ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເວ​ເນ​ຊູ​ເອ​ລາ ຂະ​ຫຍາຍ ​ຈຸດ​ເພັ່ງ​ເລັງ​ໃສ່ ເວ​ເນ​ຊູ​ເອ​ລາ


ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ, ຊ້າຍ, ແລະ ຜູ້​ນຳ​ຝ່າຍ​ຄ້ານ ທ່ານ ຮວນ ກວາ​ອີ​ໂອ. 2 ກຸມ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ເວ​ເນ​ຊູ​ເອ​ລາ ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ, ຊ້າຍ, ແລະ ຜູ້​ນຳ​ຝ່າຍ​ຄ້ານ ທ່ານ ຮວນ ກວາ​ອີ​ໂອ. 2 ກຸມ​ພາ, 2019.

ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ
ທຣຳ ໃນວັນອາທິດວານນີ້ ໄດ້ທຳການພິຈາລະນາ ກ່ຽວກັບ ການດີ້ນຮົນເພື່ອກຳອຳ
ນາດຢ່າງຮຸນແຮງຂອງ ເວເນຊູເອລາ ລະຫວ່າງຜູ້ປົກຄອງທີ່ຖືກໂຈມຕີທ່ານ ນິໂຄລັສ
ມາດູໂຣ ກັບ ຜູ້ນຳຝ່າຍຄ້ານ ທ່ານ ຮວນ ກວາອີໂດ, ຜູ້ທີ່ຖືກຮັບຮູ້ວ່າເປັນປະທານາທິ
ບໍດີຊົ່ວຄາວ ໂດຍປະຊາຄົມນານາຊາດຫຼາຍປະເທດ. ທ່ານ ຈອນ ໂບລຕັນ ໄດ້ກ່າວ
ກ່ຽວກັບທ່ານ ມາດູໂຣ ຢູ່ລາຍໃນ​ການ This Week ຂອງ​ໂທ​ລະ​ພາບ ABC ວ່າ “ຂ້າ​
ພະເຈົ້າຫວັງວ່າອະນາຄົດຂອງທ່ານຈະປະກອບມີ ການອາໄສຢູ່ຫາດຊາຍງາມໆບ່ອນ
ໃດບ່ອນນຶ່ງ ຫ່າງໄກຈາກປະເທດ ເວເນຊູເອລາ.”

ທ່ານ ໂບ​ລ​ຕັນ ​ກ່າວ​ວ່າ “ກຳ​ລັງ​ໃຈ​ທັງຫຼາຍ​ແມ່ນ​ຢູ່​ຝ່າຍ​ຂອງ​ທ່ານ ກວາ​ອີ​ໂດ” ແຕ່​ໄດ້
ສະເໜີວ່າ ມັນຈະເປັນຊາວ ເວເນຊູເອລາ ຜູ້ທີ່ຮັບປະກັນວ່າ ຜູ້ນຳຝ່າຍຄ້ານຈະເປັນ
ຜູ້ໄດ້ໄຊຊະນະ.

ທ່ານ​ທີ່​ປຶກ​ສາ​ດ້ານ​ຄວາມ​ປອດ​ໄພ​ແຫ່ງ​ຊາດກ່າວ​ວ່າ “ມັນ​ມີການ​ສົນ​ທະ​ນາ​ທີ່​ນັບ​ບໍ່​ໄດ້
ລະຫວ່າງບັນດາສະມາຊິກຂອງສະພາແຫ່ງຊາດ ແລະ ສະມາຊິກຂອງກອງທັບໃນ
ເວເນຊູເອລາ ທີ່ເວົ້າ ກ່ຽວກັບ ສິ່ງທີ່ອາດເກີດຂຶ້ນ, ວິທີທີ່ເຂົາເຈົ້າອາດເຄື່ອນໄຫວເພື່ອ
ສະໜັບສະໜູນຝ່າຍຄ້ານ.”

ການ​ລົ້ມ​ລະ​ລາຍ​ທາງ​ເສ​ດ​ຖະ​ກິດ​ຂອງ ເວ​ເນ​ຊູ​ເອ​ລາ ໄດ້​ກໍ່​ໃຫ້​ເກີດ​ຄວາມ​ອຶດ​ຫິວ,
ການຂາດແຄນສິ່ງຂອງຈຳເປັນ ແລະ ການຍົກຍ້າຍຖິ່ນຖານຄັ້ງໃຫຍ່. ສອງສາມວັນ
ກ່ອນໜ້ານີ້ ຄວາມທຸກຍາກແມ່ນໄດ້ເພີ່ມທະວີຂຶ້ນ, ໃນຂະນະທີ່ໄຟຟ້າມອດຢ່າງກວ້າງ
ຂວາງໄດ້ເຮັດໃຫ້ທຸກຢ່າງຢຸດຊະງັກ ໃນຂະນະທີ່ປະເທດໄດ້ມີຄວາມອ່ອນແອຢູ່ແລ້ວ.
ໂດຍລວມແລ້ວ, ໄພພິບັດດ້ານມະນຸດສະທຳທີ່ຮຸນແຮງທີ່ສຸດຂອງຊີກຕາເວັນຕົກຂອງ
ໂລກນັ້ນ ໄດ້ບັງຄັບໃຫ້ຊາວ ເວເນຊູເອລາ ຫຼາຍກວ່າ 3 ລ້ານຄົນຫຼົບໜີອອກຈາກປະ
ເທດທີ່ອຸດົມສົມບູນໄປດ້ວຍນ້ຳມັນນັ້ນ.

ທ່ານ ນິ​ໂຄ​ລັ​ສ ມາ​ດູ​ໂຣ, ຜູ້​ຊາຍ​ທີ່​ໄດ້​ສືບ​ທອດ​ຕຳ​ແໜ່ງ​ ຈາກສະ​ມາ​ຊິກ​ຂອງ​ພັກ​ການ​
ເມືອງຝ່າຍຊ້າຍ ທ່ານ ຮິວໂກ ຊາເວັສ ເປັນປະທານາທິບໍດີໃນປີ 2013 ນັ້ນ, ໄດ້ຖິ້ມ
ໂທດໃສ່ ວໍຊິງຕັນ ສຳລັບຄວາມລຳບາກຂອງ ເວເນຊູເອລາ ຢ່າງຕໍ່ເນື່ອງ.

ທ່ານ ມາ​ດູ​ໂຣ ໄດ້​ກ່າວ​ໃນ​ການ​ຊຸມ​ນຸມ​ຂອງ​ຜູ້​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ທ່ານ​ວ່າ “ພວກ​ເຮົາ​ກຳ​
ລັງປະເຊີນກັບການຄຸກຄາມທີ່ຮ້າຍແຮງຈາກຈັກກະພັດ ອາເມຣິກາ ທີ່ ເວເນຊູເອລາ
ໄດ້ປະສົບຕະຫຼອດປະຫວັດສາດ 200 ປີຂອງພວກເຮົາ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Washington Boosts Focus on Venezuela
please wait

No media source currently available

0:00 0:02:50 0:00

XS
SM
MD
LG