ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສຫລ ກໍາລັງພິຈາລະນາ ຈະຖອນ ທະຫານທັງໝົດ ອອກຈາກ ອັຟກາ​ນິສຖານ (ວີດິໂອ)


US Says No Decision Yet on Afghanistan Troops
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ

ວີດິໂອ: ກອງທັບສະຫະລັດກ່າວວ່າ ຍັງບໍ່ມີການຕັດສິນໃຈ ເທື່ອວ່າ ສະຫະລັດຈະຖອນທະຫານທັງໝົດ ອອກໄປຈາກ ອັຟການິສຖານ ແຕ່ປະທານາທິບໍດີໂອບາມາ ຍັງພິຈາລະນາຢູ່.

ທໍານຽບຂາວ​ກ່າວ​ວ່າ ປະທານາທິບໍດີ​ Barack Obama ກໍາລັງ​
ພິຈາລະນາ​ທີ່​ຈະ​ຖອນ​ກອງ​ກໍາລັງ​ທັງໝົດ​ຂອງ​ສະຫະລັດ​
ອອກ​ຈາກອັຟກາ​ນິສຖານ ພາຍ​ໃນທ້າຍ​ປີ 2014 ​ແຕ່​ວ່າ​ທາງ​
ອອກອື່ນໆທັງ​ໝົດ​ ກໍ​ຍັງ​ຢູ່​ໃນ​ການ​ພິຈາລະນານໍາອີກ​ຢູ່.

​ໃນ​ວັນ​ອັງຄານ​ວານ​ນີ້ ໂຄສົກ​ປະ​ຈໍາ​ທໍານຽບຂາວ ທ່ານ Jay Carney ​ ​ກ່າວວ່າ ​ອັນ​ທີ່​ເອີ້ນວ່າ “zero option” ຫຼື ບໍ່​ມີ​ທາງ​ເລືອກ​ເລີຍນັ້ນ ​ແມ່ນ​ນຶ່ງໃນຫຼາຍໆ​ແຜນການທີ່​ເປັນ​ໄປ​ໄດ້ ສໍາລັບ​ອັຟກາ​ນິສຖານ​ ​ໃນໄລຍະ​ຫຼັງສົງຄາມ ​ແຕ່​ທ່ານ​ຍັງກ່າວອີກ​ວ່າ ຈະຍັງບໍ່​ມີການ​ຕັດສິນໃຈ​ໃນ​ໄວໆ​ນີ້​ເທື່ອ ​ແລະໃຫ້​ຂໍ້​ສັງ​ເກດ​ວ່າ ທ້າຍ​ປີ 2014 ກໍ​ຍັງ​ຢູ່ໄກ ອີກຕັ້ງ​ 18 ​ເດືອນພຸ້ນ.

ໜັງສືພິມ New York Times ​ລາຍ​ງານຂ່າວໃນ​ວັນ​ອັງຄານ​ວານ​ນີ້ວ່າ ທ່ານ Obama
ກໍາລັງ​ພິຈະ​ລະນາ​ຢ່າງຂ້ອນ​ຂ້າງ​ເອົາ​ຈິງ​ເອົາ​ຈັງ ​ທີ່​ຈະຖອນ​ກອງ​ກໍາລັງ​ທັງໝົດ​ຂອງ​ສະຫະ
ລັດ ​ອອກຈາກອັຟກາ​ນິສຖານ ​ຍ້ອນ​ຄວາມ​ມຸດ​ມັດ​ໃຈ​ນໍາ​ການ​ຕໍ່​ລອງ​ກັບ​ປະທານາທິບໍດີ
ອັຟກາ​ນິສຖານ ທ່ານ Hamid Karzai. ໜັງສືພິມຍັງໄດ້ກ່າວອີກວ່າ ທ່ານ Obama
ອາດ​ຈະ​ເລັ່ງ​ເວລາ​ຂອງ​ຕາຕະລາງ​ສໍາລັບ​ການ​ຖອນ​ອອກ​ຈາກອັຟກາ​ນິສຖານ ນັ້ນໃຫ້​
ໄວ​ຂຶ້ນ ​ແລະ​ວ່າ​ສ່ວນ​ໃຫຍ່​ຂອງ​ກໍາລັງ​ສະຫະລັດ ອາດ​ຈະໄດ້ກັບ​ຄືນ​ປະ​ເທດ​ພາຍໃນ​
ກາງ​ປີໜ້າ​ກໍ​ເປັນ​ໄດ້.

​ແຜນການ​ທັງຫຼາຍໃນ​ປະຈຸ​ບັນ​ນີ້ ​ແມ່ນ​ຮຽກຮ້ອງ​ໃຫ້ປ່ອຍ​ກອງ​ກໍາລັງ​ສ່ວນນຶ່ງ​ນ້ອຍໆໄວ້​ໃນ
ອັຟກາ​ນິສຖານ ຫຼັງ​ຈາກ​ທີ່​ທະຫານ​ອາ​ເມຣິກັນ​ສ່ວນ​ໃຫຍ່​ ຖອນ​ອອກ​ໄປ​ພາຍ​ໃນ​ທ້າຍ​ປີ 2014 ​ແລ້ວ​ນັ້ນ.
XS
SM
MD
LG