ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍ​ຊິງ​ຕັນ ອາດ​ຈະ​ສົ່ງ ລະ​ບົບ​ລູກ​ສອນ​ໄຟ​ຍຸດ​ທະ​ສາດ ກອງ​ທັບ​ບົກ ໄປ​ໃຫ້​ຢູ​ເຄ​ຣນ


ແຟ້ມ - ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້ ຍິງ​ລະ​ບົບ​ລູກ​ສອນ​ໄຟ​ຍຸດ​ທະ​ສາດກອງ​ທັບ​ບົກ​ ແລະ​ລະ​ບົບ​ລູກ​ສອນ​ໄຟ​ຮິນ​ມູ 2 ຂອງ​ເກົາ​ຫຼີ​ໃຕ້ ໄປ​ສູ່​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ ນອກ​ຝັ່ງ​ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 5 ກໍ​ລະ​ກົດ 2017. (8th United States Army/Handout via Reuters)
ແຟ້ມ - ສະ​ຫະ​ລັດ ແລະ​ເກົາ​ຫຼີ​ໃຕ້ ຍິງ​ລະ​ບົບ​ລູກ​ສອນ​ໄຟ​ຍຸດ​ທະ​ສາດກອງ​ທັບ​ບົກ​ ແລະ​ລະ​ບົບ​ລູກ​ສອນ​ໄຟ​ຮິນ​ມູ 2 ຂອງ​ເກົາ​ຫຼີ​ໃຕ້ ໄປ​ສູ່​ທະ​ເລ​ກ້ຳ​ຕາ​ເວັນ​ອອກ​ ນອກ​ຝັ່ງ​ຂອງ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 5 ກໍ​ລະ​ກົດ 2017. (8th United States Army/Handout via Reuters)

ລັດ​ຖະ​ບານ​ທ່ານ​ໄບ​ເດັນ ມີ​ລາຍ​ງານ​ວ່າ ກຳ​ລັງ​ພິ​ຈາ​ລະ​ນາ​ທີ່​ຈະ​ສະ​ໜອງ​ລູກ​ສອນ​ໄຟ​ໄລ​ຍະ​ໄກໃຫ້​ແກ່​ຢູ​ເຄ​ຣນ ທີ່​ສາ​ມາດ​ບັນ​ທຸກ​ລະ​ເບີດ​ລູກ​ຫວ່ານຊຶ່ງອາ​ດ ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ທີ່​ສຳ​ຄັນເລິກ​ເຂົ້າ​ໄປ​ໃນ​ເຂດ​ຢຶດ​ຄອງ​ຂອງ​ຣັດ​ເຊຍ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ສີ່​ທ່ານ.

ຫຼັງ​ຈາກ​ໄດ້​ເຫັນ​ຄວາມ​ສຳ​ເລັດ​ຂອງ​ລະ​ເບີດ​ລູກ​ຫວ່ານ​ທີ່​ຍິງ​ຈາກ​ປືນ​ໃຫຍ່ 155 ມມ ​ເມື່ອ​ສອງ​ສາມ​ເດືອນ​ທີ່​ຜ່ານ​ມານີ້ ສະ​ຫະ​ລັດ​ກຳ​ລັງ​ພິ​ຈາ​ລະ​ນາ​ທີ່​ຈະ​ສົ່ງ​ລະ​ບົບ​ຍິງ​ລູກ​ສອນ​ໄຟ​ຍຸດ​ທະ​ວິ​ທີ​ກອງ​ທັບ​ບົກ (ATACMS) ທີ່​ສາ​ມາດ​ຍິງ​ໄ​ດ້​ໄກ​ເຖິງ 306 ກິ​ໂລ​ແມັດແລະ​ລະ​ບົບ​ຈະ​ຫຼວດ​ນຳ​ວິ​ຖີ​ຫຼາຍ​ລຳ​ກ້ອງ (GMLRS) ທີ່ ​ມີ​ລັດ​ສະ​ໝີ 72 ກິ​ໂລ​ແມັດ ແລະ​ບັນ​ຈຸ​ລະ​ເບີດ​ລູກ​ຫວ່ານ ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ້. ລະ​ບົບ​ຈະ​ຫຼວດຫຼາຍ​ລຳ​ກ້ອງ GMLRS ສາ​ມາດ​ຫວ່ານ​ລະ​ເບີດ​ອອກ​ໄປ​ໄດ້​ເຖິງ 404 ລູກ. ຢູ​ເຄ​ຣນ​ມີ​ລະ​ບົບ​ຈະ​ຫຼວດ​ດັ່ງ​ກ່າວ ​ຢູ່​ໃນ​ຄວາມ​ຄອບ​ຄອງ ມາ​ໄດ້​ຫຼາຍ​ເດືອນ​ແລ້ວ.

ລັດ​ຖະ​ບານ​ຂອງ​ທ່ານ​ໄບ​ເດັນ​ພວມ​ທຳ​ການ​ພິ​ຈາ​ລະ​ນາ​ມາ​ເປັນ​ເວ​ລາ​ຫຼາຍ​ເດືອນ​ກ່ຽວ​ກັບ​ການ​ສະ​ໜອງ​ລະ​ບົບ​ຍິງ​ລູກ​ສອນ​ໄຟ ATACMS ໂດຍ​ມີ​ຄວາມ​ຢ້ານ​ກົວ​ວາ ການ​ຈັດ​ສົ່ງ​ອາ​ວຸດ​ດັ່ງ​ກ່າວ ​ໄປ​ໃຫ້​ຢູ​ເຄ​ຣນນັ້ນ ອາດ​ຈະ​ຖືກ​ເບິ່ງ​ກັນ​ວ່າ ເປັນ​ການ​ເຄື່ອນ​ໄຫວແບບ​ຮຸກ​ຮານ​ຫຼາຍ​ເກີນ​ໄປ​ຕໍ່​ຣັດ​ເຊຍ.

ໃນ​ຂະ​ນະ​ທີ່​ການເປີດ​ສາກ​ບຸກ​ໂຈມ​ຕີ​ຕອບ​ໂຕ້​ຄືນ​ຂອງຢູ​ເຄ​ຣນ ​ຕໍ່​ກຳ​ລັງ​ຂອງ​ຣັດ​ເຊຍ ພວມສະ​ແດງ​ໃຫ້​ເຫັນ​ຮ່ອງ​ຮອຍ​ຂອງ​ຄວາມ​ກ້າວ​ໜ້າ ແນວ​ໃດ​ກໍ​ຕາມ ວໍ​ຊິງ​ຕັນ ແມ່ນ​ມີ​ຄວາມ​ສົນ​ໃຈ​ທີ່​ຈະ​ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່ກອງ​ທັບ​ຢູ​ເຄ​ຣນ​ໃນ​ເວ​ລາ​ທີ່​ມີ​ຄວາມ​ຫຼໍ່​ແຫຼມ​ສຳ​ຄັນ​ນີ້ ອີງ​ຕາມ​ສອງ​ແຫຼ່​ງ​ຂ່າວ​ທີ່​ແຈ້ງ​ໃຫ້ຣອຍ​ເຕີ້​ຊາບ.

ໜ່ວຍ​ສືບ​ລັບ​ຂອງກອງ​ທັບ​ຢູ​ເຄ​ຣນ​ກ່າວ​ໃນ​ວັ​ນ​ຈັນ​ນີ້​ວ່າ ພວກ​ທະ​ຫານ​ຢູ​ເຄ​ຣນ​ສາ​ມາດ​ເຂົ້າ​ຢຶດ​ຄືນ​ແທ່ນ​ເຈາະ​ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດນອກ​ແຄມ​ຝັ່ງ​ຫຼາຍ​ແຫ່ງ ໃກ້ໆ​ກັບ​ແຫຼມ​ໄຄ​ຣ​ເມຍ.

ໜ່ວຍ​ສືບ​ລັບຢູ​ເຄ​ຣນ​ກ່າວ​ຜ່ານ​ເທ​ເລ​ແກ​ຣມ​ວ່າ ​ການ​ປະ​ຕິ​ບັດ​ງານ​ທີ່​ຮວມ​ທັງ​ກຳ​ລັງ​ພິ​ເສດ​ຂອງ​ຢູ​ເຄ​ຣນ​ຢູ​ເທິງ​ເຮືອ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເຮືອ​ບິນ​ລົບ​ອາຍ​ພົ່ນ Su-30 ຂອງ​ຣັດ​ເຊຍ ພ້ອມ​ທັງ​ຢຶດ​ໄດ້ ​ເຮ​ລີ​ຄອບ​ເຕີ້ ອາ​ວຸດ ແລະ​ອຸບ​ປະ​ກອນ​ເຣ​ດ້າ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຢູ​ເຄ​ຣນ ​ກ່າວ​ວ່າ ຣັດ​ເຊຍ​ໄດ້​ເຂົ້າ​ຢຶດ​ເອົາ​ແທ່​ນ​ເຈາະ​ເຫຼົ່າ​ນີ້ ມາ​ແຕ່​ປີ 2015 ແລະ​ໄດ້​ໃຊ້​ແທນ​ເຈາະ​ເພື່ອ​ຈຸດ​ປະ​ສົງ​ທາງ​ດ້ານ​ທະ​ຫານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG