ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສຫລ ຈະ​ຮັບ​ຜ່ານ ​ແຜນການ​​ໃຫ້​ ຄວາມ​ຊ່ວຍ​ເຫລືອ​ ແກ່​ຢູ​ເຄຣນ ໃນ​ໄວໆນີ້ (ວີດີໂອ)


Final US Congressional Approval Expected for Ukraine Aid
please wait

No media source currently available

0:00 0:02:26 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ໃນ​ຂະນະ​ທີ່​ຄວາມພະຍາຍາມ​ທາງ​ດ້ານ​ການ​ທູດ ດຳ​ເນີນ
​ຕໍ່ໄປ ໃນ​ຄວາມ​ຫັວງ ທີ່​ຈະ​ຢຸດ​ຢັ້ງ​ວິ​ກິດ​ການ​ໃນຢູ​ເຄຣນ
ນັ້ນ ກໍ​ຄາດ​ວ່າ ລັດຖະສະພາສະຫະລັດ ຈະ​ເສດ​ສິ້ນ​ການ​
ຮັບ​ຜ່ານ ​ແຜນການໃຫ້​ຄວາມ​ຊ່ວຍ​ເຫລືອ ​ແກ່​ຢູ​ເຄຣນ​
ແລະ​ລົງໂທດ​ ຣັດ​ເຊຍ ທີ່​ໄດ້ເຂົ້າ​ຄອບ​ຄອງ​ເອົາ Crimea.
ນັກ​ຂ່າວ VOA Michael Bowman ລາຍ​ງານ​ວ່າ ຄາດ​
ວ່າຮ່າງ​ກົດໝາຍດັ່ງກ່າວ ​ຈະ​ຖືກ​ສົ່ງ​ໄປຍັງ ທຳນຽບຂາວ
​ເພື່ອ​ໃຫ້ ປະທານາທິບໍດີ Barack Obama ​ເຊັນ​ອະນຸ
ມັດ ໃນ​ວັນ​ອັງ​ຄານ​ມື້​ອື່ນນີ້.

​ໃນ​ຂະນະ​ທີ່ ຣັ​ດ​ເຊຍລະດົມ​ກຳລັງ​ຢ່າງ​ຫລວງຫລາຍ​ ຢູ່​ຕາມ
ຊາຍ​ແດນພາກໃຕ້​ ແລະພາກ​ຕາ​ເວັນ​ອອກ ຂອງຢູ​ເຄຣນນັ້ນ ​ສະພາ​ຕຳສະຫະລັດ ກໍ​ຕຽມ​ທີ່​ຈະ​ໃຫ້ ການ​ຮັບຮອງ​ຂັ້ນ​ສຸດ​ທ້າຍ ຕໍ່ການ​ຄ້ຳ​ປະກັນ​ເງິນ​ຢືມ 1 ພັນ​ລ້ານ​ໂດ​ລາ ​ໃຫ້​ແກ່ ຢູ​ເຄຣນ ​ແລະ​ການ​ລົງ​ໂທດທາງ​ເສດຖະກິດ ຕໍ່ບັນດາ​ເຈົ້າ​ໜ້າ​ທີ່ຣັດ​ເຊຍ.

ປະທານ​ສະພາຕໍ່າ ທ່ານ John Boehner ກ່າວ​ວ່າ :

“​ເປົ້າ​ໝາຍ​ຂອງ​ພວກ​ເຮົາ​ກໍ​ຄື ​ເຮັດ​ວຽກຮ່ວມ​ກັນ ​ແລະ​ເຮັດ​ໃຫ້​ຮ່າງ​ກົດໝາຍ​ນີ້
ຖືກ​ຮັບຮອງ​ເອົ​າ ໄວທີ່​ສຸດ​ເທົ່າ​ທີ່​ຈະ​ໄວ​ໄດ້."


ທາງ​ຝ່າຍຣັດ​ເຊຍນັ້ນ ທັງ​ໄດ້ປະ​ນາມ​ ​ແລະຖື​ເບົາ ຄວາມ​ສຳຄັນ​ຂອງ​ການ​ລົງ​ໂທດ​ຈາກ​ນາ​ໆ​ຊາດ. ​ໃນ​ຂະນະ​ທີ່ສືບ​ຕໍ່​ດຳ​ເນີນ​ໄປ​ຕາມ​ເສັ້ນທາງ​ການ​ທູດ ​ເພື່ອ​ລະ​ງັບ​ວິ​ກິດ​ການ
ນັ້ນ ລັດຖະບານ Obama ກ່າ​ວວ່າ ​ມົສກູຈະຕ້ອງ​ຈ່າຍ​ຄ່າ​ເສຍ​ຫາຍ ສຳລັບ​ການ​ກະທຳ
ຂອງ​ຕົນ.

​ປະທານາທິບໍດີ Barack Obama ກ່າວ​ວ່າ:

“ການ​ລົງ​ໂທດ ທີ່ ສະຫະລັດ ​ແລະ ສະຫະພາບ​ຢູ​ໂຣບ ​ໄດ້​ປະກາດ​ໃຊ້​ນັ້ນ ຈະ​ມີ
​ເພີ້​ມຂື້ນ ຖ້າ​ຫາກຣັດ​ເຊຍບໍ່​ປ່ຽນ​ທິດ​ທາງ. ​ແຕ່​ວ່າ ດັ່ງ​ທີ່​ຂ້າພະ​ເຈົ້າ ​ໄດ້​ກ່າວ​ມື້
ວານ​ນີ້ ທີ່​ນະຄອນ Brussels ນັ້ນ ພວກ​ເຮົາ​ຍັງ​ສືບ​ຕໍ່ຫວັງ​ວ່າ ຣັດ​ເຊຍຈະ ຕ້ອງການຢ່າງ​ຜ່ານ​ປະຕູ​ການ​ທູດ ​ແລະ​ປະຕິບັດ​ງານ​ກັບພວກ​ເຮົາ​ທຸກ​ຄົນ ​
ເພື່ອ​ພະຍາຍາມ​ແກ້​ໄຂ​ບັນຫາ​ດັ່ງກ່າວໂດຍ​ສັນຕິວິທີ.”


​ແຕ່​ວ່າ ຣັດ​ເຊຍໄດ້​ປະຕິ​ເສດ ຄຳ​ຮຽກຮ້ອງ​ໃຫ້ສົ່ງ Crimea ​ຄືນໃຫ້ຢູ​ເຄຣນນັ້ນ. ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ປະ​ຈຳ ວໍ​ຊິງ​ຕັນ ທ່ານ Sergey Kislyak ກ່າວ​ວ່າ :

“Crimea ​ເປັນສ່ວນນຶ່ງ​ຂອງ ສະຫະ​ພັນທະລັດ ຣັດ​ເຊຍ.”
XS
SM
MD
LG