ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Washington Post ກ່າວວ່າ ການກ່າວຫາ ຕໍ່ນັກຂ່າວ ຂອງຕົນນັ້ນ ແມ່ນເປັນ ເລື້ອງໄຮ້ສາລະ


Washington Post: Imprisonment of US-Iranian Journalist 'Preposterous'
please wait

No media source currently available

0:00 0:02:39 0:00

ຫົວໜ້າບັນນາທິການ​ຂອງໜັງສືພິມ Washington Post ກ່າວ​ວ່າ
ຂໍ້ຫາຈາລະກຳ ແລະຂໍ້ຫາອື່ນໆ ຕໍ່ນັກຂ່າວຂອງຕົນ ທີ່ກຳລັງຖືກ
ຄຸກຢູ່ໃນອີຣ່ານ ນັ້ນວ່າ “ໄຮ້ສາລະ ແລະໜ້າ ຢາກຫົວ.”

​ໃນ​ການ​ສຳພາດ​ນັດ​ພິ​ເສດ​ ໃນ​ວັນ​ພຸດ​ວານ​ນີ້ ກັບພະ​ແນ​ກພາສາ
​ເປີ​ເຊຍ ຂອງ VOA ທ່ານ Martin Baron ຈາກ​ໜັງສືພິມ
Washington Post ​ໄດ້​ກ່າວວ່າ ນັກ​ຂ່າວ ທ່ານ Jason
Razaian ນັ້ນ​ແມ່ນເປັນ​ຜູ້​ບໍລິສຸດ ​ແລະ​ເປັນ​ຄົນ​ດີ ​ຊຶ່ງ​ຄວນ​ທີ່​
ຈະ​ໄດ້​ຮັບ​ສິດເສ​ລິ​ພາບ ຄືກັນ​ກັບ​ມະນຸດ​ຄົນ​ອື່ນໆ.

ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ອີຣ່ານ ທ່ານ Mohammad Javad Zarif ກໍໄດ້ສະ​ແດງ​ອ​ອກ​ຊຶ່ງການ​ສະໜັບສະໜຸນຕໍ່​ນັກ​ຂ່າວ ​ເຊັ່ນ​ກັນ.

“ບໍ່​ເປັນ​ແຕ່​ບຸນ ​ເພື່ອນ​ຂອງ​ເຈົ້າ​ແລະ​ເພື່ອນ​ຂອງ​ຂ້ອຍ ທ່ານ Jason Razaian ນັ້ນແມ່ນ
ໄດ້ຖືກກ່າວຫາກ່ຽວກັບຄວາມຜິດຮ້າຍແຮງ ແລະຂ້າພະເຈົ້າຫວັງວ່າ ລາວນັ້ນແມ່ນ
ບໍລິສຸດໃນສານ ແຕ່ວ່າລາວຍັງຈະຕ້ອງປະເຊີນກັບສານຢູ່ດີ. ລາວແມ່ນເປັນຄົນສັນຊາດ
ອີຣ່ານ. ແມ່ນບໍ່ເປັນແຕ່ບຸນ ບາງຄົນແມ່ນມີຄວາມກະຕືລືລົ້ນເກີນໄປ ພວກປະຕິບັດງານ
ລະດັບຕ່ຳໆ ທີ່ພະຍາຍາມສວຍໃຊ້ລາວ. ແລະຂ້າພະເຈົ້າບໍ່ໄດ້ເຂ້າໄປຮອດລາຍລະອຽດ
ຕ່າງໆດ້ວຍຊ້ຳ ເພາະວ່ານີ້ເປັນຄະດີທີ່ສານກຳລັງດຳເນີນຢູ່ບໍ່ທັນແລ້ວ ແລະຂ້າພະເຈົ້າຫວັງ
ວ່າລາວຄົງຈະ ພົ້ນຜິດຈາກຂໍ້ຫາຕ່າງໆຢູ່ໃນສານ.”

ທ່ານ Razaian ໄດ້ຖືກຈັບກຸມ 9 ເດືອນ ກ່ອນໜ້ານີ້ ພ້ອມກັບພັນບະຍາຂອງລາວ Yeganeh “Yagi” Salehi ກັບຜູ້ອື່ນອີກ 2 ຄົນ. ນາງ Salehi ກໍແມ່ນນັກຂ່າວເຊັ່ນກັນ ແລະໄດ້ຖືກປ່ອຍຕົວ ແຕ່ວ່າ ສາມີຂອງນາງຍັງສືບຕໍ່ກັກຂັງຢູ່ໃນຄຸກຢູ່.

Iran US Journalist
please wait
Embed

No media source currently available

0:00 0:00:49 0:00

XS
SM
MD
LG