ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄພຂົ່ມຂູ່ ຍັງມີຢູ່ ຂະນະທີ່ ປ. ໂອບາມາ ເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດ ນິວເຄລຍ


Washington Summit to Tackle Keeping Nuclear Materials From Terrorists' Reach
please wait

No media source currently available

0:00 0:02:24 0:00

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ​ໂອ​ບາ​ມາ ຈະ​ເປັນ​ເຈົ້າ
ພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ດ້ານ​ນິວ
​ເຄລຍຄັ້ງທີສີ່ ແລະກໍເປັນ​ຄັ້ງສຸດ​ທ້າຍທີ່​ນະຄອນ​ຫຼວງ​ວໍ​ຊິງ​ຕັນ ​
ໃນ​ອາທິດ​ນີ້ ​ໃນ​ຂະນະ​ທີ່​ ວັດ​ຖຸນິວ​ເຄລຍຫລາຍໆ​ໂຕນຍັງ​ບໍ່​ມີ​
ການ​ຄຸ້ມ​ຄອງ​ຮັກສາ​ຢ່າງ​ແໜ້ນໜາ​ພຽງພໍແລະ​ອາດ​ຈະ​ຕົກ​ໄປ​
ຢູ່​ໃນ​ກຳມື​ຂອງພວກ​ກໍ່​ການ​ຮ້າຍ​ຫຼື​ສ່ວນ​ບຸກຄົນ ​ທີ່​ມີ​ຈຸດປະສົງ​
ຮ້າຍກໍໄດ້.

ທຳນຽບຂາວ​ກ່າວ​ວ່າ ​ໃນ​ຂະນະ​ທີ່​ມັນ​ເປັນ​ໄປ​ບໍ່​ໄດ້ ​ທີ່​ຈະ​ຄາດ​
ຄະ​ເນ​ກ່ຽວ​ກັບ​ໂອ ກາດ​ໃນ​ການ​ທີ່​ຈະ​ມີ​ການ​ໂຈມ​ຕີ​ໂດຍ​ພວກ​
ຫົວ​ຮຸນ​ແຮງ​ຈັດ ​ແຕ່​ກໍ​ມີ​ທາດ​ຢູ​ເຣນຽມທີ່​ກັ່ນ​ແລ້ວ​ໃນ​ລະດັບ​ສູງ
2,000 ​ໂຕນ ​ແລະ​ທາດ​ປລູ​ໂຕ​ນຽມ​ທີ່​ແຍກ​ແລ້ວ ຢູ່​ນຳໂຄງການ​ຕ່າງໆ​ຂອງ​ພວກ​ພົນລະ​
ເຮືອນ​ແລະ​ທະຫານ ໃນ​ທົ່ວ​ໂລກ.

ທ່ານ Ben Rhodes ຮອງ​ທີ່​ປຶກສາ​ທາງ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດກ່າວ​ວ່າ ພວກ​ເຮົາ
​ຮູ້​ວ່າ ອົງການ​ກໍ່​ການ​ຮ້າຍ​ຕ່າງໆ​ມີ​ຄວາມ​ປະສົງ ທີ່​ຈະ​ເຂົ້າ​ເຖິງ​ວັດຖຸ​ດິບ​ເຫຼົ່ານີ້ແລະ​ຄວາມ​
ປະສົງ​ຂອງ​ພວກ​ເຂົາ​ກໍ​ແມ່ນ​ເພື່ອ​ເຮັດ​ອຸບປະກອນ​ນິວ​ເຄລຍ. ທ່ານ Rhodes ກ່າວ​ຕື່ມ​ວ່າ ພວກ​ເຮົາ​ມີ​ຄວາມ​ຈຳ​ເປັນ​ ທີ່​ຈະ​ຕ້ອງ​ໄດ້​ເພີ້ມການຮ່ວມ​ມື​ທາງ​ດ້ານ​ນິວ​ເຄລຍລະຫວ່າງ​ປະ
​ເທດ​ຂຶ້ນ​ເປັນ​ສອງ​ເທົ່າ.

Nuclear Security Summit
please wait

No media source currently available

0:00 0:01:17 0:00

ນີ້​ແມ່ນ​ເທື່ອ​ທຳ​ອິດທີ່​ກອງ​ປະຊຸມ​ສຸດ​ຍອດ​ຈະ​ຈັດ​ປະຊຸມ​ນັດ​ພິ​ເສດ​ຂຶ້ນເພື່ອ​ຫາທາງ​ຄ້ຳປະ
ກັນ​ວ່າ​ເຮັດ​ແນວ​ໃດ​ກຸ່ມ​ຕ່າງໆ​ເຊັ່ນ​ກຸ່ມ​ລັດ​ອິສລາມຈຶ່ງ​ຈະ​ບໍ່​ສາມາດໄດ້​ຮັບ​ວັດ​ຖຸນິວ​ເຄລຍ.

ກອງ​ປະ​ຊຸມ​ສຸດ​ຍອດວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ນິວ​ເຄລຍ ຊຶ່ງ​ມີ​ຂຶ້ນ​ໃນ​ທຸກໆ​ສອງ​ປີເລີ້ມຂຶ້ນໃນ​
ວັນ​ພະຫັດ​ມື້ນີ້ ​ແລະ​ວັນ​ສຸກ​ມື້ອື່ນ​ ຈະ​ມີ​ຄະນະ​ຜູ້ຕາງໜ້າ ​ຈາກ 50 ກວ່າ​ປະເທດ​ ເຂົ້າຮ່ວມ
ຊຶ່ງ​ຈະມີ​ການ​ປຶກສາ​ຫາລື​ກັນ ກ່ຽວ​ກັບ​ໄພ​ຂົ່ມຂູ່​ຈາກ​ນິວ​ເຄລຍ ​ແລະວິທີ​ປ້ອງ​ກັນ​ ໄພ​ຂົ່ມຂູ່ເຫຼົ່ານີ້.

Nuclear Security Summit
please wait

No media source currently available

0:00 0:00:30 0:00

XS
SM
MD
LG