ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ວໍ​ນັອກ ແລະ ທ່ານ ວອກ​ເກີ ແມ່ນ​ຕ​ົວ​ເລືອກ​ທີ່​ມີ​ຄວາມ​ແຕກ​ຕ່າງ​ກັນ​ຢ່າງ​ຊິ້ນ​ເຊີງ ສຳ​ລັບ​ຜູ້​ລົງ​ຄະ​ແນນ​ສຽງ​ຜິວ​ດຳ


ທ່ານ ເຮີ​ແຊ​ລ ວອກ​ເກີ, ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ສະ​ພາ​ສູງ ສະ​ຫະ​ລັດ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນສຳ​ລັບ​ລັດ​ ຈໍ​ເຈຍ, ຊ້າຍ, ແລະ ຜູ້​ຖືກ​ສະ​ເໜີ​ຊື່​ເອົາ​ຕຳ​ແໜ່ງສະ​ພາ​ສູງ ສະ​ຫະ​ລັດ ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ຣາ​ຟາ​ແອ​ລ ວໍ​ນັອກ.
ທ່ານ ເຮີ​ແຊ​ລ ວອກ​ເກີ, ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ສະ​ພາ​ສູງ ສະ​ຫະ​ລັດ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນສຳ​ລັບ​ລັດ​ ຈໍ​ເຈຍ, ຊ້າຍ, ແລະ ຜູ້​ຖືກ​ສະ​ເໜີ​ຊື່​ເອົາ​ຕຳ​ແໜ່ງສະ​ພາ​ສູງ ສະ​ຫະ​ລັດ ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ຣາ​ຟາ​ແອ​ລ ວໍ​ນັອກ.

ທ່ານ ຣາ​ຟາ​ແອ​ລ ວໍ​ນັອກ ແມ່ນ​ສະ​ມາ​ຊິກ​ສະ​ພາ​ສູງ ສະ​ຫະ​ລັດ ຜິວ​ດຳ​ຄົນ​ທຳ​ອິດ​ຈາກ​ລັດ ຈໍ​ເຈຍ, ທີ່​ໄດ້​ເອົາ​ຊະ​ນະ​ອຸ​ປະ​ສັກ​ຂອງ​ຄົນ​ມີ​ສີ​ຜິວ​ສຳ​ລັບ​ນຶ່ງ​ໃນ 13 ລັດ​ດັ້ງ​ເດີມ ​ດ້ວຍ​ການ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ພິ​ເສດ​ໃນ​ເດືອນ​ມັງ​ກອນ 2021, ເກືອບ 245 ປີຫຼັງ​ຈາກ​ການ​ກໍ່​ຕັ້ງ​ປະ​ເທດ.

ດຽວນີ້​ທ່ານ​ໄດ້​ຫວັງ​ທີ່​ຈະ​ເພີ່ມ​ຄວາມ​ດີ​ງາ​ມ​ອີ​ກ​ຢ່າງ​ນຶ່ງ​ດ້ວຍ​ການ​ໄດ້​ຊະ​ນະ​ການ​ດຳ​ລົງ​ຕຳ​ແໜ່ງ​ຄົບ​ກຳ​ນົດ 6 ປີ​ໃນ​ການ​ແຂ່ງ​ຂັນ​ຂັ້ນ​ຊີ້​ຂາດ​ຂອງວັນ​ອັງ​ຄານມື້ນີ້. ແຕ່ຜູ້​ທີ່​ກຳ​ລັງ​ຢືນ​ຂັດ​ຂວາງທາງ​ຂອງ​ທ່ານ ແມ່ນ​ຜູ້​ຊາຍ​ຜິວ​ດຳ​ອີກ​ຄົນ​ນຶ່ງ, ຜູ້​ທ້າ​ຊິງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ທ່ານ ເຮີ​ແຊ​ລ ວອກ​ເກີ (Herschel Walker).

ຜູ້​ຊາຍ​ທັງ​ສອງ​ຄົນ​ນັ້ນ​ ໄດ້​ຮັບ​ການ​ສຶກ​ສາ​ອົບ​ຮົມ​ທີ່​ຄື​ກັນໃນ​ພາກ​ໃຕ້​ສຸດ​ປະ​ເທດ ​ຫຼັງ​ຈາກ​ຂະ​ບວນ​ການ​ສິດ​ທິ​ພົນ​ລະ​ເ​ມືອງ ແລະຈະ​ສ້າງ​ປະ​ຫວັດ​ສາດ​ເປັນ​ຜູ້​ຊາຍ​ຜິວ​ດຳ​ຄົນ​ທຳ​ອິດ ​ທີ່​ຖືກ​ເລືອກ​ໃຫ້​ດຳ​ລົງ​ຕຳ​ແໜ່ງ​ ໃນ​ສະ​ພາ​ສູງ​ຄົບ​ກຳ​ນົດ. ແຕ່​ທ່ານ ວໍ​ນັອກ ແລະ ທ່ານ ວອກ​ເກີ ແມ່ນ​ມີ​ເສັ້ນ​ທາງ​ທີ່​ແຕກ​ຕ່າງ​ກັນ ແລະ ໄດ້​ມີ​ວິ​ໄສ​ທັດ​ທີ່​ຂັດ​ແຍ້ງ​ກັນ​ຢ່າງ​ເຫັນ​ໄດ້​ຊັດ​ສຳ​ລັບ​ປະ​ເທດ, ລວມ​ທັງ​ກ່ຽວ​ກັບ ເຊື້ອ​ຊາດ​ຜິວ​ພັນ ແລະ ການ​ແບ່ງ​ແຍກ​ສີ​ຜິວ.

ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ຜິວ​ດຳ​ເວົ້າ​ວ່າ​ທາງ​ເລືອກ​ແມ່ນ​ຕາຍ​ຕົວຄື ທ່ານ ວໍ​ນັອກ, ທີ່​ເປັນ​ພະ​ອະ​ວຸ​ໂສ ​ຈາກໂບດ ມາ​ຕິນ ລູ​ເທີ ຄິງ​ສ໌ ຂອງ​ນະ​ຄອນ ແອັດ​ແລນ​ຕ້ານັ້ນ, ໄດ້​ກ່າວ​ຢ້ຳ​ຄວາມ​ຄິດເສ​ລີ​ນິ​ຍົມດັ້ງ​ເດີມ ​ຂອງ​ປະ​ສົບ​ການ​ຄົນ​ຜິວ​ດຳ ແລະ ທ່ານ ວອກ​ເກີ, ນັກ​ກິ​ລາ​ທີ​ມີ​ຊື່​ສຽງ​ ຂອງ​ທີມ​ມະ​ຫາ​ວິ​ທະ​ຍາ​ໄລ ຈໍ​ເຈຍ, ໄດ້​ເວົ້າ ກ່ຽວ​ກັບ ວັດ​ທະ​ນະ​ທຳ​ຄົນ​ຜິວ​ຂາວ​ຫົວ​ອະ​ນຸ​ລັກ​ນິ​ຍົມ ແລະ ໄດ້​ເຍາະ​ເຢີ້ຍການ​ອະ​ທິ​ບາຍ​ເຖິງ​ທ່ານ ຄິງ ຂອງ​ທ່ານ ວໍ​ນັອກ ແລະ ບັນ​ຫາ​ອື່ນໆ.

​ນາງ ໄບ​ຣ​ສ ແບ​ຣີ (Bryce Berry) ປະ​ທານ​ສະ​ມາ​ຄົມ​ຊາວ​ໜຸ່ມ​ ຜູ້​ສະ​ໜັບ​ສະ​ໜູນ​ພັກ​ເດ​ໂມ​ແຄ​ຣັດ ແລະ ເປັນ​ນັກ​ສຶກ​ສາ​ປີ​ສຸດ​ທ້າຍ​ຢູ່​ວິ​ທະ​ຍາ​ໄລ ມໍ​ຮາວ​ສ໌ (Morehouse College), ເຊິ່ງ​ແມ່ນ​ວິ​ທະ​ຍາ​ໄລ​ຄົນ​ຜິວ​ດຳ ​ໃນ​ປະ​ຫວັດ​ສາດ ບ່ອນ​ທີ່​ທ່ານ ຄິງ ແລະ ທ່ານ ວໍ​ນັອກ ໄດ້​ຮຽ​ນ​ຈົບ​ນັ້ນ​ໄດ້​ກ່າວ​ວ່າ “ພັກ​ຣີ​ພັບ​ບ​ລີ​ກັນ​ເບິ່ງ​ຄື​ໄດ້​ຄິດ​ວ່າ​ເຂົາ​ເຈົ້າ​ໄດ້​ຍົກ​ສູງ​ທ່ານ ເຮີ​ແຊ​ລ ວອກ​ເກີ ແລະ ໄດ້​ເຮັດ​ໃຫ້​ຄົນ​ຜິວ​ດຳ​ພາ​ກັນ​ສັບ​ສົນ.”

ນາງ ແບ​ຣີ ຂະ​ນະ​ທີ່​ຢືນ​ຢູ່​ກ້ອງ​ຮູບ​ປັ້ນ​ຂອງ​ທ່ານ ຄິງ ນັ້ນ, ໄດ້​ສືບ​ຕໍ່​ເວົ້າ​ວ່າ “ພວກ​ເຮົາ​ບໍ່​ໄດ້​ສັບ​ສົນ.”

ຜູ້​ລົງ​ຄະ​ແນນ​ສຽງ​ຜິວ​ດຳ​ຄົນ​ອື່ນໆ​ໄດ້​ມີ​ຄວາມ​ສົງ​ໄສ​ ກ່ຽວ​ກັບ ອະ​ດີດ​ຂອງ​ທ່ານ ວອກ​ເກີ ຄື​ການ​ກ່າວ​ອ້າງ​ທີ່​ຜິດ ກ່ຽວ​ກັບ ທຸ​ລະ​ກິດ​ຂອງ​ລາວ ແລະ ການ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ອາ​ຊີບ, ເຫດ​ການ​ຄວາມ​ຮຸນ​ແຮງ ​ຕໍ່​ອະ​ດີ​ພັນ​ລະ​ຍາ​ຂອງ​ລາວ ແລະ ວິ​ທີ​ທີ່​ລາວ​ເວົ້າ​ກະ​ຕຶ​ກ​ກະ​ຕັກ ກ່ຽວ​ກັບ ນະ​ໂຍ​ບາຍ​ສາ​ທາ​ລະ​ນະ​ບາງ​ອັນ​ໃນ​ຖາ​ນະ​ເປັນ​ຜູ້​ລົງ​ແຂ່ງ​ຂັນ. ບາງ​ຄົນ​ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ເຊື່ອ​ວ່າ​ຜູ້​ນຳ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ​ແມ່ນ​ໄດ້​ສວຍ​ໂອ​ກາດ​ໃຊ້​ຊື່​ສຽງ​ຂອງ​ທ່ານ ວອກ​ເກີ ​ໃນ​ຖາ​ນະ​ຜູ້​ທີ່​ໄດ້​ຊະ​ນະ​ຂັນ​ລາງວັນ ​ໄຮ​ສ​ແມນ (Heisman) ທີ່​ຖືກ​ຮັກ​ຫອມ ແລະ ກອງ​ໜ້າ ອາ​ເມ​ຣິ​ກັນ ຟຸດບອ​ລ ​ທີ່​ໄດ້​ເປັນ​ແຊ້ມ​ລະ​ດັບ​ຊາດ​ສຳ​ລັບ​ທີມ ຈໍ​ເຈຍ ບູ​ລດອກ​ສ໌ (Georgia Bulldogs).

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG