ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍຊິງຕັນ ກຽມພ້ອມ ສຳລັບການໃຫ້ປາກຄຳ ຂອງທ່ານ ໂຄມີ


ອະດີດຜູ້ອຳນວຍການອົງການ FBI ທ່ານ ເຈມສ ໂຄມີ ໃຫ້ປາກຄຳຢູ່ລັດຖະສະພາ Capitol Hill ນະຄອນຫຼວງ ວໍຊິງຕັນ. 3 ພຶດສະພາ, 2017.
ອະດີດຜູ້ອຳນວຍການອົງການ FBI ທ່ານ ເຈມສ ໂຄມີ ໃຫ້ປາກຄຳຢູ່ລັດຖະສະພາ Capitol Hill ນະຄອນຫຼວງ ວໍຊິງຕັນ. 3 ພຶດສະພາ, 2017.

ບັນດາສະມາຊິກສະພາມີຄວາມຄາດຫວັງທີ່ແຕກຕ່າງກັນ ໃນຂະນະທີ່ລັດຖະສະພາ
Capitol Hill ໄດ້ກະກຽມສຳລັບສິ່ງທີ່ພວກເຂົາເຈົ້າໄດ້ສັນຍາວ່າ ຈະເປັນເລື່ອງໃຫຍ່ໂຕ ເຊິ່ງແມ່ນການໃຫ້ປາກຄຳໃນວັນພະຫັດມື້ອື່ນນີ້ ໂດຍອະດີດຜູ້ອຳນວຍການອົງການ
FBI ທ່ານ ເຈມສ ໂຄມີ ກ່ຽວກັບ ການສືບສວນ ຣັດເຊຍ ແລະ ການຕິດຕໍ່ຂອງທ່ານກັບ
ປະທານາທິບໍດີ ດໍໂນລ ທຣຳ ກ່ອນທ່ານຈະຖືກປົດອອກຈາກຕຳແໜ່ງໃນເດືອນທີ່ຜ່ານ
ມາ.

ສະມາຊິກສະພາສູງພັກເດໂມແຄຣັດ ທ່ານ Tim Kaine ຈາກລັດເວີຈິເນຍ ໄດ້ກ່າວໃນ
ວັນອັງຄານວານນີ້ວ່າ “ນີ້ແມ່ນການສືບສວນສອບສວນ ກ່ຽວກັບ ຄວາມເປັນໄປໄດ້
ຂອງການຂາຍຊາດ, ຄວາມເປັນໄປໄດ້ ກ່ຽວກັບ ການສອດແນມ, ແລະ ຄວາມເປັນ
ໄປໄດ້ ຕໍ່ການຂັດຂວາງຂະບວນການຍຸຕິທຳ. ມັນມີຄວາມຮ້າຍແຮງຫຼາຍ ເຊິ່ງພວກ
ເຮົາຕ້ອງລົງເລິກຢ່າງເຕັມທີ່.”

ທ່ານ ໂຄມີ ຈະໃຫ້ປາກຄຳ ຕໍ່ຄະນະກຳມະການສືບລັບ, ເຊິ່ງກຳລັງກວດສອບເລື່ອງ
ການແຊກແຊງໃນການເລືອກຕັ້ງ ສະຫະລັດ ປີກາຍນີ້, ພ້ອມກັບການພົວພັນທຸກໆຄັ້ງ
ລະຫວ່າງ ມົສກູ ກັບ ກຸ່ມຄົນວົງໃນຂອງທ່ານ ທຣຳ. ມັນຈະເປັນການປາກົດຕົວຕໍ່ສາທາ
ລະນະ ເປັນຄັ້ງທຳອິດ ນັບຕັ້ງແຕ່ທ່ານ ທຣຳ ໄດ້ປົດທ່ານອອກຈາກຕຳແໜ່ງຢ່າງກະ
ທັນຫັນ ແລະ ມີລາຍງານ ທີ່ວ່າ ທ່ານ ໂຄມີ ໄດ້ຂຽນບັນທຶກທີ່ໃຫ້ລາຍລະອຽດ ກ່ຽວກັບ ການຖືກກົດດັນຈາກປະທານາທິບໍດີ ເພື່ອໃຫ້ຢຸດເຊົາການສືບສວນສອບສວນ ກ່ຽວກັບ ອະດີດທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ ໄມເຄີລ ຟລິນ ໂດຍອົງການ FBI

ຈາກຊ້າຍ, ປະທານາທິບໍດີ ດໍໂນລ ທຣຳ, ອະດີດຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດ ທ່ານ ໄມເຄິລ ຟລິນ, ອະດີດຜູ້ອຳນວຍການອົງການ FBI ທ່ານ ເຈມສ ໂຄມີ.
ຈາກຊ້າຍ, ປະທານາທິບໍດີ ດໍໂນລ ທຣຳ, ອະດີດຜູ້ຊີ້ນຳດ້ານຄວາມປອດໄພແຫ່ງຊາດ ທ່ານ ໄມເຄິລ ຟລິນ, ອະດີດຜູ້ອຳນວຍການອົງການ FBI ທ່ານ ເຈມສ ໂຄມີ.

ສະມາຊິກສະພາສູງພັກເດໂມແຄຣັດ ທ່ານນາງ Dianne Feinstein ຈາກລັດຄາລິຟໍ
ເນຍ ກ່າວວ່າ “ຂ້າພະເຈົ້າຢາກຮູ້ວ່າ ແມ່ນຫຍັງໄດ້ເກີດຂຶ້ນ ໃນການປະຊຸມກັນລະ
ຫວ່າງ ທ່ານ ໂຄມີ ກັບທ່ານປະທານາທິບໍດີ, ກ່ຽວກັບ ການທີ່ປະທານາທິບໍດີ ຂໍໃຫ້
ທ່ານປົດນາຍພົນ ຟລິນ ນັ້ນ.”

ສະມາຊິກສະພາສູງພັກຣີພັບບລີກັນ ຈາກລັດຟລໍຣິດາ ທ່ານ Marco Rubio ໄດ້ກ່າວ
ໃນຂໍ້ຄວາມທີ່ຖືກສົ່ງຫາລັດຖະບານຂອງທ່ານວ່າ “ການຕັດສິນສຸດທ້າຍແມ່ນເລື່ອງຈິງ, ພວກເຮົາບໍ່ຢາກສືບຕໍ່ອາໄສການລາຍງານຂອງສື່ມວນຊົນ ຫຼື ແຫຼ່ງຂ່າວທີ່ບໍ່ອອກຊື່. ຂ້າພະເຈົ້າຄິດວ່າມັນມີຄວາມສຳຄັນທີ່ຈະໄດ້ຍິນໂດຍກົງຈາກເພິ່ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG