ຄະນະກຳມະການສືບລັບ ຂອງສະພາສູງສະຫະລັດ ໄດ້ຮຽກຮ້ອງໃຫ້ອົງການໆເມືອງ
ຂອງປະທານາທິບໍດີ ດໍໂນລ ທຣໍາ ມອບເອກກະສານ ອີແມລ ແລະບັນທຶກໂທລະສັບ
ທັງໝົດ ທີ່ພົວພັນກັບຣັດເຊຍ ຢ້ອນຫລັງຄືນໄປຫາປີ 2015 ໃຫ້ແກ່ຄະນະກຳມະການ
ດັ່ງກ່າວ ອີງຕາມລາຍງານຂ່າວຂອງໜັງສືພິມ.
ໜັງສືພິມ Washington Post ລາຍງານ ໃນວັນສຸກວານນີ້ວ່າ ຄະນະກຳມະການສືບ
ລັບສະພາສູງ ທີ່ກຳລັງສືບສວນເບິ່ງ ຄວາມເປັນໄປໄດ້ ທີ່ອາດມີການພົວພັນລະຫວ່າງ
ຄະນະໂຄສະນາຫາສຽງຂອງປະທານາທິບໍດີທຣໍາ ແລະຣັດເຊຍໄດ້ສົ່ງໜັງສືໄປຫາຄະ
ນະກຳມະການໂຄສະນາຫາສຽງຂອງທ່ານທຣໍາ ໃນອາທິດແລ້ວນີ້ ເພື່ອໃຫ້ມອບຂໍ້ມູນ
ເຫລົ່ານັ້ນໃຫ້ແກ່ຕົນ.
ໜັງສືພິມ Washington Post ກ່າວວ່າ ໜັງສືດັ່ງກ່າວ ໄດ້ສົ່ງໄປເຖິງນາຍຄັງຂອງກຸ່ມ
ແລະນັບແຕ່ນັ້ນມາ ອະດີດພະນັກງານຈຳນວນນຶ່ງໄດ້ຖືກແຈ້ງໃຫ້ຊາບ ແລະຂໍໃຫ້ຮ່ວມ
ມື ອີງຕາມສອງຄົນທີ່ໄດ້ຖືກແຈ້ງໄປນັ້ນ.
ມີລາຍງານວ່າ ໜັງສືດັ່ງກ່າວ ແມ່ນເຊັນໂດຍປະທານຄະນະກຳມະການ ທ່ານ Richard
Burr ຈາກພັກຣີພັບບລິກັນ ແລະ ທ່ານ Mark Warner ຫົວໜ້າ ຂອງພັກເດໂມແຄຣັດ
ຢູ່ໃນຄະນະກຳມະການ. ຫ້ອງການຂອງສະມາຊິກສະພາທັງສອງ ບໍ່ຍອມໃຫ້ຄວາມເຫັນ
ໃດໆ ກ່ຽວກັບລາຍງານຂ່າວ ຂອງໜັງສືພິມ Washington Post.
ໜັງສືພິມລາຍງານວ່າ ນີ້ແມ່ນເທືື່ອທຳອິດ ທີ່ຄະນະໂຄສະນາຫາສຽງຢ່າງເປັນທາງການ
ຂອງທ່ານທຣໍາ ໄດ້ຖືກນຳເຂົ້າມາສູ່ການສືບສວນຂອງສະພາສູງ.
ນອກນັ້ນ ຍັງມີການສືບສວນຂອງລັດຖະບານກາງທີ່ມີຂຶ້ນຕ່າງຫາກ ກຳລັງດຳ ເນີນຢູ່
ໂດຍໄອຍະການພິເສດ ຄືອະດີດຜູ້ອຳນວຍການ ອົງການສັນຕິບານກາງ FBI ທ່ານ
Robert Mueller ຈາກກະຊວງຍຸຕິທຳສະຫະລັດ.
ຄະນະກຳມະການໂຄສະນາຫາສຽງຂອງທ່ານທຣໍາ ເວລານີ້ ແມ່ນນຳພາໂດຍອະດີດ
ຮອງຜູ້ຈັດການໂຄສະນາຫາສຽງ ທ່ານ Michael Glassner ແລະ ທ່ານ John Pence
ຫລານຊາຍຂອງຮອງປະທານາທິບໍດີ ທ່ານ Michael Pence ທີ່ຍັງບໍ່ທັນໄດ້ສະໜອງ
ຕອບ ຕໍ່ການຂໍຄວາມເຫັນ ຂອງໜັງສືພິມ Washington Post ກ່ຽວກັບເລື່ອງດັ່ງກ່າວ
ແລະເຊັ່ນດຽວກັນ ທຳນຽບຂາວກໍຍັງບໍ່ທັນໃຫ້ຄວາມເຫັນໃດໆເທື່ອກ່ຽວກັບເລື່ອງນີ້.