ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສວນສັດ ໃນວໍຊິງຕັນ ສະຫຼອງ ການເກີດ ຂອງລູກໝີ ແພນດ້າ ຄູ່ນຶ່ງ


ລູກໝີ ແພນດ້າ ໂຕທີໜຶ່ງ ກຳລັງໄດ້ຮັບການກວດສອບ ໂດຍ ບັນດາສັດຕະວະແພດ ຫຼັງຈາກທີ່ໄດ້ເກີດອອກມາ ຢູ່ສວນສັດ ແຫ່ງຊາດຂອງ Smithsonian ໃນນະຄອນຫຼວງວໍຊິງຕັນ, ວັນທີ 22 ສິງຫາ 2015.
ລູກໝີ ແພນດ້າ ໂຕທີໜຶ່ງ ກຳລັງໄດ້ຮັບການກວດສອບ ໂດຍ ບັນດາສັດຕະວະແພດ ຫຼັງຈາກທີ່ໄດ້ເກີດອອກມາ ຢູ່ສວນສັດ ແຫ່ງຊາດຂອງ Smithsonian ໃນນະຄອນຫຼວງວໍຊິງຕັນ, ວັນທີ 22 ສິງຫາ 2015.

ບັນດາ​ຜູ້​ນິຍົມ​ຊົມ​ຊອບ ໝີ​ Panda ຂະໜາດຍັກ ​ໄດ້​ຮັບ​ຂ່າວ​ດີ​
ໃນ​ວັນເສົາ​ວານນີ້ ​ໃນ​ຂະນະ​ທີ່ ສວນສັດ​ແຫ່ງ​ຊາດ​ຂອງ
Smithsonian ຢູ່​ໃນ​ວໍ​ຊິງ​ຕັນ ​ໄດ້​ປະກາດ​ການເກີ​ດໃໝ່ ຂອງ​
ລູກ​ໝີ Panda ນ້ອຍ​ຄູ່ໜຶ່ງ​.

ສວນສັດ​ດັ່ງກ່າວ ​ໄດ້​ປະກາດ​ການ​ເກີ​ດ ທີ່​ໜ້າ​ຕື່ນ​ເຕັ້ນ​ດີໃຈ
ຂອງລູກ​ໝີ​ນ້ອຍ ​ໂຕ​ທີ​ສອງ ​ທີ່​ສຸຂະພາບ​ດີ ໂດຍ​ແມ່​ໝີ Mei
Xiang ​ເມື່ອ​ຕອນ​ແລງ​ຂອງ​ວັນ​ເສົາ​ວານ​ນີ້ ປະມານ 5 ຊົ່ວ​ໂມງ
ຫຼັງຈາກ ​ທີ່ໄດ້​ເກີດ​ມີ​ຄວາມຕື່ນ​ເຕັ້ນ ​ໄປ​ທົ່ວ​ຂົງ​ເຂດ​ຢ່າງ​ກວ້າງ
ຂວາງ ດ້ວຍ​ຂ່າວ​ການເກີ​ດ ຂອງ​ລູກ​ໝີ Panda ​ໂຕ​ທຳ​ອິດ.
​ເພດ​ຂອງ​ພວກ​ລູກໝີ ທີ່​ເກີດໃໝ່​ນັ້ນ ຈະ​ໄດ້ບອກ​ໃຫ້​ຮູ້ ​ໃນ​ມື້​ຕໍ່​ໄປ.

Panda Birth Washington
please wait

No media source currently available

0:00 0:00:43 0:00

​ໃນ​ຄຳ​ຖະ​ແຫລ​ງທີ່​ຍືດຍາວ ຫຼັງຈາກ​ການເກີ​ດທຳ​ອິດ ທາງ​ການ​ສວນ​ສັດ ກ່າວ​ວ່າ Mei Xiang ​ໄດ້​ມີ​ປະຕິກິລິຍາ ​ໃນ​ທາງ​ທີ່​ດີ​ຕໍ່​ລູກ​ໝີ ​ໂດຍ​ການ​ອຸ້ມ​ເອົາ​ລູກ​ໝີ​ນ້ອຍ​ຂຶ້ນ.

ຜູ້ອຳນວຍການ​ສວນສັດ ທ່ານ Dennis Kelly ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ຕື່ນ​ເຕັ້ນດີ​
ອົກ​ດີ​ໃຈ” ​
ແລະ ກ່າວ​ອີກ​ວ່າ “​ລູກໝີ ​ແມ່ນມີ​ຄວາມ​ສ່ຽງ ​ໃນ​ຂະນະ​ທີ່​ຍັງ​ມີ​ຂະໜາດ
ນ້ອຍ​ຢູ່ ປະມານ 4 ຊັງ​ຕີ​ແມັດ ​ແຕ່​ພວກ​ເຮົາ​ຮູ້​ວ່າ Mei ແມ່ນເປັນ​ແມ່​ທີ່​ດີຫຼາຍ.”

XS
SM
MD
LG