ໃນຂະນະທີ່ ພວກເຂົາເຈົ້າ ກຳລັງຄົ້ນຫາສາເຫດ ຂອງລົດໄຟຕົກລາງທີ່ຮ້າຍແຮງ ໃນ
ລັດວໍຊິງຕັນ ຢູ່ທາງພາກຕາເວັນຕົກສຽງເໜືອ ຂອງ ສະຫະລັດ ຢູ່ນັ້ນ ພວກນັກສືບສວນ
ຂອງລັດຖະບານກາງ ກ່າວວ່າ ພວກເຂົາເຈົ້າ ຫວັງວ່າ ພວກຄົນງານປະຈຳລົດໄຟ ແລະ
ຜູ້ໂດຍສານຢູ່ໃນລົດໄຟ ຈະສາມາດໃຫ້ຂໍ້ມູນ ພາຍໃນສອງສາມມື້ ຈະມາເຖິງນີ້ ເພື່ອຈະ
ຊ່ອຍອະທິບາຍເຖິງ ອຸບັດຕິເຫດທີ່ເກີດຂຶ້ນໃນວັນຈັນຜ່ານມານີ້.
ລົດໄຟໄດ້ແລ່ນອອກຈາກລາງ ຢູ່ເສັ້ນທາງໂຄ້ງ ກ້ຳໃຕ້ຂອງເມືອງ ຊີອາໂຕລ ໂດຍແລ່ນ
ດ້ວຍຄວາມໄວ 129 ກິໂລແມັດຕໍ່ຊົ່ວໂມງ ຢູ່ໃນບໍລິເວນ ບ່ອນທີ່ ກຳນົດຂອງຄວາມໄວ
ແມ່ນມີແຕ່ພຽງ 48 ກິໂລແມັດຕໍ່ຊົ່ວໂມງ ເທົ່ານັ້ນ.
ສະມາຊິກຂອງຄະນະກຳມະການດ້ານຄວາມປອດໄພຂອງການຂົນສົ່ງ ທ່ານນາງ
ແບລລາ ດິນ-ຊາຣ ໄດ້ບອກບັນດານັກຂ່າວ ໃນວັນອັງຄານວານນີ້ ວ່າ ຫ້າມລໍ້ສຸກເສີນ
ຂອງລົດໄຟ ໄດ້ທຳງານ ຢ່າງອັດຕະໂນມັດ ແທນທີ່ ຈະເປັນການລິເລີ່ມໂດຍວິສະວະ
ກອນ ໃນເວລາອຸບັດຕິເຫດ ກຳລັງເກີດຂຶ້ນນັ້ນ.
ທ່ານນາງ ຍັງໄດ້ກ່າວອີກວ່າ ນອກເໜືອໄປຈາກວິສະວະກອນແລ້ວ ກໍຍັງມີຜູ້ກຳກັບ
ລົດໄຟ ຢູ່ໃນຂະບວນລົດໄຟ ຜູ້ທີ່ “ມີປະສົບການ ແລະ ມີຄວາມລຶ້ງເຄີຍກັບດິນແດນ
ໃນຂົງເຂດ ນັ້ນດີ.”
ຢູ່ເທິງຂະບວນລົດໄຟ ມີຜູ້ໂດຍສານປະມານ 80 ຄົນ ແລະ ພະນັກງານປະຈຳລົດໄຟ
6 ຄົນ. ເຫດການຕົກລາງດັ່ງກ່າວ ໄດ້ສົ່ງຜົນ ເຮັດໃຫ້ຂະບວນລົດໄຟຈຳນວນນຶ່ງຕົກລົງ
ໄປໃສ່ຖະໜົນຫລວງ ຢູ່ດ້ານລຸ່ມ. ຜູ້ໂດຍສານ 3 ຄົນ ໄດ້ເສຍຊີວິດ ແລະ ຫຼາຍກວ່າ
70 ຄົນ ໄດ້ຮັບບາດເຈັບ.
ທ່ານນາງ ດິນ-ຊາຣ ກ່າວວ່າ ພວກພະນັກງານປະຈຳລົດໄຟ ແລະຜູ້ໂດຍສານທັງໝົດ
ໄດ້ຖືກສົ່ງໄປຮັກສາປິ່ນປົວຢູ່ທີ່ໂຮງໝໍ ແລະ ວ່າ ພວກນັກສືບສວນ ມີກຳນົດຈະສອບ
ປາກຄຳ ພວກເຂົາເຈົ້າ ເມື່ອໄດ້ຮັບການຮັບຮອງ ທາງດ້ານການແພດແລ້ວ ເສຍກ່ອນ.
ລົດໄຟດັ່ງກ່າວ ໄດ້ດຳເນີນການແລ່ນ ໃນເສັ້ນທາງໃໝ່ ທີ່ເປັນລາງຂົນສົ່ງ ທີ່ໄດ້ຮັບ
ການບູລະນະຄືນໃໝ່ ເຊິ່ງໝາຍຄວາມວ່າ ພວກຜູ້ໂດຍສານ ຈະເດີນທາງຜ່ານຂົງເຂດ
ໄດ້ຢ່າງວ່ອງໄວ ຂຶ້ນກວ່າເກົ່າ.
ທ່ານນາງດິນ-ຊາຣ ໄດ້ກ່າວວ່າ ການທົດສອບແລ່ນ ໃນເສັ້ນທາງໃໝ່ ເລີ້ມຕົ້ນຂຶ້ນ ໃນ
ເດືອນມັງກອນປີນີ້ ແລະ ວ່າ ພວກພະນັກງານຂອງ ບໍລິສັດ ແອມແທຣກສ໌ ໄດ້ປະຕິບັດ ການແລ່ນ ຢູ່ເທິງລາງ ໂດຍປາດສະຈາກພວກຜູ້ໂດຍສານ ເປັນເວລາ ຢ່າງນ້ອຍ 2
ສັບປະດາ ກ່ອນຈະເກີດອຸບັດຕິເຫດ ຕົກລາງ.