ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ວໍ​ຊິງ​ຕັນ ເຄັ່ງ​ຕຶງ ໃນ​ຂະ​ນະ​ທີ່ ການ​ສືບ​ສວນ ຂອງ ທ. ມອ​ລ​ເລີ ໃກ້​ຈະ​ເສັດ​ສິ້ນ


ຮູບ​ການ​ສືບ​ສວນ ຂອງ​ໄອ​ຍະ​ການ​ພິ​ເສດ ໂຣ​ເບີດ ມອ​ລ​ເລີ ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ເຂົ້າ​ໃນ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ປີ 2016.
ຮູບ​ການ​ສືບ​ສວນ ຂອງ​ໄອ​ຍະ​ການ​ພິ​ເສດ ໂຣ​ເບີດ ມອ​ລ​ເລີ ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ເຂົ້າ​ໃນ​ການ​ເລືອກ​ຕັ້ງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ປີ 2016.

ຈົ່ງ​ກຽມ​ພ້ອມ​ ຕ້ອນ​ຮັບດ້ວຍ​ບັງ​ໄຟ​ດອກ “​ຕໍ່ລາຍ​ງານ​ຂອງ​ທ່ານມອ​ລ​ເລີ” ທີ່​ມີ​ການ​ຄອງ​ຄອຍ​ຖ້າ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວນັ້ນ.

ລາຍ​ງານ​ຂ່າວ​ກ່ຽວ​ກັບ​ວ່າ ໄອ​ຍະ​ການ​ພິ​ເສດໂຣ​ເບີດ ມອ​ລ​ລ​ເລີ​ອາດ​ຈະ​ສະ​ຫຼຸບ ການ​ສືບ​ສວນ​ກ່ຽວ​ກັບ​ການ​ແຊກ​ແຊງ​ຂອງ​ຣັດ​ເຊຍ ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະຫະ​ລັດໃນ​ປີ 2016 ແລະ​ບັນ​ຫາ​ກ່ຽວ​ກັບ​ລາຍ​ງານ​ຂັ້ນ​ສຸດ​ທ້າຍ​ຂອງ​ທ່ານ​ຈະຖືກ​ນຳ​ອອກ​ເຜີຍ​ແຜ່ ພາຍ​ໃນ​ສອງ​ສາມ​ອາ​ທິດ​ຂ້າງ​ໜ້ານີ້ ໄດ້​ເຮັດ​ໃຫ້​ວໍ​ຊິງ​ຕັນ ເກີດ​ຄວາມ​ເຄັ່ງ​ຕຶງ​ກະ​ວົນ​ກະ​ວາຍ.

ມີ​ການ​ຄາດ​ຄະ​ເນ​ກັນ​ ກ່ຽວ​ກັບ​ວ່າ​ທ່ານມອ​ລ​ເລີ ​ຈະ​ສະ​ຫຼຸບ​ແບບ​ໃດ ຢູ່​ໃນ​ລາຍ​ງານ​ຂອງ​ທ່ານ. ທ່ານ​ຈະ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ມີ​ສ່ວນ​ພົວ​ພັນ​ນຳ​ການ​ກະທຳ​ຜິດ ຫຼືໃຫ້​ທ່ານ​ພົ້ນ​ຈາກ​ຄຳ​ກ່າວ​ຫາ ໃນ​ການ​ສືບ​ສວນ ທີ່​ປະ​ທາ​ນາ​ທິ​ບໍ​ດີ​ ໄດ້ກ່າວ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ “ເປັນ​ການ​ຊອກ​ຈັບ​ຜິດ” ນັ້ນ.

ອີກ​ຄຳ​ຖາມ​ນຶ່ງ​ທີ່​ມີ​ການ​ຖົກ​ຖຽງ​ກັນ​ຢ່​າ​ງ​ເຜັດ​ຮ້ອນ​ກໍ​ຄື ການ​ສືບ​ສວນ​ດັ່ງ​ກ່າວນີ້​ຈະ​ຖືກ​ເປີດ​ເຜີຍ​ໃຫ້​ປະ​ຊາ​ຊົນ​ຮູ້​ນຳ​ຫຼື​ບໍ່ ຫຼື​ຈະ​ຖືກ​ປິດ​ໄວ້​ເປັນ​ຄວາມ​ລັບ ບໍ່​ໃຫ້​ປະຊາ​ຊົນ​ອາ​ເມ​ຣິ​ກັນ​ແລະ​ໂລກ​ຮູ້ ກ່ຽວ​ກັບ​ລາຍ​ລະ​ອຽດ​ຂອງ​ການ​ສືບ​ສວນ ທີ່​ໄດ້ເປັນ​ເງົາ​ບົດ​ບັງ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ທ​ຣຳ.

Washington on Edge as Mueller Report Looms
please wait

No media source currently available

0:00 0:03:06 0:00

ທ່ານມອ​ລ​ເລີ​ສາ​ມາດ​ນຳ​ສະ​ເໜີ​ລາຍ​ງານ​ຂອງ​ທ່ານ​ຕໍ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ທ່ານ​ວິ​ລ​ລຽມ ບາ ພາຍ​ໃນ​ສອງ​ສາມມື້​ຂ້າງ​ໜ້ານີ້ ອີງ​ຕາມ​ລາຍ​ງານ​ຂ່າວ ​ທີ່​ຍັງ​ບໍ່ທັນ​ໄດ້​ຮັບ​ການ​ຢືນ​ຢັນ ​ໂດຍຈະ​ສິ້ນ​ສຸດ​ການ​ສືບ​ສວນ ຊຶ່ງ​ໄດ້​ເລີ້ມ​ຂຶ້ນ​ເມື່ອ​ສອງ​ປີ​ກ່ອນ ທ່າມ​ກາງ​ທີ່​ມີ​ການ​ກ່າວ​ຫາ​ວ່າ ສາຍ​ລັບ​ຂອງ​ລັດ​ຖະ​ບານ​ຣັດ​ເຊຍໄດ້​ສົມຮູ້​ຮ່ວມ​ຄິດ​ກັບ​ສະ​ມາ​ຊິກ​ໃນ​ຄະ​ນະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ ທ​ຣຳເພື່ອ​ເຮັດ​ໃຫ້ຜູ້​ສະ​ໝັກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ ຕົກ​ຢູ່​ໃນ​ທ່າ​ເສຍ​ປຽບ ແລະ​ເປັນ​ທີ່​ໄດ້​ປຽບ​ແກ່ມະ​ຫາ​ເສດ​ຖີ​ພັນ​ລ້ານ​ອະ​ສັງ​ຫາ​ລິມ​ມະ​ຊັບ.

ຫ້ອງ​ການ​ຂອງ​ໄອ​ຍະ​ການ​ພິ​ເສດ ບໍ່​ຍອມ​ໃຫ້​ການ​ຢືນ​ຢັນ​ຫຼື​ປະ​ຕິ​ເສດ ຕໍ່​ລ​າຍ​ງານ​ຂ່າວ​ເຫຼົ່າ​ນີ້. ເຈົ້າ​ໜ້າ​ທີ່​ກະ​ຊວງ​ຍຸ​ຕິ​ທຳ​ທ່ານ​ນຶ່ງກ່າວ​ວ່າ ລາຍ​ງານ​ດັ່ງ​ກ່າວອາດ​ຈະ​ບໍ່​ໄດ້​ນຳ​ສະ​ເໜີ ຕໍ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳພາຍ​ໃນ​ອາ​ທິດ​ໜ້ານີ້​ແຕ່ຢ່າງ​ໃດ​ເລີຍ.

ການ​ສືບ​ສວນ​ສວນ​ດັ່ງ​ກ່າວ ​ໄດ້​ຟ້ອງ​ຮ້ອງ​ທາງ​ອາ​ຍາ ​ຕໍ່​ເຈົ້າ​ໜ້າ​ທີ່​ຣັດ​ເຊຍ 20 ກວ່າ​ຄົນ​ ແລະ​ອະ​ດີດ​ພັກ​ພວກ​ທາງ​ດ້ານ​ທະ​ລຸ​ກິດ​ ແລະ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ທ​ຣຳ ແຕ່​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ກໍ​ຍັງ​ບໍ່​ມີ​ຫຼັກ​ຖານ​ເທື່ອ​ວ່າ ມີ​ການ​ສົມ​ຮູ້​ຮ່ວມ​ຄິດ​ຫຼື​ການກະ​ທຳ​ຜິດ ໃນ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່ຽວ​ກັບ​ການ​ປະ​ຕິ​ບັດງານ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG