ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະນຸສາວະລີ ວໍ​ຊິງ​ຕັນ ເປີດ​ຄືນ​ໃໝ່​​ ​ຫຼັງຈາກຊ່ອມແປງ ​ເປັນເວລາເກືອບ ​3 ປີ ​(ວີດີໂອ)


ພະນັກງານຄົນນຶ່ງ ກຳລັງມ້າງຮົ້ວ ອອກຈາກບໍລິເວນ ອະນຸສາວະລີ ວໍ​ຊິງ​ຕັນ ເພືອເປີດຕ້ອນຮັບ ບັນດານັກທ່ອງທ່ຽວ ທີ່ຈະມາຊົມ ແລະ ຂຶ້ນໄປເທິງຈອມ.
ພະນັກງານຄົນນຶ່ງ ກຳລັງມ້າງຮົ້ວ ອອກຈາກບໍລິເວນ ອະນຸສາວະລີ ວໍ​ຊິງ​ຕັນ ເພືອເປີດຕ້ອນຮັບ ບັນດານັກທ່ອງທ່ຽວ ທີ່ຈະມາຊົມ ແລະ ຂຶ້ນໄປເທິງຈອມ.
ອະນຸສາວະລີ ວໍ​ຊິງ​ຕັນ ນຶ່ງ​ໃນ​ບັນ​ດາ​ ອະນຸສາວະລີ ທີ່​ເດັ່ນໆ​
ເປັນ​ຫລັກ​ເມືອງຂອງນະຄອນຫຼວງສະຫະລັດ​ ​ຈະເປີດ​ຄືນ​ໃໝ່
ໃຫ້​ຄົນຂຶ້ນ​ໄປ​ເບິ່ງ ໃນ​ມື້​ນີ້ ​ເກືອບ ​3 ປີ ​ຫຼັງຈາກ​ທີ່ ​ໄດ້​ຮັບ​ຄວາມ
​ເສຍ​ຫາຍ​ຍ້ອນ​ແຜ່ນດິນ​ໄຫວ ທີ່​ບໍ່ສູ້ປະ​ທະ​ເຂດ​ນີ້.

ອະນຸສອນ​ສະຖານ​ດັ່ງ​ກ່າວ ທີ່​ໄດ້ສ້າງ​ຂຶ້ນ​ເພື່ອ​ເປັນກຽດ​ແກ່
ປະທາ​ນາ​ທິບໍ​ດີ ຜູ້​ທຳ​ອິດຂອງ​ອາ​ເມຣິກາ ຄືທ່ານ George
Washington ນັ້ນ​ໄດ້​ປິດໄວ້ ​ເປັນ​ເວລາ​ປະມານ 33 ​ເດືອນ
​ເພື່ອໃຫ້ພວກນັກ​ວິສະວະກອນ ​ເຂົ້າ​ໄປທຳ​ການສຳ​ຫລວດ​
ຢ່າງ​ກວ້າງຂວາງ ​ເບິ່ງຄວາມ​ເສຍ​ຫາຍ​ ແລະ ທຳ​ການບູລະນະ
ຊ່ອມ​ແປງ. ອະນຸສາວະລີຫີນ​ຂາວ​ ດັ່ງກ່າວ​ ມີ​ລັກສະນະ ​ຄື​ກັນ
​ກັບ​ເຫລັກ​ຕະປູ​ ທີ່​ຕັ້ງ​ຂຶ້ນນີ້ ​ມີ​ສີ່​ແຈ ປາຍ​ແຫຼມ ແລະ ສູງຂະໜາດ 169 ​ແມັດ ຊຶ່ງ​ໃນຄັ້ງນຶ່ງ
​ເຄີຍ​ເປັນໂຄງສ້າງ​ ທີ່​ສູງ​ທີ່​ສຸດ​ໃນ​ໂລກ​. ​ເວລາ​ນີ້ ​ແມ່ນ​ມີ​ອາຍຸ​ 130 ປີ​ແລ້ວ.

​ໄດ້​ມີ​ການວາງສະແດງແບບໃໝ່ ຕິດຕັ້ງ​ໃສ່ ຢູ່​ບ່ອນຈອມ​ແຫລມ​ ຂອງ​ອະນຸສາວະລີ ​ແລະ
ບັນດາ​ຜູ້ເຂົ້າຊົມ ສາມາດຂີ່​ລິ​ຟ ຫຼືຕູ້​ໄຟຟ້າ ຂຶ້ນ​ໄປ​ເທິງຈອມໄດ້​ ຄື​ເກົ່າ​ ຊຶ່ງ​ເປັນ​ຈຸດ ​ທີ່
ສູງສຸດຂອງວໍ​ຊິງ​ຕັນ ດີ​ຊີ ​ເພື່ອ​ມອງອອກ​ໄປ​ເບິ່ງ ​ແລະ ​ຊົມ​ທິວະ​ທັດ​ ຂອງ​ເມືອງຫຼວງ​ໄດ້​ ໃນທຸກໆ​ດ້ານ.

​ແຜ່ນດິນ​ໄຫວ​ໃນ​ປີ 2011 ​ໄດ້ສັ່ນ​ສະ​ເທືອ​ນ​ ບໍລິ​ເວນ​ອັນ​ກ້ວາງ​ໃຫຍ່ ຢູ່​ເລາະ​ຕາມ​ຝັ່ງ​ທະ​ເລ
​ກໍ້​າຕາ​ເວັນ​ອອກ ຂອງ​ສະຫະລັດ ຊຶ່ງ​ເປັນ​ເຂດ​ທີ່ ​ບໍ່​ສູ້ມີ​ແຜ່ນດິນ​ໄຫວ.

​ແຜ່ນດິນ​ໄຫວ​ຄັ້ງ​ນັ້ນ ຍັງ​ເຮັດໃຫ້ ວິຫານ​ແຫ່ງ​ຊາດຂອງ​ວໍ​ຊິງ​ຕັນ ຫຼື Washington National Cathedral ​ໄດ້​ຮັບຄວາມ​ເສຍ​ຫາຍ​ຢ່າງ​ໜັກ ​ເຊັ່ນ​ດຽວ​ກັນ.
XS
SM
MD
LG