ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນຕ້ອງການຫລີກເວ້ນບັນຫາ ຂັດແຍ່ງທີ່ແຫລມເກົາຫລີ


ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ ນາຍົກລັດຖະມຸນຕີ​ຈີນ ກ່າວ​ວ່າ ມີ​ຄວາມ​ຕ້ອງການຢ່າງ​ຮີບ​ດ່ວນ​ເພື່ອ​ຫລີກ​ລ້ຽງ

ບັນຫາ​ຂັດ​ແຍ້​ງກັນ​ລະຫວ່າງ​ສອງ​ເກົາ​ຫລີຫລັງ​ຈາກ​ເຮື​ອລົບ​ຂອງ​ເກົາຫລີ​ໃຕ້​ລຳ​ນຶ່ງ​ຈົມ​ລົງ​ນ້ຳ​ແລ້ວ.

ແຕ່​ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ ທ່ີ​ກ່າວ​ຖ້ອຍ​ຖະ​ແຫລ​ງ​ໃນ​ວັນ​ອາທິດ​ມື້​ນີ້ ຫລັງຈາກ​ທຳ​ການ​ພົບ​ປະ​ຫາລື​ຂັ້ນ​ສຸດ​ຍອດ​
ກັບ​ທ່ານ ຫລີ ມິອອງພັກ ປະທານາທິບໍດີ​ເກົາຫລີ​ໃຕ້ ​ແລະ​ນາຍົກລັດຖະມຸນຕີຍີ່ປຸ່ນ ທ່ານ​ຢູກິ​ໂອະ ຮາ​ໂຕ​ຢາ​ມະ

ເປັນ​ເວລາ​ສອງ​ມື້​ແລ້ວ ບໍ່​ໄດ້​ສະ​ແດງ​ຮ່ອງຮອຍໃດໆ​ໃຫ້​ເຫັນ​ວ່າ ຈີນ​ຕຽມ​ພ້ອມ​ຈະ​ຮ່ວມ​ກັບ​ພວກ​ຜູ້ນຳທັງ​ສອງ

ຖິ້ມ​ໂທດເລື້ອງ​ໂສກ​ນາຕະ​ກຳ​ເຮືອ​ລົບ​ເກົາຫລີ​ໃຕ້​ນີ້​ໃສ່​ເກົາຫລີ​ເໜືອ​ນັ້ນ.

ຈີນ​ເປັນ​ພັນທະ​ມິດ​ທ່ີ​ສຳຄັນ​ປະ​ເທດ​ດຽວ​ເທົ່າ​ນັ້ນ​ຂອງເກົາຫລີ​ເໜືອ ຊຶ່ງ​ໄດ້​ປະຕິ​ເສດ​ຢ່າງໂມ​ໂຫ​ໂທ​ໂສ​ວ່າ​ຕົນ​ບໍ່

ມີ​ສ່ວນ​ພົວພັນ​ໃດໆ​ໃນ​ເຫດການ​ທ່ີ​ເຮືອ​ລົບ Cheonan ຈົມ​ນ້ຳ​ນັ້ນ.

ພວກ​ຜູ້​ນຳເຫລົ່າ​ນີ້​ໄດ້​ເລີ້ມທຳການ​ພົບ​ປະ​ຫາລື​ກັນມື້​ທຳ​ອິດ​ຂອງ​ພວກ​ທ່ານໃນ​ວັນ​ເສົາ​ວານ​ນີ້ ​ໂດຍ​ໄດ້​ພາກັນ​ສະ​ງົບ
ຈິດ​ເປັນ​ເວລາ​ສັ້ນໆ​ເພື່ອ​ລະ​ລຶກເຖິງ​ດວງ​ວິນ​ຍານ​ຂອງ​ພວກ​ທະຫານ​ເຮືອ​ເກົາຫລີ​ໃຕ້ 46 ຄົນ​ທ່ີ​ເສຍ​ຊີວິດ​ໄປໃນ​ເດືອນ

ມິ​ນາ​ຜ່ານ​ມາຈາກ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ ຕອກປີໂດໃສ່​ເຮືອ​ລົບ Cheonan ຂອງ​ເກົາຫລີ​ໃຕ້​ນັ້ນ.

ກ່ອນ​ການພົບ​ປະກັນ​ນັດ​ວັນ​ເສົາ​ວານ​ນີ້ ທ່ານ​ຫລີ​ແລະ​ທ່ານ​ຮາ​ໂຕ​ຢະມະ ​ໄດ້​ຕົກລົງ​ທ່ີ​ຈະ​ຮ່ວມ​ໄມ້​ຮ່ວມ​ມື

ກັນ​ໃນ​ການ​ລົງ​ໂທດ​ຕໍ່​ເກົາຫລີເໜືອ​ກ່ຽວ​ກັບເລື້ອງ​ເຮືອ​ລົບ​ທ່ີ​ຈົມ​ນ້ຳ​ນີ້.

XS
SM
MD
LG