ວໍຊິງຕັນກຳລັງຕິດຕາມເຫດການໃນເມືອງລີເບຣິວິລ (Libreville) “ຢ່າງໃກ້ຊິດ ຫຼາຍ”, ທຳນຽບຂາວກ່າວ ໃນວັນພຸດວານນີ້, ບໍ່ເທົ່າໃດຊົ່ວໂມງ ຫຼັງຈາກພວກທະຫານໃນປະເທດກາບົງ (Gabon) ໃນອາຟຣິກາຕາເວັນຕົກໄດ້ຍຶດອຳນາດຈາກຄອບຄົວທີ່ປົກຄອງປະເທດມາເປັນເວລາຫຼາຍກວ່າເຄິ່ງສະຕະວັດ.
ທຳນຽບຂາວຍັງໄດ້ປົກປ້ອງຄຳໝັ້ນສັນຍາຂອງສະຫະລັດຕໍ່ອາຟຣິກກາ ຫຼັງຈາກຖືກຖາມວ່າ ການກໍ່ລັດຖະປະຫານ ຢູ່ໃນພາກພື້ນນີ້ ເປັນສັນຍານທີ່ສະແດງໃຫ້ເຫັນວ່າ ວໍຊິງຕັນໄດ້ເບິ່ງຂ້າມທະວີບທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນແລະ ມີຄວາມຫຼໍ່ແຫຼມນີ້ແລ້ວຫຼືບໍ່.
"ທັງໝົດມັນເກີດຂື້ນໃນຂ້າມຄືນ," ທ່ານຈອນ ເຄີບີ (John Kirby), ຜູ້ອຳນວຍການ ຝ່າຍການສື່ສານດ້ານຍຸດທະສາດຂອງສະພາຄວາມໝັ້ນຄົງແຫ່ງຊາດກ່າວໃນລະຫວ່າງການຖະແຫຼງຕໍ່ບັນດານັກຂ່າວ.
ປະທານາທິບໍດີ ອາລີ ບອງໂກ ອອນດິມບາ (Ali Bongo Ondimba) ເຊິ່ງດຳລົງຕໍາແໜ່ງມາຍາວນານຂອງ ກາບົງ (Gabon) ໄດ້ເປີດເຜີຍວິດີໂອຢືນຢັນການກັກບໍລິເວນໃນເຮືອນຂອງທ່ານ, ພຽງບໍ່ເທົ່າໃດຊົ່ວໂມງຫຼັງຈາກທ່ານໄດ້ຮັບການຢືນຢັນວ່າເປັນຜູ້ຊະນະການເລືອກຕັ້ງຄັ້ງຫຼ້າສຸດ ເຊິ່ງນັກສັງເກດການກ່າວວ່າມີຄວາມບໍ່ປົກະຕິເກີດຂື້ນ, ອິງຕາມເວັບໄຊຂອງອົງການ Freedomhouse.
ທ່ານໄດ້ເຂົ້າຮັບຕໍາແໜ່ງຫຼັງຈາກການເສຍຊີວິດຂອງພໍ່ຂອງທ່ານ ໃນປີ 2009 ແລະໄດ້ຜ່ານຜ່າຄວາມພະຍາຍາມກໍ່ລັດຖະປະຫານໃນປີ 2019. ຄອບຄົວບອງໂກ (Bongo) ໄດ້ນໍາພາອະດີດອານານິຄົມຂອງຝຣັ່ງມາຢ່າງຕໍ່ເນື່ອງຕັ້ງແຕ່ປີ 1967, ແລະໄດ້ຖືກກຸ່ມສິດທິມະນຸດກ່າວຫາວ່າ ເປັນຄົນຮັ່ງມີ ໃນປະເທດຊາດທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນ, ແຕ່ເປັນບ່ອນທີ່ພົນລະເມືອງໂດຍສະເລ່ຍຕ້ອງດິ້ນຮົນເພື່ອຄວາມຢູ່ລອດທ່າມກາງການຫວ່າງງານທີ່ສູງ, ອິງຕາມເວັບໄຊ the World Factbook ຂອງ CIA.
ທ່ານເຄີບີ (Kirby) ກ່າວເຖິງເຫດການດັ່ງກ່າວວ່າ “ມັນໜ້າເປັນຫ່ວງຢ່າງຍິ່ງຕໍ່ພວກເຮົາ,” “ພວກເຮົາຈະຍັງຄົງເປັນຜູ້ສະຫນັບສະຫນູນປະຊາຊົນໃນພາກພື້ນ, ສະຫນັບສະຫນູນປະຊາຊົນກາບົງ (Gabon) ແລະຄວາມຕ້ອງການ ການປົກ ຄອງແບບປະຊາທິປະໄຕຂອງພວກເຂົາເຈົ້າ ຢ່າງແນ່ນອນ. ແຕ່ພວກເຮົາຍັງຈະສຸມໃສ່ສືບຕໍ່ເຮັດວຽກຮ່ວມກັບບັນດາພັນທະມິດໃນອາຟຣິກາຂອງພວກເຮົາ ແລະ ... ປະຊາຊົນທັງໝົດໃນທະວີບ ເພື່ອແກ້ໄຂກັບສິ່ງທ້າທາຍ ແລະ ເພື່ອສະໜັບສະໜູນປະຊາທິປະໄຕ. ດັ່ງນັ້ນ, ອີກເທື່ອໜຶ່ງ, ພວກເຮົາ ກຳລັງຈັບຕາເບິ່ງເລື່ອງນີ້ຢ່າງໃກ້ຊິດ.”