າງກົດໝາຍ
ນັ້ນ ອອກ​ໄປຮວມ​ເອົາ ການ​ປ້ອງ​ກັນ​ໃຫ້​ແກ່ພວກ​ກະ​ເທີຍ​ທີ່ເຂົ້າ​ເມືອງ ​ແຕ່​ຄວາມ​ສໍາ
ພັນ​ຂອງ​ເຂົາ​ເຈົ້າ​ກັບ ​ຄົນອາ​ເມຣິກັນ ບໍ່ຖືກ​ຮັບ​ຮູ້​ ພາຍ​ໃຕ້ກົດໝາຍຂອງລັດຖະບານ​
ກາງ ​ໃນ​ປັດ​ຈຸ​ບັນ​ນີ້ ຫລື​ບໍ່.

ອາທິດ​ແລ້ວ​ນີ້ ​ປະທານາທິບໍດີ Barack Obama ​ໄດ້​ກ່າວ​ສະໜັບສະ​ໜູນ​ການ ຮວມ​
ເອົາພວກ​ກະ​ເທີຍ ​ເຂົ້າ​ໃນ​ກົດໝາຍ​ປະຕິ​ຮູ​ບ​ເລຶ່ອງຄົນ​ເຂົ້າ​ເມືອງນັ້ນ ​ໂດ​ຍ ກ່າວ​ວ່າ:

“ພວກກະ​ເທີຍ​ ຄືກະ​ເທີ​ຍຜູ້ຍິງ- ຜູ້​ຊາຍ-ແລະ​ພວກ​ທີ່​ຜ່າຕັດ​ປ່ຽນເພດນັ້ນ ຄວນ
ຈະ​ໄດ້​ຮັບ​ການ​ປະພຶດປະຕິບັດ​ຕໍ່ ​ຄື​ກັນ​ກັບ​ຄົນ​ອຶ່ນໆ. ສໍາລັບ​ຂ້າພະ​ເຈົ້າ​ແລ້ວນັ້ນ
ແມ່ນ​ຈຸດ​ໃຈກາງ​ອັນ​ສໍາ​ຄັນ ທີ່​ເປັນ​ຫລັກການ​ຢູ່​ເບື້ອງຫລັງ ​ເອກະສານກໍ່​ຕັ້ງ​ປະ​
ເທດ​ຂອງ​ພວກ​ເຮົາ ຄືແນວ​ຄິດ​ທີ່​ວ່າ ພວກ​ເຮົາ​ທຸກ​ຄົນ​ໄດ້​ຖືກສ້າງ​ຂື້ນ​ມາໃຫ້ມີ​ສິດ
ເທົ່າ​ທ່ຽມກັນ.”


​ໃນ​ຂະນະ​ດຽວ​ກັນ ​ເລື້ອງການ​ໂຈມຕີ​ຂອງ​ພວກ​ກໍ່​ການ​ຮ້າຍ ​ທີ່ໄດ້​ສັງຫານນັກ​ການ​ທູດອາ​ເມ
ຣິກັນ ສີ່​ຄົນ ຮ່ວມ​ທັງເອກ​ອັກຄະ​ລັດຖະທູດ ຢູ່​ເມືອງ Benghazi ປະ​ເທດ Lybia ນັ້ນ ກໍຈະ
ຖືກ​ຍົກ​ຂຶ້ນມາ​ພິຈາລະ​ນາ​ອີກ​ຄັ້ງ​ນຶ່ງ ​ໂດຍຄະນະ​ກໍາ ມະການນຶ່ງ​ ຢູ່​ໃນສະພາ​ຕໍ່າ. ສະມາຊິກ
ພັກຣີພັບ​ບລິ​ກັນ ​ເຊ່ນ​ທ່ານ Darrell Issa ຍັງ​ບໍ່ພໍ​ໃຈ​ກັບຄໍາ​ອະທິ​ບາຍ​ຂອງລັດຖະບານ ທ່ານ
Obama ກ່ຽວ​ກັບ​ພາກ​ປະຕິບັດຂອງ​ລັດຖະບານ ກ່ອນແລະ​ຫລັງ​ຈາກການ​ໂຈມຕີ.

ແລະໃນ​ວັນ​ອັງຄານມື້​ອື່ນ ປະທານາທິບໍດີ Obama ຈະ​ຮັບ​ຕ້ອນ ປະທານາທິ ບໍດີ ​ເກົາຫລີ​ໃຕ້
ທ່ານ​ນາງ Park Geun-hye ຢູ່​ທີ່​ທໍານຽບຂາວ ຊຶ່ງການ​ຢ້ຽມ ຢາມຂອງ​ທ່ານ​ນາງ ​ແມ່ນ​ຕິດ
ຕາມ​ມາລຸນ​ຫລັງ ລະຍະ​ເວລາ​ແຫ່ງ​ຄວາມ​ເຄ່ງ​ຕຶງ ທີ່ເພີ້​ມທະວີ​ຂຶ້ນ​ຢ່າງສູງ ອ້ອມ​ຂ້າງ​ເກົາຫລີ
​ເໜືອ ​ແລະ​ທ່າມກາງການຕືລາຄາ​ຄືນ​ໃໝ່ ກ່ຽວ​ກັບ​ທ່າ​ທີ​ດ້ານຄວາມ​ປອດ​ໄພ ຂອງ​ອາ​ເມຣິກາ
ຢູ່​ໃນ​ເຂ​ດ​ເອ​ເຊຍ​ປາຊິ​ຟິກ.
XS
SM
MD
LG