ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ວໍ​ຊີງ​ຕັນ ສະເໜີ ຮ່າງ​ກົດ​ໝາຍ ​ສັກ​ຢາ​ກັນ​ພະຍາດ ໝາກສຸກ ຫຼັງ​ຈາກ​ ​ມີ​ການ​ລະ​ບາດ


ຕົວ​ແທນ​ຂອງ​ລັດ​ທ່ານພອ​ລ ແຮ​ຣິ​ສ ຈາກ​ແວນ​ຄູ​ເວີ, (ກາງ), ກ່າວ​ກັບ​ພວກ​ນັກ​ຂ່າວ, ເມືອງ​ໂອ​ລິມ​ເປຍ, ວໍ​ຊີງ​ຕັນ, 8 ກຸມ​ພາ 2019,
ຕົວ​ແທນ​ຂອງ​ລັດ​ທ່ານພອ​ລ ແຮ​ຣິ​ສ ຈາກ​ແວນ​ຄູ​ເວີ, (ກາງ), ກ່າວ​ກັບ​ພວກ​ນັກ​ຂ່າວ, ເມືອງ​ໂອ​ລິມ​ເປຍ, ວໍ​ຊີງ​ຕັນ, 8 ກຸມ​ພາ 2019,

ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ໃນລັດ​ວໍ​ຊີງ​ຕັນ ທາງ​ພາກ​ຕາ​ເວັນຕົກ​ສຽງ​ເໜືອ​ຂອງ​
ສະ​ຫະ​ລັດ ແມ່ນ​ກຳ​ລັງ​ພິ​ຈາ​ລະ​ນາ​ຮ່າງ​ກົດ​ໝາຍ​ສະ​ບັບ​ນຶ່ງ ທີ່​ສາ​ມາດ​ເກືອດ​ຫ້າມ
​ພວກ​ພໍ່​ແມ່ ທີ່​ອ້າງ​ເຖິງ​ຄວາມ​ເຊື່ອ ​ອຸ​ດົມ​ການ​ຄວາມ​ຄິດ ​ສ່ວນ​ບຸກ​ຄົນ ທີ່​ຍົກ​ເວັ້ນ​ພວກ​
ລູກ​ໆ​ຂອງ​ພວກ​ເຂົາ​ເຈົ້າ ບໍ່​ໃຫ້​ສັກ​ຢາປ້ອງ​ກັນ​ໂຣກ ໃນ​ຂະ​ນະ​ທີ່​ລັດ​ດັ່ງ​ກ່າວ ​ແມ່ນ​ລະ​
ບາດໄປ​ດ້ວຍ​ພະຍາດໝາກສຸກ ຫຼື measles ນັ້ນ.

ພວກ​ຜູ້​ຄົນ​ຫຼາຍ​ຮ້ອຍ​ຄົນ ຕໍ່​ຕ້ານຮ່າງ​ກົດ​ໝາຍ ທີ່​ພາ​ກັນ​ເຂົ້າ​ແຖວ ໃນ​ຕອນ​ເຊົ້າ​ຂອງ
ວັນ​ສຸກວານ​ນີ້ ເພື່ອ​ເຂົ້າ​ຮ່ວມຮັບ​ຟັງ ໃນ​ເມືອງ​ໂອ​ລິ​ມເປຍ ລັດ​ວໍ​ຊີງ​ຕັນ ບ່ອນ​ທີ່ບັນ​ດາ
​ສະ​ມາ​ຊິກ​ລັດ​ຖະ​ສະ​ພາຂອງ​ລັດ ​ຮັບ​ຟັງ​ຄຳ​ໃຫ້​ການ ຈາກທັງ​ສອງຝ່າຍ ທັງ​ພວກ​ທີ່​
ສະ​ໜັບ​ສະ​ໜຸນ​ ​ແລະ​ຝ່າຍຄ້ານ ທີ່​ບໍ່​ເຫັນ​ພ້ອມ​ໃນ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ.

ການ​ເອົາ​ມາດ​ຕະ​ການ​ທີ່​ວ່າ​ນີ້ ມີ​ຂຶ້ນ ຫຼັງ​ຈາກ​ທີ່​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກໄດ້​ລາຍ​ງານ​ວ່າ
ມີ​ຢ່າງ​ນ້ອຍ 52 ກໍ​ລະ​ນີ ຂອງ​ໂຣກ​ຫັດ ໃນວໍຊີງ​ຕັນແລະ​ອີກ 4 ຄົນ ໃນ​ລັດ​ທີ່​ໃກ້​ຄຽງ​ກັນ
ກໍ​ຄື​ລັດ​ອໍ​ຣີ​ກັນ ນັ້ນ.

ທ່ານໂຣເບີຣ໌ດ ແອຟ ເຄນນີດີ ຈູລເຍຍ (ຂວາ) ກ່າວໃນການໂຮມຊຸມນຸມທີ່ຈັດຂຶ້ນຂອງຝ່າຍຄ້ານ ທີ່ຕໍ່ຕ້ານຮ່າງກົດໝາຍທີ່ເຮັດໃຫ້ພໍ່ແມ່ທີ່ອ້າງເອົາ ຄວາມເຊື່ອ ອຸດົມການຄວາມຄິດ ສ່ວນບຸກຄົນ ມາຍົກເວັ້ນ ບໍ່ໃຫ້ພວກລູກໆສັກຢາປ້ອງກັນໂຣກ, ທີ່ເມືອງໂອລິມເປຍ, ວໍຊີງຕັນ, 8 ກຸມພາ 2019.
ທ່ານໂຣເບີຣ໌ດ ແອຟ ເຄນນີດີ ຈູລເຍຍ (ຂວາ) ກ່າວໃນການໂຮມຊຸມນຸມທີ່ຈັດຂຶ້ນຂອງຝ່າຍຄ້ານ ທີ່ຕໍ່ຕ້ານຮ່າງກົດໝາຍທີ່ເຮັດໃຫ້ພໍ່ແມ່ທີ່ອ້າງເອົາ ຄວາມເຊື່ອ ອຸດົມການຄວາມຄິດ ສ່ວນບຸກຄົນ ມາຍົກເວັ້ນ ບໍ່ໃຫ້ພວກລູກໆສັກຢາປ້ອງກັນໂຣກ, ທີ່ເມືອງໂອລິມເປຍ, ວໍຊີງຕັນ, 8 ກຸມພາ 2019.

ກົດ​ໝາຍ​ຂອງ​ລັດ​ວໍ​ຊີງ​ຕັນ ໃນ​ປັດ​ຈະ​ບັນ​ນີ້ ແມ່ນ​ໃຫ້​ພວກ​ເດັກ​ນ້ອຍ​ນັກ​ຮຽນທຸກ​ຄົນ
ໃຫ້​ສັກ​ຢາ​ປ້ອງ​ກັນ​ໂຣກ 10 ກວ່າ​ໂຣກ, ທີ່​ຮວມ​ທັງ ໂຣກ​ຫັດ, ກ່ອນ​ທີ່​ພວກ​ເຂົາ​ເຈົ້າ​
ຈະ​ເລີ້ມ​ເຂົ້າ​ໂຮງ​ຮຽນ ຫຼື​ບໍ່ ກໍ​ສູນ​ລ້ຽງ​ເດັກ. ເຖິງ​ຢ່າງ​ນັ້ນ​ກໍ​ຕາມ, ການ​ຍົກ​ເວັ້ນ​ດັ່ງ​ກ່າວ​ນີ້
ແມ່ນ​ອະ​ນຸ​ຍາດ​ສຳ​ລັບ​ພວກ​ພໍ່​ແມ່ ທີ່​ມີ​ຄວາມ​ເຊື່ອ​ເລື້ອງ​ສ່ວນ​ຕົວ, ຊຶ່ງ​ຮວມ​ທັງ​ທາງ​ການ​
ແພ​ດ, ສາ​ສະ​ໜາ ແລະ​ອຸ​ດົມ​ການ​ຄວາມ​ຄິດ​ສ່ວນ​ຕົວ.

ຮ່າງ​ກົດ​ໝາຍ​ທີ່​ນຳ​ສະ​ເໜີ​ນີ້ ແມ່ນ​ຈະລົບ​ລ້າງ ​ການ​ຍົກ​ເວັ້ນ​ຂອງອຸ​ດົມ​ການ​ຄວາມ​ເຊື່ອ​
ສ່ວນ​ບຸກ​ຄົນ ນັ້ນ​ໝາຍ​ເຖິງ ພວກ​ເດັກ​ນ້ອຍ​ສາ​ມາດ​ທີ່​ຈະຕ້ອງ​ສັກ​ຢາປ້ອງ​ກັນ​ໂຣກ​ຕ່າງໆ
ກ່ອນ​ທີ່​ຈະ​ເຂົ້າ​ລົງ​ທະ​ບຽນ​ຮຽນ​ໜັງ​ສື ຫຼື​ບໍ່ ກໍ​ສູນ​ລ້ຽງ​ເດັກ. ​

ຮ່າງ​ກົດ​ໝາຍ ທີ່​ວ່າ​ນີ້ ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນຈາກອົງ​ການ​ການ​ແພດ​ຂອງ​ລັດ
ພ້ອມ​ດຽວ​ກັນ​ກັບ​ຜູ້​ປົກ​ຄອງ​ລັດ​ວໍ​ຊີງ​ຕັນ ທ່ານເຈ ອິນ​ສ​ລີ, ຜູ້​ທີ່ໄດ້​ປະ​ກາດສະ​ພາ​ຫວະ
​ສຸກ​ເສີນ ໃນ​ເດືອນ​ແລ້ວ​ນີ້ ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ໂຣກ​ຫັດ​ນີ້.

ຝ່າຍ​ຄ້ານ ພວກ​ຊຶ່ງ ໄດ້​ໃຫ້​ປາກ​ຄຳ ຕໍ່​ຕ້ານ​ຮ່າງ​ກົດ​ໝາຍ​ໃນ​ວັນ​ສຸກວານ​ນີ້ທີ່​ຮວມ​ທັງ ​
ນັກ​ເຄື່ອນ​ໄຫວເພື່ອສະ​ພາບ​ແວດ​ລ້ອມ ທ່ານ​ໂຣ​ເບີ​ຣ໌ດ ແອ​ຟ ເຄນນີ​ດີ ຈູ​ລເຍຍ ຜູ້​ຊຶ່ງ
ໄດ້​ຖາມ​ເຖິງ​ມາດ​ຕະ​ຖານ​ຄວາມປອດ​ໄພ​ ອ້ອມ​ຄອບ​ການ​ສັກ​ຢາ​ທັງ​ຫຼາຍ​ນີ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG