ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະ​ພາ ສ​ຫລ ​ຈະ​ອະ​ພິ​ປາຍກັນ ກ່ຽວ​ກັບ ເພ​ດານໜີ້ສິນ ຂອງປະເທດ (ວີດີໂອ)


Congress Switches Focus to Debt Limit
please wait

No media source currently available

0:00 0:02:24 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບ ຂ່າວນີ້.

ວໍ​ຊິງ​ຕັນ​ອາທິດນີ້ ຈະເຫັນ​ການ​ກັບ​ຄືນ​ມາອະພິປາຍ​ ເລື້ອງ​ງົບ
ປະມານ​ກັນ​ອີກ ຢູ່​ໃນລັດຖະສະພາ​ສະຫະລັດ ບ່ອນທີ່​ບັນດາ​
ຜູ້​ແທນ​ສະພາຈະ​ພະຍາຍາມ​ຕໍ່​ລອງ​ກັນເພື່ອຍົກ​ລະດັບ​ເພດານ
ຫລື​ຂີດ​ຈໍາກັດ ​ໃນ​ການ​ກູ້​ຢືມ​ເງິນຂອງ ລັດຖະບານ​ກາງ ກ່ອນ​ທີ່
​ເຂົາ​ເຈົ້າ​ຈະ​ພາກັນ​ຢຸດ​ພັກ​ເປັນ​ເວລາ​ນຶ່ງ​ອາທິດ.

ພັກ​ເດ​ໂມແຄ​ຣັດ ​ແລະ​ຣີພັບ​ບລິ​ກັນ ຍັງຕົກ​ລັງ​ກັນ​ບໍ່ທັນ​ໄດ້​ເທື່ອ
ກ່ຽວ​ກັບ ວິທີ​ການຈະຍົກ​ລະດັບ​ເພດານ​ໜີ້​ສີນຂຶ້ນ ​ແລະ​ຄວາມ
ລົ້ມ​ແຫລວ​ໃນ​ການ​ຕົກລົງ​ກັນ​ບໍ່​ໄດ້ ກໍ​ແມ່ນ​ຈະ​ເຮັດ​ໃຫ້ລັດຖະ
ບານສະຫະລັດບໍ່​ມີ​ຄວາມ​ສາມາດ​ຈ່າຍ​ຄ່າໃຊ້​ຈ່າຍ​ຕ່າງໆ ຂອງ
​ຕົນ​ໄດ້ໃນ​ທ້າຍ​ເດືອນນີ້.

ປະ​ທາ​ນາ​ທິບໍດີ Barack Obama ​ແລະ​ພັນທະ​ມິດສະມາຊິກພັກ​ເດ​ໂມ​ແຄຣັດ ຂອງ​
ທ່ານ ຢູ່​ໃນ​ສະພາ ພາກັນ​ຮຽກຮ້ອງ​ໃຫ້ມີ​ການ​ເພີ້​ມຈໍານວນໜີ້​ສິນຂອງລັດຖະບານ​ກາງ
ຂຶ້ນ ​ໂດຍ​ບໍ່​ມີ​ເງື່ອນ​ໄຂ​ໃດໆ. ຜູ້​ນໍາ​ສຽງ​ສ່ວນ​ນ້ອຍ ກໍ​ຄື​ພັກ​ເດ​ໂມ​ແຄຣັດ​ໃນສະພາ​ຕໍ່າ ທ່ານ​ນາງ Nancy Pelosi ກ່າ​ວວ່າ ການ​ເອົາ​ບາດ​ກ້າ​ວ​ໃຫ້​ມັນທັນ​ເວລາ​ນັ້ນ ແມ່ນຈໍາເປັນ​
ເພື່ອ​ໃຫ້ສະຫະລັດມີ​ສະພາບ​ຄ່ອງ​ຕົວ ດ້ານ​ການ​ເງິນ.

ພັກຣີພັບ​ບລິ​ກັນທີ່​ຄວບ​ຄຸມ​ສະ​ພາ​ຕໍ່າ ກໍາລັງ​ອະພິປາ​ຍກັນກ່ຽວ​ກັບ​ວ່າ ຈະ​ວາງ​ເງື່ອນ​ໄຂ​
ໃດໆໃສ່​ຮ່າງ​ກົດໝາຍຍົກ​ລະດັບເພດານໜີ້​ສີນນັ້ນ​ຫລື​ບໍ່. ປະທານສະພາ​ຕໍ່າ ທ່ານ John
Boehner ກ່າວ​ວ່າ “​ພວກ​ເຮົາ​ບໍ່​ຢາກ​ໃຫ້​ລັດຖະບານ​ ຊັກ​ຊ້າ​ໃນ​ການ​ຊໍາລະ​ໜີ້​ສິນ​ ຂອງ​ພວກ​ເຮົາ ​ແລະ​ພວກ​ເຮົາ​ຈະ​ບໍ່​ລົ້ມ​ແຫລວ​ ໃນ​ການຊໍາລະ​ໜີ້​ສິນ​ຂອງເຮົາໃຫ້​ທັນ​ເວລາ​.”

​ລັດຖະມົນຕີການເງິນ ທ່ານ Jack Lew ກ່າວ​ວ່າ ເວລາແມ່ນເປັນ​ສິ່ງສໍາຄັນ​ທີ່​ສຸດ ຊຶ່ງທ່ານ​
ກ່າວຕື່ມ​ວ່າ.

“ຍິ່ງ​ພວກ​ເຮົາ​ລໍຖ້າດົນ​ໄປ​ເທົ່າໃດຄວາມ​ສ່ຽງກໍຈະ​ຍິ່ງສູງ​ຂື້ນ​ເທົ່ານັ້ນ. ບໍ່​ວ່າ​ຈະ​ເປັນ​
ການ​ຟື້ນຄືນດ້ານ​ເສດຖະກິດ ຕະຫລາດ​ການ​ເງິນ ຫລື​ການ​ອີງ​ອາ​ໄສ​ຕໍ່ ເງິນ​ເບ້ຍ​
ລ້ຽງສະ​ວັດ​ດີກາ​ນສັງຄົມ ແລະ​ເງິນ​ເດືອນ​ຂອງທະຫານ. ທັງ​ໝົດນີ້​ ບໍ່ແມ່ນ​ສິ່ງທີ່​ເຮົາຈະເຮັດ​ໃຫ້​ມີ​ຄວາມ​ສ່ຽງ.”


ຈີນ ​ແລະ​ອີກ​ຫລາຍໆ​ປະ​ເທດ ​ແມ່ນ​ເປັນ​ເຈົ້າ​ໜີ້ຂອງສະຫະລັດ ​ໃນ​ຈໍານວນຫຼວງຫລາຍ
ຍ້ອນພັນທະບັດ​ທີ່​ເຂົາ​ເຈົ້າ​ໄດ້​ຊື້​ເອົາ​ໄວ້. ​ແລະປະຊາ​ຄົມ​ການ​ເງິນ​ຂອງໂລກ ກໍ​າລັງພາກັນ
ຈົດ​ຈໍ່ຈັບຕາ​ເບິ່ງ​ວັນເສັ້ນ​ຕາຍ ​ທີ່​ກໍາລັງ​ຈະ​ມາ​ເຖິງ.

ໜີ້​ສີນ​ແຫ່ງ​ຊາດ​ຂອງສະຫະລັດ ມີ​ຈໍານວນກາຍ​ 17 ພັນ​ຕື້​ໂດ​ລາ. ອັດຕາ​ການ​ເຕີບ​ໂຕ​
ຂອງໜີ້ສີນ​ ​ໄດ້​ຊັກ​ຊ້າ​ລົງ​ໃນ​ສອງ​ປີທີ່​ຜ່ານ​ມາ. ​ແຕ່​ວ່າ ຕາບໃດ​ທີ່​ໜີ້​ສິນ​ຍັງ​ສືບ​ຕໍ່​ສູງ​ຂື້ນນັ້ນ
ສະພາ​ຈະ​ຕ້ອງ​ໄດ້​ຍົກ​ລະດັບ​ຂອບ​ເຂດ​ການ​ຢືມ​ເງິນ​ຂອງປະເທດ ດັ່ງ​ທີ່​ໄດ້​ປະຕິບັດ​ມາ​ຫຼາຍ​ສິບ​ເທື່ອ ໃນໄລຍະບໍ່​ເທົ່າ​ໃດສິບ​ປີ​ທີ່​ຜ່ານ​ມາ.

ວີດີໂອອີກເລື້ອງນຶ່ງ ກ່ຽວກັບຂ່າວນີ້:

Congress May Resume Debt Squabbling
please wait

No media source currently available

0:00 0:02:17 0:00
ລິງໂດຍກົງ
XS
SM
MD
LG