ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ວໍຊິງຕັນຕິດຕາມເບິ່ງການກໍ່ ລັດຖະປະຫານ ໃນປະເທດໄນເຈີ ຢ່າງໃກ້ຊິດ


Washington Closely Watching Niger After Coup
please wait

No media source currently available

0:00 0:03:12 0:00

ທຳນຽບຂາວກ່າວວ່າ ຕົນກຳລັງຕິດຕາມເບິ່ງການກໍ່ລັດຖະປະຫານຢູ່ໃນ ໄນເຈີຢ່າງ ໃກ້ຊິດ, ໃນຂະນະທີ່ສະຖານທູດສະຫະລັດ ກຽມຍົກຍ້າຍພະນັກງານຈຳ​ນວນອອກຈາກປະເທດອາຟຣິກາຕາເວັນຕົກແຫ່ງນັ້ນ. ຂະ​ນະທີ່ພວກ​ວາງ​ແຜນ​ກໍ່​ລັດຖະປະຫານ ​ໄດ້​ແນມ​ເບິ່ງ​ເສັ້ນ​ຕາຍວ່າ​ວັນ​ອາທິດ​ນີ້ ໃຫ້​ເອົາ​ປະທານາທິບໍດີ​ຜູ້​ຖືກ​ເລືອກ​ຕັ້ງ​ແບບປະຊາທິປະ​ໄຕ​ທີ່​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງນັ້ນ​ກັບຄືນ​ມາ​ກຳ​ຕຳ​ແໜ່ງ​ຄືນຢູ່ນັ້ນ, ພວກນັກວິ​ເຄາະ​ກ່າວ​ວ່າ ມົສກູ ​ແລະ​ປັກ​ກິ່ງກໍ​ຕິດຕາມ​ເບິ່ງ​ ນິ​ອາ​ເມ ​ແລະ​ຊອກ​ຫາ​ໂອກາດ​ເພື່ອຈະ​ຂະຫຍາຍ​ອິດ​ທິພົນ​ຂອງ​ຕົນ.

ທ່ານຈອນ ເຄີ​ບີ ຫົວ​ໜ້າຝ່າຍສື່ສານຍຸດທະສາດຂອງສະພາຄວາມໝັ້ນ ຄົງແຫ່ງຊາດ ກ່າວຕໍ່ນັກຂ່າວໃນອາທິດນີ້ວ່າ "ພວກເຮົາກຳລັງຕິດ​ຕາມເບິ່ງເລື່ອງນີ້ຢ່າງໃກ້ຊິດ. "ແລະພວກເຮົາບໍ່ໄດ້ຕັດສິນໃຈໃດໆ ແຕ່ແນ່ນອນວ່າ ພວກເຮົາຈະດໍາເນີນການຢ່າງ ເຂັ້ມງວດ ເພື່ອປະເມີນການຊ່ວຍເຫຼືອຂອງພວກເຮົາໃນ​ຂັ້ນຕໍ່ໄປ."

ການກໍ່ລັດຖະປະຫານໃນອາທິດແລ້ວນີ້ ໃນປະເທດໄນເຈີ ໄດ້ປະຕິບັດຕາມແບບຢ່າງ ທີ່ເຮັດໂດຍການກໍ່ລັດຖະປະຫານໃນມໍ່ໆມານີ້ໃນມາລີ, ກີເນຍ ແລະ ເບີກີນາ ຟາໂຊ: ນາຍທະຫານກຸ່ມນຶ່ງທີ່ບໍ່ພໍໃຈຕໍ່ຄວາມໝັ້ນຄົງ ແລະ ການປົກຄອງທີ່ບໍ່ດີ, ໄດ້ຈັບຕົວ ຜູ້ນຳຂອງປະເທດ, ຍຶດເອົາຄື້ນອອກອາກາດ ແລະ ປະກາດວ່າຕົນເອງເປັນ ຜູ້ຮັບຜິດຊອບທັງ​ໝົດ.

ພວກ​ສັນ​ຊາດ​ອີ​ຕາ​ລີ ແລະ​ຊາວ​ຢູ​ໂຣບ​ຈາກ​ປະ​ເທດ​ອື່ນ ແລະ​ພົນ​ລະ​ເມືອງ​ອາ​ເມ​ຣິ​ກັນ​ທີ່ພາ​ກັນ​ຍົກ​ຍ້າຍ​ອອກ​ຈາກໄນ​ເຈີ​ຫລັງ​ຈາກທະ​ຫານ​ໄດ້​ກໍ່​ລັດ​ຖະ​ປະ​ຫານນັ້ນ ໄດ້​ພາ​ກັນໄປ​ເຖິງ​ສະ​ໜາມ​ບິນແຫ່ງ​ນຶ່ງ​ໃຫ້​ກັບ​ນະ​ຄອນ​ຫລວງ​ໂຣມ, ອາ​ຕາ​ລີ, ວັນ​ທີ 2 ສິງ​ຫາ, 2023.
ພວກ​ສັນ​ຊາດ​ອີ​ຕາ​ລີ ແລະ​ຊາວ​ຢູ​ໂຣບ​ຈາກ​ປະ​ເທດ​ອື່ນ ແລະ​ພົນ​ລະ​ເມືອງ​ອາ​ເມ​ຣິ​ກັນ​ທີ່ພາ​ກັນ​ຍົກ​ຍ້າຍ​ອອກ​ຈາກໄນ​ເຈີ​ຫລັງ​ຈາກທະ​ຫານ​ໄດ້​ກໍ່​ລັດ​ຖະ​ປະ​ຫານນັ້ນ ໄດ້​ພາ​ກັນໄປ​ເຖິງ​ສະ​ໜາມ​ບິນແຫ່ງ​ນຶ່ງ​ໃຫ້​ກັບ​ນະ​ຄອນ​ຫລວງ​ໂຣມ, ອາ​ຕາ​ລີ, ວັນ​ທີ 2 ສິງ​ຫາ, 2023.

ແຕ່ຖ້າ​ເອົາທັດສະນະທີ່ຄ້າຍຄືກັນທີ່ໂດດເດັ່ນ, ນັ້ນ​ໄວ້​ຕ່າງ​ຫາກ​ແລ້ວ ການກໍ່ລັດຖະ ປະຫານໃນປະ​ເທດ​ຢູ່​ເຂດອາຟຣິກາຕາເວັນຕົກແຫ່ງນັ້ນ ແມ່ນແຕກຕ່າງກັນ, ແລະ ເຮັດໃຫ້ວໍຊິງຕັນຕິດ​ຕາມເບິ່ງ "ເປັນ​ແຕ່​ລະຊົ່ວໂມງໄປ" ເພື່ອເບິ່ງວ່າການ ທູດທີ່ຫນ້າເກງ​ຂາມ ຈະເຮັດໃຫ້ປະທານາທິບໍດີທີ່ຖືກປົດອອກຈາກຕໍາແໜ່ງ - ເຊິ່ງກະຊວງການຕ່າງປະເທດໄດ້ສະແດງ "ການສະຫນັບສະຫນູນຢ່າງບໍ່ຢຸດຢັ້ງ" - ນັ້ນກັບຄືນສູ່ອໍານາດໄດ້​ບໍ່.

​ທັງ​ນີ້ ກໍ​ເພາະ​ວ່າ ​ໄນ​ເຈີ​ເປັນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ຂອງ​ສະຫະລັດ​ໃນ​ການ​ຕໍ່ສູ້​ກັບ​ລັດທິ​ຫົວ​ຮຸນ​ແຮງ​ອິສລາມ​ໃນ​ເຂດຊາ​ແຮລ ​ໂດຍ​ມີ​ຖານ​ທັບ​ເຮືອ​ບິນ​ທີ່​ສຳຄັນ​ຂອງ​ສະຫະລັດ ​ແລະ​ກຳລັງ​ທະຫານ​ສະຫະລັດ​ຫຼາຍ​ຮ້ອຍ​ຄົນ​ຢູ່​ໃນ​ປະ​ເທດນັ້ນ.

XS
SM
MD
LG