ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ອາ​ເມ​ຣິ​ກັນ ກຽມຟັງ ຄໍາຖະແຫລງ ຕໍ່ປະເທດຊາດ ຂອງ ປ.ໂອບາມາ (ວີດີໂອ)


Washington Gearing up For Obama's State of the Union Speech
please wait

No media source currently available

0:00 0:02:07 0:00
ລິງໂດຍກົງ
ນະ​ຄອນ​ຫລວງວໍ​ຊິງ​ຕັນ ກໍາລັງ​ກຽມ​ຕົວຕິດຕາມ​ຟັງວ່າ ປະທາ
ນາທິບໍດີ Barack Obama ຈະ​ເວົ້າ​ຫຍັງ​ແດ່ ກ່ຽວກັບ​ສະພາບ
​ການ​ຂອງປະ​ເທດຊາດ ​ໃນຄໍາ​ປາ​ໄສ ຕໍ່​ລັດຖະສະພາ ​ແລະປະ
ຊາຊົນ​ອາ​ເມຣິກັນ ​ໃນ​ແລງ​ວັນ​ອັງຄານ ມື້​ອື່ນນີ້ ຢູ່ທີ່​ຕຶກ​ລັດຖະ
ສະພາ​. ທໍາ​ນຽບຂາວ​ໄດ້​ເປີ​ດ​ເຜີ​ຍ​ໃຫ້​ຮູ້ລ່ວງ​ໜ້າ​ແລ້ວ ຫົວ ​ຂໍ້
ສໍາຄັນໆ​ທີ່​ທ່ານປະທານາທິບໍດີ ຈະເວົ້າ​ເຖິງ ​ແລະ​ພັກ​ຣີພັບ
​ບລິກັນ ກໍ​ໄດ້ໃຫ້​ຮ່ອງ​ຮອຍ​ເຊັ່ນ​ກັນ​ວ່າ ​ເຂົາ​ເຈົ້າ​ຈະ​ຕອບ​ໂຕ້​
ຢ່າງ​ໃດ.

​ລາຍການ​ຂອງ ປະທານ​າທິບໍດີ Barack Obama ​ໃນປີ​ທີ່​ຫົກ
ຂອງ​ການ​ດໍາລົງ ຕໍາ​ແໜ່ງຂອງທ່ານ ​ແມ່ນ​ມີ​ຮວມ​ທັງ ການ​ເນັ້ນ
​ໜັກ​ຢ່າງ​ໃຫຍ່ໃສ່​ຊ່ອງ​ຫວ່າງ​ທີ່​ ຂະຫຍາຍກ້ວາງອອກ​ນັບ​ມື້ ລະຫວ່າງຊາວ​ອາ​ເມຣິກັນທີ່
ຮັ່ງມີ ​ແລະ​ຄົນ​ທຸກຍາກ ​ອີ​ງຕາມ ໂຄສົກ​ທໍານຽບຂາວ ທ່ານJay Carney ທີ່​ກ່າວ​ວ່າ:

“ປະ​ທາ​ນາທີ​ບໍດີ ​ຖື​ວ່າ ປີ​ນີ້ເປັນປີ​ແຫ່ງ​ການ​ເຄື່ອນ​ໄຫວ ​ເຮັດ​ວຽກ​ກັບລັດຖະສະພາ ​ໃນເລື້ອງ
ທີ່​ທ່ານ​ສາມາດ​ເຮັດ​ໄດ້ ​ແລະ​ຂ້າມ​ຜ່ານລັດຖະສະພາ​ ​ໃນ​ເວລາ​ທີ່​ມີຄວາມ​ຈໍາ​ເປັນເພື່ອຍົກ​
ລະດັບ​ບັນດາ​ຜູ້​ຄົນທີ່​ທຸກ​ຍາກ ທີ່​ຢາກ​ຈະ​ປີນ​ປ່າຍຂື້ນ​ມາ​ຢູ່​ໃນ​ລະດັບ ຊົນຊັ້ນ​ກາງນັ້ນ.”

ວີດີໂອ: ທ່ານໂອບາມາຈະເນ້ນໜັກ ໃສ່ເລື້ອງຊ່ອງຫວ່າງລະຫວ່າງລາຍໄດ້:

Obama Highlights Growing US Income Gap
please wait

No media source currently available

0:00 0:02:54 0:00
ລິງໂດຍກົງ

ພັກຣີພັບ​ບລິກັນ ​ເຫັນ​ດີນໍາ​ຂໍ້​ທີ່​ວ່າ ມີ​ຄວາມ​ຈໍາ​ເປັນ​ສໍາລັບໂອ​ກາດ​ທາງເສດຖະກິດ ທີ່ໃຫຍ່
​ຫລວງກ່ວາ​ເກົ່າ ​ແຕ່​ກ່າວວ່າ ທ່ານໂອບາມາຢືນ​ກີດ​ຂວາງຢູ່. ​ເມື່ອວັນ​ເສົາ​ທີ່ຜ່ານມາ ຜູ້ແທນ
​ສະພາ​ສູງ Roy Blent ​ໄດ້​ກ່າວ​ຕອບ​ລ່ວງ​ໜ້າ ຕໍ່​ຄໍາ​ປາ​ໄສ​ຂອງ​ທ່ານ​ໂອ​ບາມາ ກ່ຽວ​ກັບ​
ສະພາບ​ການ​ຂອງ​ປະ​ເທດ​ຊາດນັ້ນ ໂດຍ​ກ່າວວ່າ:

“ສິ່ງ​ທີ່ ປະທານາທິບໍດີ Obbama ​ບໍ່ໄດ້ຮັບ​ຮູ້ ກໍ​ຄືວ່າ ຊາວ​ອາ​ເມຣິກັນ ​ໄດ້​ຮັບ​ຄວາມເດືອດ
ຮ້ອນ ​ ຍ້ອນ​ນ​ະໂຍບາຍ​ຂອງ​ທ່ານ. ນະ​ໂຍບາຍ​ຂອງລັດຖະບານ​ນີ້ ​ໃນ​ການສ້າງ​ໃຫ້​ມີ​ລັດ
ຖະບານ​ຫລາຍ​ຂື້ນ ​ໃຊ້​ຈ່າຍ​ຫລາຍ​ຂື້ນ ​ເສຍພາສີ​ຫລາຍ​ຂື້ນ ​ແລະ​ມີ​ໜີ້​ສິນ​ຫລາຍຂື້ນ ​ແມ່ນ
​ໄດ້ກໍ່ໃຫ້​ເກີດ​ວິ​ກິດ​ການ ​ຄວາມ​ບໍ່​ກໍ້າ​ເກິ່ງກັນ​ດ້ານໂອກາດໃນປະ​ເທດ​ຂອງ​ເຮົາ​. ​ນະ​ໂຍບາຍ​
ເຫລົ່າ​ນີ້ ​ແມ່ນ​ໄດ້ສ້າງ​ຄວາມເດືອດຮ້ອນ ໃຫ້​ແກ່​ພວກ​ທີ່​ທຸກ​ຍາກ​ທີ່​ສຸດ ​ໃນ​ໝູ່​ພວກ​ເຮົານັ້ນ
ຢ່າງ​ບໍ່​ຍຸດຕິ​ທໍາ ​ໃນ​ໄລຍະ​ຫ້າ​ປີ​ທີ່​ຜ່ານ​ມາ.”

ຜູ້ແທນພັກຣີພັບ​ບລິ​ກັນ ​ທີ່ຈະ​ຖະ​ແຫລ​ງຕອບ ​ຄໍາ​ປາໄສຂອງປະທານາທິບໍດີ ຈະແມ່ນຜູ້​
ແທນ​ສະພາ​ຕໍ່າ ທ່ານ​ນາງ Cathy McMorris Rodgers.
​ມີນັກສັງ​ເກດ​ການ​ໜ້ອຍ​ຄົນ ທີ່ຄາດ​ວ່າ ຄໍາປາ​ໄສຂອງປະທານາທິບໍດີ ຈະກະ​ຕຸ້ນ​ໃຫ້ມີ​ການ
​ເຄື່ອນ​ໄຫວ​ນໍາ​ກັນ​ໂດຍ​ທັນທີ ຈາກ​ສອງ​ຝ່າຍ​ຢູ່​ໃນສະພາ ທີ່ແບ່ງ​ແຍກ​ກັນນັ້ນ. ​ແຕ່ຢ່າງ​ໜ້ອຍ​
ທີ່​ສຸດ ມັນ​ຈະ​ເປີດ​ເຜີຍ​ໃຫ້​ເຫັນ​ລ່ວງ​ໜ້າ ກ່ຽວ​ກັບ ເສ້ນ​ຂອງສົງຄາມ​ການ​ເມືອງ ​ແລະ​ບອກ​ໃຫ້​
ຮູ້​ວ່າ ສະພາບ​ການຈະ​ເປັນ​ແນວ​ໃດ​ໃນປີການ​ເລືອກ​ຕັ້ງກາງ​ສະ​ໄໝ ທີ່ຈະ​ມີ​ການ​ປ່ອນ​ບັດ​ເອົາ​
ຜູ້​ແທນ​ສະພາ​ຕໍ່າ​ທັງ​ໝົດ ​435 ຄົນ ແລະ​ນຶ່ງ​ສ່ວນ​ສາມ​ຂອງສະພາ​ສູງ ຄື 33 ຄົນ ນັ້ນ.

ລາຍງານວີດີໂອ ກ່ຽວກັບ ບັນຫາເສດຖະກິດ ຂອງສະຫະລັດ:

Improving US Economy May Help President
please wait

No media source currently available

0:00 0:02:39 0:00
ລິງໂດຍກົງ
XS
SM
MD
LG