ສະຫະລັດໄດ້ຮຽກໂຕທູດຟີລິບປິນ ຊຶ່ງເປັນພັນທະມິດທີ່ໃກ້ຊິດທີ່ສຸດຂອງສະຫະລັດ ເຂົ້າພົບໃນວັນຈັນວານນີ້ເພື່ອໃຫ້ຄວາມກະຈ່າງແຈ້ງ ໃນການໃຫ້ຄວາມເຫັນ ແບບໝິ່ນປະໝາດ ແລະບໍ່ເໝາະສົມ ໂດຍປະທານາທິບໍດີ Rodrigo Duterte ກ່ຽວກັບເອກອັກຄະລັດຖະທູດສະຫະລັດທ່ານ Philip Goldberg ອີງຕາມກະ ຊວງການຕ່າງປະເທດສະຫະລັດ.
ທ່ານນາງ Elizabeth Trudeau ຜູ້ອຳນວຍການດ້ານປະຊາສຳພັນເລື້ອງຂ່າວ ຂອງກະຊວງການຕ່າງປະເທດສະຫະລັດ ກ່າວວ່າ ພວກເຮົາໄດ້ຂໍໃຫ້ອຸບປະທູດຟີລິບປິນເຂົ້າມາພົບຢູ່ກະຊວງການຕ່າງປະເທດເພື່ອໃຫ້ຄວາມກະຈ່າງແຈ້ງກ່ຽວກັບຄວາມເຫັນເຫລົ່ານັ້ນ. ທ່ານນາງບໍ່ໄດ້ໃຫ້ການອະທິບາຍເພີ້ມຕື່ມແຕ່ຢ່າງໃດກ່ຽວກັບການໂອ້ລົມກັນ ລະຫວ່າງເຈົ້າໜ້າທີ່ສະຫະລັດ ແລະທ່ານ Patrick Chuasoto ອຸບປະທູດຂອງຟີລິບປິນປະຈຳນະຄອນວໍຊິງຕັນ.
ທ່ານ Duterte ໃນລະຫວ່າງການພົບປະກັບພວກທະຫານ ທີ່ຄ້າຍທະຫານແຫ່ງນຶ່ງໃນອາທິດແລ້ວນີ້ ມີລາຍງານວ່າ ໄດ້ກ່າວເຖິງທ່ານ Goldberg ແລະ ກ່າວໂຈມຕີທ່ານເປັນການສ່ວນໂຕ. ທ່ານ Goldberg ໄດ້ຕ້ອງຕິການໃຫ້ຄວາມເຫັນຂອງທ່ານ Duterte ກ່ຽວກັບຄວາມຮຸນແຮງທາງເພດ.
ໃນຂະນະດຽວກັນ ວໍຊິງຕັນກໍໄດ້ສະແດງຄວາມຕົກໃຈກ່ຽວກັບລາຍງານຂ່າວທີ່ວ່າໄດ້ມີການສັງຫານແບບຮວບຮັດຕັດຕອນ ອັນເປັນຜົນເນື່ອງມາຈາກການປຸກ ລະດົມໃນການປາບປາມການຄ້າຢາເສບຕິດຂອງທ່ານ Duterte.