ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງປະຊຸມ ສຸດຍອດ ນິວເຄລຍ ທີ່ວໍຊິງຕັນ ແນໃສ່ ເກົາຫຼີເໜືອ ແລະ ກຸ່ມລັດອິສລາມ


ປະເທດທີ່ມີອາວຸດນິວເຄລຍ
ປະເທດທີ່ມີອາວຸດນິວເຄລຍ

ປະທາ​ນາບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ​ ຈະ​ກ່າວ​ຄຳ​ປາ​ໄສ ​ໃນ​ວັນ​ສຸກ​ມື້ນີ້ ຊຶ່ງ​ເປັນ ມື້ທີ​ສອງ​ແລະ​ມື້ສຸດ​ທ້າຍ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ວ່າ​ດ້ວຍຄວາມ​ໝັ້ນຄົງ​ນິວ​ເຄລຍ ທີ່ນະ ຄອນຫຼວງວໍ​ຊິງຕັນ​ ທີ່​ມີ​ພວກ​ຜູ້ນຳ​ຂອງ​ໂລກ​ຈຳນວນ​ນຶ່ງເຂົ້າຮ່ວມ​ນັ້ນ.

ຜູ້ນຳ​ຂອງ​ສະຫະລັດ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ຫຼັງ​ຈາກ​ໄດ້​ເກີດ​ການ​ໂຈມ​ຕີ​ຢູ່​ໃນ​ຫຼາຍ ບ່ອນ ຮວມທັງ​ນະຄອນ Brussels ​ມັນ​ຈຶ່ງ​ບໍ່​ພຽງ​ແຕ່ ​ມີ​ຄວາມ​ຮີບດ່ວນ​ເພີ້ມຂຶ້ນ ກ່ຽວ​ກັບ ເລື້ອງນິວ​ເຄລຍ​ເທົ່າ​ນັ້ນ ​ແຕ່​ໂດຍ​ທົ່ວ​ໄປ​ແລ້ວ​ ແມ່ນ​ການ​ລຶບລ້າງ​ການ​ກໍ່​ຄວາມ​ຫາ​ຍານະ ຂອງ​ພວກ​ກໍ່​ການ​ຮ້າຍນຳ​ດ້ວຍ.

ການ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ນິວ​ເຄລຍຄັ້ງທີ​ສີ່​ແລະ​ກໍ​ເປັນຄັ້ງສຸດທ້າຍ​ຂອງ ທ່ານ​ໂອ​ບາ​ມາ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ມີ​ຄວາມ​ກັງວົນ​ຫລາຍ​ຂຶ້ນ ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້​ທີ່ ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິສລາມອາດ​ຈະ​ໃຊ້​ລະ​ເບີດ​ທີ່​ມີ​ກຳ​ມັນຕະພາບ​ລັງສີ​ດັ່ງກ່າວແລະ​ກ່ຽວ ກັບ​ການ​ສ້າງ​ອາວຸດ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ.

Nuclear Security Summit
please wait

No media source currently available

0:00 0:01:17 0:00

ຜູ້ນຳ​ຂອງ​ໂລກ​ບາງ​ຄົນ​ ທີ່​ໄປ​ຮ່ວມ​ງານ​ລ້ຽງ​ອາຫານ​ຄ່ຳ ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ​ຢູ່ທຳ ນຽບຂາວ​ໃນ​ຄືນ​ວັນ​ພະຫັດ​ວານ​ນີ້​ແມ່ນ​ມາ​ຈາກ​ປະ​ເທດ​ຕ່າງໆ​ທີ່​ໄດ້​ຮັບ​ຜົນກະທົ​ບ​ໂດຍ ​ກົງ​ຈາກການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ.

ທີ່​ງານ​ລ້ຽງ​ຮັບຮອງ​ອາຫານ​ຄ່ຳ​ລະດັບ​ລັດຖະມົນຕີ​ຢູ່​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ນັ້ນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ ທ່ານ John Kerry ກ່າວ​ວ່າ ມັນ​ມີ​ບາງ​ເວລາທີ່​ຄວາມ ກ້າວໜ້າ​ກ່ຽວ​ກັບ​ຄວາມ​ໝັ້ນຄົງ​ດ້ານ​ນິວ​ເຄລຍ​ໄດ້​ມີ ການ​ຊັກ​ຊ້າ ​ແລະ​ຍັງ​ມີ​ອີກ​ຫລາຍສິ່ງ ຫຼາຍຢ່າງ​ໃຫຍ່ໆ​ທີ່​ຈະ​ຕ້ອງ​ໄດ້​ກະທຳ​ແຕ່ ທຸກ​ບາດກ້າວ​ຄືບ​ໜ້າ​ທີ່​ພວກ​ເຮົາ​ເອົາ ​ແມ່ນ​ເປັນ ບາດກ້າວ ​ໄປ​ຈາກ​ໄ​ພອັນຕະລາຍ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ຖະແຫຼງກ່ອນງານລ້ຽງຮັບຮອງ ອາຫານຄ່ຳ ຂອງກະຊວງຕ່າງປະເທດ ສະຫະລັດ ຕ້ອນຮັບ ຄະແນນຜູ້ແທນ ເຂົ້າຮ່ວມ ກອງປະຊຸມສຸດຍອດ ນິວເຄລຍ ທີ່ວໍຊິງຕັນ
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ຖະແຫຼງກ່ອນງານລ້ຽງຮັບຮອງ ອາຫານຄ່ຳ ຂອງກະຊວງຕ່າງປະເທດ ສະຫະລັດ ຕ້ອນຮັບ ຄະແນນຜູ້ແທນ ເຂົ້າຮ່ວມ ກອງປະຊຸມສຸດຍອດ ນິວເຄລຍ ທີ່ວໍຊິງຕັນ

​ໃນ​ຕອນ​ເຊົ້າ ວັນ​ພະຫັດ​ວານ​ນີ້ ທ່ານ​ໂອ​ບາ​ມາ​ ໄດ້​ປະຊຸມ​ຫລາຍໆ​ຄັ້ງກັບ​ພວກ​ຜູ້ນຳຂອງ ໂລກ ກ່ອນ​ທີ່​ໄດ້​ຮັບ​ຂ່າວ​ວ່າ ​ເກົາຫລີ​ເໜືອ​ໄດ້​ທົດ​ລອງ​ຍິງ​ໃນອັນ​ທີ່​ສົງ​ໄສ​ວ່າເປັນ​ລູກ​ສອນ ໄຟ​ຂີ​ປະ​ນາ​ວຸດ.

ທ່ານ​ໄດ້​ພົບ​ປະ​ກັບ​ປະທານ​າ​ທິບໍດີ Park Geun-hye ​ແຫ່ງ​ເກົາຫຼີ​ໃຕ້​ແລະນາຍົກລັດຖະ ມົ​ນຕີ​ຍີ່ປຸ່ນ ທ່ານ Shinzo Abe ​ເພື່ອ​ຫາລື​ກ່ຽວ​ກັບ​ໄພ​ຂົ່ມຂູ່ ​ຂອງເກົາຫຼີ​ເໜືອ ຫລັງ​ຈາກ ພຽງ​ຢາງ​ໄດ້​ທົດ​ລອງ​ນິວ​ເຄລຍ​ໃນ​ເດືອນ​ມັງກອນແລະ​ຍິງ​ລູກ​ສອນ​ໄຟ​ໄລຍະ​ໄກ​ໃນ​ເດືອນ ກຸມພາ​ຜ່ານ​ມາ.

ນອກ​ນັ້ນພຽງ​ຢາງ​ຍັງ​ໄດ້​ເປັນ​ຈຸດ​ເພັ່ງ​ເລັງ ​ເວລາ​ປະທານາທິບໍດີີ​ໂອ​ບາ​ມາ​ໄດ້​ນັ່ງລົມ​ກັນ​ກັບ ປະທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິ​ງ.

President Obama Hosts White House Dinner for 50 Leaders
please wait

No media source currently available

0:00 0:01:05 0:00

XS
SM
MD
LG