ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນະຄອນຫຼວງວໍຊິງຕັນ ກຽມພ້ອມ ແບບບໍ່ເຄີຍມີມາກ່ອນ ໃນພິທີເຂົ້າຮັບຕຳແໜ່ງ ຂອງທ່ານໄບເດັນ


ທະຫານຮັກສາດິນແດນແຫ່ງຊາດ ກຳລັງປ່ຽນຍາມກັນ ທີ່ເຫັນຫໍລັດຖະສະພາ ສະຫະລັດ ຢູ່ເບື້ອງຫຼັງ.
ທະຫານຮັກສາດິນແດນແຫ່ງຊາດ ກຳລັງປ່ຽນຍາມກັນ ທີ່ເຫັນຫໍລັດຖະສະພາ ສະຫະລັດ ຢູ່ເບື້ອງຫຼັງ.

ກຳລັງຮັກສາດິນແດນແຫ່ງຊາດສະຫະລັດ ຊຶ່ງເປັນທະຫານບໍ່ເຕັມເວລາ ທີ່ພວມໃຫ້
ການບໍລິການຮັກສາຄວາມປອດໄພ ຢູ່ໃນພິທີສາບານໂຕເຂົ້າຮັບຕຳແໜ່ງຂອງ ປະທາ
ນາທິບໍດີທີ່ຖືກເລືອກໃໝ່ ທ່ານໂຈ ໄບເດັນນັ້ນ ໄດ້ຍ້າຍສະມາຊິກ 12 ຄົນ ອອກຈາກ
ໜ້າທີ່ຮັກສາຄວາມປອດໄພໃນພິທີດັ່ງກ່າວ ອີງຕາມການປະກາດ ຂອງພວກເຈົ້າໜ້າ
ທີ່ທະຫານ ໃນວັນອັງຄານວານນີ້.

ການເຄື່ອນໄຫວນີ້ໄດ້ເນັ້ນໃຫ້ເຫັນ ເຖິງການຕັດສິນໃຈຂອງພວກເຈົ້າໜ້າທີ່ໃນການ
ຮັກສາຄວາມປອດໄພ ໃນພິທີຊຶ່ງຈັດຂຶ້ນທຸກໆສີ່ປີ ທ່າມກາງຄວາມເປັນຫ່ວງ ຢ້ານ
ເກີດຄວາມຮຸນແຮງ ຫຼັງຈາກມີການເສຍຊີວິດໃນວັນທີ 6 ມັງກອນຜ່ານມາໃນການ
ບຸກເຂົ້າໄປໃນຫໍລັດຖະສະພາສະຫະລັດໂດຍພວກຫົວຮຸນແຮງທີ່ສະໜັບສະໜູນປະ
ທານາທິບໍດີິດໍໂນລ ທຣໍາ ທີ່ພວມຈະພົ້ນຈາກຕຳແໜ່ງ.

ຫົວໜ້າໂຄສົກທຳນຽບຫ້າແຈ ທ່ານໂຈເນທັນ ຮັອຟແມນ (Jonathan Hoffman) ກ່າວ
ຕໍ່ບັນດານັກຂ່າວວ່າ 10 ຂອງຈຳນວນ 12 ຄົນ ທີ່ເປັນກຳລັງ ຮັກສາດິນແດນແຫ່ງຊາດ
ໄດ້ຖືກຍ້າຍອອກໄປຍ້ອນ “ມີຄຳຖາມ ກ່ຽວກັບການ ປະພຶດ” ທີ່ບໍ່ພົວພັນກັບຫົວຮຸນ
ແຮງຈັດ ທີ່ຄົ້ນພົບໂດຍອົງການສັນຕິບານກາງ ຫຼື FBI ໃນລະຫວ່າງການກວດປະຫວັດ
ພວກທະຫານທັງໝົດ 25,000 ຄົນ ທີ່ສົ່ງ ມານະຄອນຫຼວງວໍຊິງຕັນ ເພື່ອຮັກສາຄວາມ
ສະຫງົບຢູ່ພິທີສາບານໂຕເຂົ້າຮັບຕຳ ແໜ່ງ ໃນວັນພຸດມື້ນີ້ ຂອງທ່ານໄບເດັນ (Biden)
ແລະຮອງປະທານາທິບໍດີ ທີ່ ຖືກເລືອກໃໝ່ ທ່ານນາງຄາມາຣາ ແຮຣິສ (Kamara
Harris.) ທະຫານສອງ ຄົນ ໄດ້ຖືກຍ້າຍ ຫຼັງຈາກໄດ້ກ່າວຄຳເວົ້າທີ່ບໍ່ເໝາະສົມຫຼືຂຽນຂໍ້
ຄວາມຕ່າງໆ ນັ້ນ ຄືຄຳເວົ້າຂອງທ່ານຮັອຟແມນ ໄດ້ກ່າວ ໂດຍປາດສະຈາກການແຈ້ງ
ໃຫ້ຊາບວ່າ ເປັນດ້ວຍເຫດໃດ.

ທ່ານກ່າວວ່າ “ພວກເຮົາບໍ່ສອບຖາມພວກທີ່ສົງໄສ ພວກເຮົາ ແມ່ນມີຄວາມລະມັດລະ
ວັງຢ່າງຫຼວງຫຼາຍໃນການປະຕິບັດງານ ແລະຍ້າຍເຂົາເຈົ້າອອກຈາກໜ້າ ທີ່ຢູ່ທີ່ລັດຖະ
ສະພາໃນທັນທີ ແລະບ່ອນທີ່ຈັດພິທີ.”

ທ່ານຮັອຟແມນ ກ່າວວ່າ ນຶ່ງຂອງຜູ້ຊາຍສອງຄົນ ຜູ້ທີ່ໄດ້ໃຫ້ຄວາມເຫັນບໍ່ເໝາະສົມ ໄດ້
ຖືກກວດ ໂດຍຖັນແຖວຜູ້ບັນຊາການ ແລະຄົນອື່ນໆ ທີ່ບໍ່ປະສົງອອກຊື່. ອົງການຂ່າວ
ເອພີ (AP) ໄດ້ໃຫ້ຂໍ້ສັງເກດວ່າ ພວກເຈົ້າໜ້າທີ່ສອງຄົນທີ່ບໍ່ບອກຊື່ ໄດ້ລາຍງານວ່າ
ທະຫານທັງສອງຄົນໄດ້ຖືກຍ້າຍອອກ ຫຼັງຈາກໄດ້ພົບເຫັນວ່າ ພົວພັນໃກ້ຊິດກັບພວກ
ກຸ່ມທະຫານບ້ານ.

ເຫດການດັ່ງກ່າວເກີດຂຶ້ນໃນຂະນະທີ່ກຳລັງຮັກສາດິນແດນແຫ່ງຊາດຫຼາຍສິບພັນຄົນ
ແລະເຈົ້າໜ້າທີ່ລັດຖະບານກາງ ພາກັນກຽມພ້ອມ ໃນລະດັບສູງ ຢູ່ວໍຊິງຕັນ ແບບທີ່ບໍ່
ເຄີຍມີມາກ່ອນ ເພື່ອສະແດງກຳລັງທີ່ໄດ້ປ່ຽນແປງນະຄອນຫຼວງຂອງປະ ເທດ ໃຫ້ກາຍ
ເປັນປ້ອມປາການຂອງພວກທະຫານ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG