ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ແທນລັດຖະສະພາ ສຫລ ປະຊຸມກັນອີກ ກ່ຽວກັບ ງົບປະມານແຫ່ງຊາດ (ວີດີໂອ)


ລິງໂດຍກົງ

ວີດີໂອ: ຜູ້ແທນລັດຖະສະພາ ກັບຄືນມາປະຊຸມກັນ ກ່ຽວກັບງົບປະມານ.

ຜູ້​ແທນລັດຖະ​ສະພາກຸ່ມ​ນຶ່ງ ທີ່ຖືກ​ຄັດ​ເລືອກ​ຈາກ​ພັກ​ເດ​ໂມ
ແຄຣັດ ​ແລະ ​ຣີພັບ​ບລິ​ກັນ ຈະພົບ​ປະກັນ​ໃນ​ອາທິດ​ນີ້ ​ເພື່ອ
​ຊອກ​ຫາທາງ​ ຮ່າງ​ແຜນງົບປະມານ​ໃນ​ອານາ​ຄົດຂອງອາ​ເມ
ຣິ ກາທີ່​ເຫັນ​ດີ​ນໍາ​ກັນ​ທັງສອງ​ຝ່າຍ ຊຶ່ງກອງ​ປະຊຸມດັ່ງກ່າວ​ນີ້​
ແມ່ນ​ຈະນໍາມາ​ເຕົ້າ​ໂຮມ​ກັນບັນ​ດາ​ຜູ້​ແທນ​ຊັ້ນ​ນໍາ ຈາກຄະ
ນະ​ກໍາມະ ການ​ງົບປະມານ ​ຂອງສະພາ​ຕໍ່າ ​ແລະ​ ​ສະພາ​ສູງ
ທີ່​ໄດ້​ຕົກ​ຢູ່​ໃນ​ສະ​ພາບ​ ບໍ່​ໄປ​ບໍ່​ມາ ​ເປັນ​ເວລາຫລາຍ​ປີ ກ່ຽວ​
ກັບ​ການ​ໃຊ້​ຈ່າຍ​ຂອງ​ລັດ​ຖະບານ​ກາງ ​ແລະ​ການ​ເກັບ​ພາສີ.

ກອງ​ປະຊຸ​ມນີ້​ໄດ້​ຮັບ​ມອບ​ໝາຍ​ໃຫ້​ຫາ​ທາງ​ແກ້​ໄຂ ຄວາມ​
ເຫັນ​ແຕກ​ຕ່າງ​ກັນ​ທີ່​ສໍາຄັນໆ ​ທາງ​ດ້ານ​ງົບປະມານ​ ລ​ະ
ຫວ່າງສະພາ​ຕໍ່າ ທີ່ ຄວບ​ຄຸມໂດຍພັກຣີພັບ​ບລິ​ກັນ​ ​ແລະ
ສະພາ​ສູງ​ທີ່​ຄວບ​ຄຸມ​ໂດ​ບພັກ​ເດ​ໂມ​ແຄຣັດ​. ນອກຈາກ​ນັ້ນ
ແລ້ວ ກໍຍັງ​ມີ​ຈຸດປະສົງ​ ​ໃຫຍ່ກ່ວາ​ນັ້ນ​ອີກ ອີງ​ຕາມປະທານ
​ຄະນະ​ກໍາມະການງົບປະ​ມານ ຂອງສະພາ​ສູງ ທ່ານ​ນາງ
Patty Murray ​ສັງກັດ​ພັກ​ເດ​ໂມ​ແຄຣັດ ທີ່ກ່າວ​ວ່າ:

“​ເພື່ອ​ສ​ະ​ແດງ​ໃຫ້​ປະຊາຊົນ​ອາ​ເມຣິກາ ວ່າ ​ໃນ​ນາມ​
ລັດຖະສະພາ ພວກ​ເຮົາ​ສາມາດ​ເຮັດ​ວຽກ​ໄດ້ ​ແລະເຮັດ​ໃຫ້​ແນ່ນອນ​ວ່າ ​
ເສດຖະກິດ​ຂອງ​ພວກ​ເຮົາ​ເຕີບ​ໂຕ ​ແລະ​ໃຫ້​ປະຊາ​ຊົນ​ກັບ​ຄືນ​ໄປ​ເຮັດ​ວຽກ.”


​ປະທານ​ຄະນະ​ກໍາມະການງົບປະມານຂອງສະພາ​ຕໍ່າ ທ່ານ Paul Ryan ສັງກັດ​ພັກ​
ຣີພັບ​ບລິ​ກັນ ກໍ​ໄດ້​ມີ​ຄວາມ​ເຫັນ​ໃນ​ທໍານອງ​ດຽວ​ກັນ ຊຶ່ງ​ທ່ານ​ກ່າວ​ວ່າ:

“​ເປົ້າ​ໝາຍ​ຂອງ​ພວ​ກ​ເຮົາ​ກໍ​ຄື ​ເຮັດ​ໃຫ້​ດີ​ແກ່​ປະຊາຊົນ​ອາ​ເມຣິກາ ​ເພື່ອ​ໃຫ້​ໜີ້​
ສິນຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ​ເພື່ອລຸດຜ່ອນ​ການ​ຂາດ​ດຸນງົບປະມານ​ລົງ​ແບບ​
ສະຫລຽວ​ສະ​ລາດ ແລະ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ຄິດ​ວ່າ ຈະ​ເຮັດ​ໃຫ້​ເສດຖະກິດສາ
ມາດ​ເຕີບ​ໂຕ ​ແລະ​ເຮັດ​ໃຫ້​ປະຊາກອນ​ກັບຄືນໄປ​ເຮັດ​ວຽກ​ໄດ້.”


ກອງ​ປະຊຸມ​ດັ່ງ​ກ່າວ​ໄດ້​ຖືກ​ກໍານົດ​ໃຫ້​ມີ​ຂຶ້ນ ພາຍ​ໃຕ້​ກົດໝາຍ​ທີ່​ຖືກ​ຮັບ​ຜ່ານ​ເອົາໃນ​ຕົ້ນ​
ເດືອນ​ນີ້ ທີ່ເຮັດ​ໃຫ້​ການ​ປິດ​ໂຮງການ​ລັດຖະ ບານ​ກາງເປັນ​ເວລາ​ສອງ​ອາທິດ ສິ້ນ​ສຸດ
ລົງນັ້ນ ​ແລະ​ຫລີກ​ລ້ຽງ​ ​ການ​ບໍ່​ສາມາດ​ຊໍາລະໜີ້​ສີນ​ຂອງສະຫະລັດ. ກຸ່ມປະຊຸມ​ທີ່ປະ
ກອບ​ດ້ວຍທັງ​ສອງພັກ​ການ​ເມືອງ​ນີ້​ ມີ​ເວລາ​ຮອດກາງ​ເດືອນ​ທັນ​ວ່າ ​ເພື່ອ​ຮ່າງ​ງົບປະ
ມານ​ຂຶ້ນ​ມາ​ໃຫ້​ໄດ້. ພັກ​ເດ​ໂມ​ແຄຣັດ ຮວມ​ທັງປະທານາທິບໍດີ Barack Obama ຕ້ອງ
ການ​ງົບປະມານ​ຫລາຍ​ຂຶ້ນ ສໍາລັບ​ໃຊ້​ຈ່າຍ​ໃນໂຄງການ​ພາຍ​ໃນ​ປະ​ເທດ​ທີ່​ສໍາຄັນໆ.

ຄວາມຫລົ້ມ​ແຫລວ​ໃນ​ການບໍ່ບັນລຸ​ງົບ​ປະມານກັນ​ໄດ້ ພາຍ​ໃນ​ເດືອນ​ທັນວາ ຈະສ່ຽງ
ຕໍ່​ການຕ້ອງ​ປິດ​ໂຮງການ​ລັດຖະບານ​ອີກ​ໃນ​ເດືອນມັງກອນ ​ຊຶ່ງ​ເປັນເວລາທີ່ງົບປະ
ມານ​ຂອງ​ລັດຖະບານ​ກາງ​ໝົດ​ກໍານົດ​ລົງ​ອີກ​ຄັ້ງ​ນຶ່ງ. ບັນດາ​ຜູ້​ແທນຈາກທັງ​ສອງ​ພັກ
ກ່າວ​ວ່າ​ ເຂົາ​ເຈົ້າບໍ່ມີ​ຄວາມ​ປາດ​ຖະໜາ ​ຢາກ​ເຫັນການ​ປະຕິບັດ​ງານ​ຂອງ​ລັດຖະບານ​
ກາງ​ຢຸດ​ສະ​ງັກອີກ​ ເປັນ​ເທຶ່ອທີ່​ສອງ ​ແຕ່​ກໍ​ຕ້ອງ​ລໍຖ້າ​ເບິ່ງ​ກັນ​ວ່າ ຄວາມ​ປາດ​ຖະໜາດັ່ງ
ກ່າວ​ນີ້ ຈະ​ນໍາ​ໄປ​ສູ່​ການ​ຕົກລົງ​ກັນ​ໄດ້​ຫລື​ບໍ່ ກ່ຽວ​ກັບ​ຮ່າງ​ງົບປະມານ​ທີ່​ຈະສາມາດ​ຜ່ານ
ທັງ​ສອງ​ສະພາ ຂອງ ລັດຖະສະພາທີ່​ແບ່ງ​ແຍກກັນ​ທາງ ​ການ​ເມືອງນັ້ນ​.

​ໃນດ້ານ​ສະຖານະ​ການ​ໂລກນັ້ນ ປະທານາທິບໍດີ Obama ​ມີ​ກໍານົດ​ຈະຕ້ອນຮັບນາຍົກ
ລັດຖະມົນຕີ ອີຣັກ ທ່ານ Nouri al-Maliki ຢູທີ່​ທໍານຽບຂາວ ​ໃນ​ວັນ​ສຸກ ອາທິດ​ນີ້.

XS
SM
MD
LG