ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ວໍຊິງຕັນ ສັບປະດານີ້: ລັດຖະສະພາ ຕ້ອງຜ່ານ ຮ່າງງົບປະມານ ໃຫ້ທັນ ເສັ້ນຕາຍ ໃນວັນສຸກ (ວີດີໂອ)


Washington Week: Focus on Budget Deadline
please wait

No media source currently available

0:00 0:02:01 0:00
ລິງໂດຍກົງ

ເບິ່ງວີດີໂອກ່ຽວກັບລາຍງານນີ້.

ການ​ເດີນທາງ​ໄປ ອາຟຣິກາ​ໃຕ້​ຂອງ ປະທານາທິບໍດີ ສະຫະລັດ
ທ່ານ Barack Obama ​ເພື່ອ​ເຂົ້າ​ຮ່ວມ​ພິທີໄວ້ອາ​ໄລ​ແກ່ ອ​ະ​ດີດ
ປະທານາທິບໍດີ Nelson Mandela ເປັນ​ຂ່າວ​ໃຫຍ່ຈາກ​ວໍ​ຊິງ​ຕັນ
​ໃນ​ອາທິດ​ນີ້ ​ ​ຂະນະ​ທີ່ ລັດຖະສະພາ ​ມ້ວນທ້າຍວຽກ​ງານ​ເພື່ອ​ໃຫ້​
ເສັດ​ສີ້​ນພາລະກິດໃນທ້າຍ​ປີ. ທ່ານ Obama ຈະ​ຢູ່​ຕ່າງປະ​ເທດ
ຂະນະ​ທີ່​ບັນດາ​ຜູ້​ແທນ​ສະພາ ​ຟ້າວຟັ່ງພະຍາຍາມ ​ໃຫ້ທັນ​ເສັ້ນ
​ຕາຍ​ສໍາລັບ​ຮັບ​ຜ່ານງົບປະມານ ​ແລະ​ພິຈາລະນາຮັດເຄ່ງ​ ການ
​ລົງ​ໂທດ​ທາງເສດຖະກິດ​ ຕໍ່ອີຣ່ານ.

ປະທານາທິບໍດີ ​ Obama ແລະ ສະຕີໝາຍເລກ​ນຶ່ງ ທ່ານ​ນາງ
Michelle ຈະ​ນໍາພາ​ຄະນະ​ຜູ້ແທນ ​ສະຫະລັດ ​ເດີນທາງ​ໄປ​ນະ
ຄອນ Johannesburgຊຶ່ງ ຄາດ​ວ່າ ຈະຮວມ​ທັງ​ອະ​ດີດ​ປະທານາທິບໍດີ George
W. Bush ນໍາ.

ທ່ານ Obama ກ່າວ​ວ່າ : “ຂ້າພະ​ເຈົ້າແມ່ນ​ຜູ້​ນຶ່ງ​ໃນ​ຈໍານວນຫລາຍ​ໆ​ລ້ານ​ຄົນ ​ທີ່​ໄດ້​
ຮັບ​ແຮງ​ກະ​ຕຸ້ນດົນ​ໃຈ ຈາກ​ຊີວິດ​ຂອງທ່ານ Mandela. ບາດ​ກ້າວການ​ເມືອງ ອັນ
ທໍາ​ອິດຂອງ​ຂ້າພະ​ເຈົ້າ ຄືສິ່ງ​ທໍາ​ອິດ​ທີ່​ຂ້າ​ພະ​ເຈົ້າໄດ້​ເຮັດ ທີ່ພົວພັນ​ກັບ​ບັນຫາ ຫລື​
ນະໂຍບາຍ ຫລືການ​ເມືອງ​ ແມ່ນ​ການ​ປະ​ທ້ວງ​ຕໍ່ຕ້ານລະບົບ​ແບ່ງ​ແຍກ​ເຊື້ອ​ຊາດ​
ຜິ​ວພັນ.”


ທໍານຽບຂາວ ​ໄດ້​ພະຍາຍາ​ມຈັດ​ແຈງ​ ​ໝາຍກໍານົດ​ການ​ເດີນທາງ​ຂອງ ປະທານາທິບໍດີ ຊຶ່ງ
​ຈະ​ມີ​ຂຶ້ນ​ໃນ​ລະຫວ່າ​ງອາ​ທິດດຽວ​ເທົ່າ​ນັ້ນ​ ທີ່ຄາດ​ວ່າ ທັງສະພາ​ຕໍ່າແລະ​ສະພາ​ສູງ ຄົບ​ຄະ
ນະ ຈະມາ​ປະຊຸມ​ກັນ​ເພື່ອ​ປະຕິ ບັດ​ງານ​ໃຫ້​ເສັດ​ສີ້​ນ​ໃນ​ທ້າຍ​ປີ. ບັນດາ​ຜູ້​ແທນ​ປະ​ເຊີນ​ໜ້າ​
ກັບ​ເສັ້ນຕາຍ ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້ ​ເພື່ອ​ອະນຸມັດງົບປະມານ​ໃຫ້​ລັດຖະບານ​ ຫລື​ສ່ຽງ​ຕໍ່
ການ​ປິດ​ບາງພາກ​ສ່ວນຂອງ​ໂຮງການ​ລັດຖະບານກາງ​ລົງອີກ ​ໃນ​ຕົ້ນ​ປີໜ້າ.

ທ່ານ Obama ຕ້ອງການ​ຮ່າງ​ງົບປະມານ ທີ່​ທັງ​ສອງ​ຝ່າຍ​ເຫັນ​ດີນໍາ​ກັນ ທີ່ຮວມ​ທັງ​ການຕໍ່
ການ​ຊ່ວຍເຫລືອ​ຂອງ​ລັດຖະບານ​ກາງ ​ແກ່​ຜູ້​ທີ່​ຍັງ​ຫວ່າງ​ງານ ອອກ​ໄປ​ອີກ.

​ແຕ່ປະທານ​ສະພາ​ຕໍ່າ ທີ່​ຄວບ​ຄຸມ​ໂດ​ຍພັ​ກຣີພັບ​ບລິ​ກັນ ທ່ານ John Boehner ​ເວົ້າວ່າ
ທ່ານປະທານາທິບໍດີຄວນຈະ​ເນັ້ນ​ໜັກ​ໃສ່​ການ​ຊຸກຍູ້​ສົ່ງ​ເສີມ​ພາກສ່ວນເອກ​ກະ​ຊົນ​ໃຫ້
​ແຂງແຮງ​ຂຶ້ນ ຫລາຍ​ກ່ວາ​ຈະ​ສຸມ​ໃສ່ ການ​ແກ້ໄຂ​ບັນຫາ​ຂອງລັດຖະບານ​.

ອາທິດນີ້ ອາດ​ຈະ​ເປີດ​ເຜີຍ​ໃຫ້ຮູ້​ເຊັ່ນ​ກັນ​ວ່າ ບັນດາ​ຜູ້​ແທນ​ມີຄວາມ​ຕັ້ງ​ໃຈ​ທີ່​ຈະປະຕິບັດ
​ຕາມ​ຄໍາຂູ່ທີ່​ວ່າ​ຈະ​ຮັດ​ເຄ່ງການ​ລົງ​ໂທດ​ຕ້ານອີຣ່ານ ​ນັ້ນ​ຫລື​ບໍ່ ເຖິງ​ແມ່ນ​ວ່າ​ໄດ້​ມີ​ການ
​ເຕືອນຈາກທໍານຽບຂາວ ກໍຕາມ​ວ່າ ​ການ​ເອົາມາດ​ຕະການ​ແບບ​ນັ້ນ ອາດ​ຈະ​ບ່ອນ​ທໍາ​
ລາຍການ​ເຈລະຈາ​ນາໆຊາດ ທີ່​ກໍາລັງດໍາ​ເນີນ​ໄປ​ຢູ່ ກ່ຽວ​ກັບ​ໂຄງການ​ນິວ​ເຄລຍຂອງ
​ອິຣ່ານນັ້ນ.
XS
SM
MD
LG