ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ລົມພາຍຸ ຂະໜາດແຮງ ຖະຫລົ່ມ ເຂດນະຄອນຫຼວງ ສະຫະລັດ


ນີ້ແມ່ນຮູບສ່ວນນຶ່ງ ຂອງຕົ້ນໄມ້ລົ້ມທັບຕັນຖະໜົນ 13th Street NW ໃນຂົງເຂດ ວົງວຽນ Logan Circle ໃນນະຄອນຫລວງວໍຊິງຕັນ ດີ.ຊີ ວັນເສົາ ທີ່ 30 ມິທຸນາ 2012.

ລົມ​ພາຍຸ​ຂະໜາດ​ແຮງ ​ໄດ້​ພັດ​ຖະຫລົ່ມ​ຂົງ​ເຂດ​ນະຄອນຫລວງ​ຂອງສະຫ​ະລັດ​ ​ເຮັດ​
ໃຫ້ 1 ລ້ານ 5 ​ແສນ​ຫລັງ​ຄາ​ເຮືອນ ​ແລະ​ທຸຣະກິດ ຕົກ​ຢູ່​ໃນ​ຄວາມ​ມືດ​ບໍ່​ມີ​ໄຟຟ້າ​ໃຊ້.

ສະພາບອາກາ​ດປັ່ນ​ປ່ວນທີ່​ຮ້າຍ​ແຮງ​ໃນ​ຕອນເດິກແລງ​ວັນ​ສຸກ​ວານ​ນີ້ ​ໄດ້ເຮັດ ​ໃຫ້​ຕົ້ນ​
ໄມ້​ກົ່ນ ​ແລະ​ພັດ​ເອົາຫລັງ​ຄາ​ເຮືອນ​ຫລ​າຍໆຫລັງອອກ. ​ງ່າ​ໄມ້ທີ່​ຫັກໄດ້ ຊະຊາຍ​ຢັ່ງ
ຢາຍ​ຢູ່ຕາ​ມຖະໜົນ​ຫົນ​ທາງ ​ໃນ​ນະຄອນຫລວງວໍ​ຊິງ​ຕັນ ​ແລະ​ຄຸ້ມ ຕ່າງໆ​ໃນ​ເຂດ​ຊານ
​ເມືອງ ທີ່​ລັດ​ແມຣີ​ແລນ ​ແລະ​ລັດເວີ​ຈີ​ເນຍ. ​ເຮືອນ​ຫລາຍໆ​ຫລັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​
ຍ້ອນ​ຕົ້ນໄມ້​ລົ້ມ​ທັບ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຢ່າງໜ້ອຍ​ສອງ​ຄົນ​ໄດ້​ເສຍ​ຊີວິດ ​ໃນ​ເຂດ​ພາກ​ເໜືອ​ຂອງລັດ​ເວີ​ຈີ​ເນຍ
​ຍ້ອນ​ຕົ້ນ​ໄມ້​ລົ້ມ​ທັບ.

ຄວາມ​ແຮງ​ຂອງ​ລົ​ມ​ແມ່ນ​ເກືອບ​ 130 ກິໂລ​ແມດຕໍ່​ຊົ່ວ​ໂມງ ຫຼັງຈາກ​ໄດ້​ມີ​ສະ ພາບອາ
ກາດ​ຮ້ອນ​ເອົ້າອຸນຫະພູມ​ສູງ​ເປັນ​ປະຫວັດ​ການ 40 ອົງສາ ​Celsius ​ໃນ​ນະ​ຄອນ​
ຫລວງວໍ​ຊິງ​ຕັນ. ຄວາມ​ຮ້ອນ​ຂອງອາກາດ​ໄດ້ຫລຸດ​ລົງ​ມາ​ຢູ່ 23 ອົງສາ​ ທັນ​ທີຫລັງ​ຈາກ
​ໄດ້ເກີດລົມພາຍຸ​ ​ແຕ່​ຄາດ​ວ່​າ ອາກາດຈະ​ຮ້ອນ​ເອົ້າ​ຂຶ້ນ​ຄືນ​ອີກ​ໃນ​ວັນ​ເສົາມື້ນີ້.

ລົມ​ພາຍຸ​ຫົວນີ້ ​ໄດ້​ພັດ​ຜ່ານ​ສ່ວນ​ໃຫຍ່​ເຂດພາກ​ກາງຕອນ​ເໜືອຂອງສະຫະລັດ ໃນ​
ຕອນບ່າຍແລະ​ຕອນແລງ ​ເຮັດ​ໃຫ້​ລົດ​ບັນທຸກ​ຫລາຍ​ຄັນ​ປີ້ນຂວໍ້າຢູ່​ຕາມ​ຖະໜົນຮາ​ຍ​ເວ.

XS
SM
MD
LG