ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່ ອອ​ສ​ເຕ​ຣ​ເລຍ ປະ​ກາດ​ຄຳ​ເຕືອນ​ ໄຟ​ປ່າ​ຄັ້ງ​ໃໝ່


ພາບນີ້​ໄດ້​ມາ​ຈາກວິ​ດີ​ໂອ ທີ່​ຖືກ​ຖ່າຍ​ທາ​ງ​ອາ​ກາດ ສະ​ແດງ​ໃຫ້​ເຫັນ ນັກ​ດັບ​ໄຟ ກຳ​ລັງ​ມອດ​ໄຟ​ປ່າ​ໃນ​ເມືອງ ອາ​ດິ​ເລດ ຮິ​ລສ໌, ປະ​ເທດ ອອ​ສ​ເຕ​ຣ​ເລຍ. 24 ທັນ​ວາ, 2019.
ພາບນີ້​ໄດ້​ມາ​ຈາກວິ​ດີ​ໂອ ທີ່​ຖືກ​ຖ່າຍ​ທາ​ງ​ອາ​ກາດ ສະ​ແດງ​ໃຫ້​ເຫັນ ນັກ​ດັບ​ໄຟ ກຳ​ລັງ​ມອດ​ໄຟ​ປ່າ​ໃນ​ເມືອງ ອາ​ດິ​ເລດ ຮິ​ລສ໌, ປະ​ເທດ ອອ​ສ​ເຕ​ຣ​ເລຍ. 24 ທັນ​ວາ, 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ໄດ້​ປະ​ກາດ​ຄຳ​ເຕືອນ​ໄພ​ສຸກ​ເສີນ​ໃນ​ວັນ​ຈັນ​ມື້ນີ້ ແຈ້ງ​ໃຫ້​ປະ​ຊາ​ຊົນ​ຮູ້​ເຖິງ​ອັນ​ຕະ​ລາຍ​ຂອງ​ໄຟ​ປ່າ​ຄັ້ງ​ໃໝ່ ແລະ ກຳ​ລັງ​ແຜ່​ລາມ​ຢ່າງກວ້າງ​ຂວາງ.

ເຂດ​ທີ່​ມີ​ຄວາມ​ເປັນ​ຫ່ວງເປັນພິ​ເສດ​ແຫ່ງ​ນຶ່ງ ​ແມ່ນ​ຢູ່​ຕາມ​ແຄມ​ຊາຍ​ຝັ່ງ​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ປະ​ເທດ, ບ່ອນ​ທີ່​ບັນ​ດາ​ເຈົ້າ​ໜ້າ​ທີ່​ຢ້ານ​ວ່າ​ສະ​ພາບ​ອາ​ກາດ​ທີ່​ຮ້ອນ ແລະ ມີ​ລົມ ອາດ​ກໍ່​ໃຫ້​ເກີດ​ໄຟ​ໄໝ້​ແຕ່​ລະ​ຈຸດຫຼາຍ​ແຫ່ງ​ ກາຍ​ເປັນ​ໄຟ​ຂະ​ໜາດ​ໃຫຍ່ ທີ່​ເປັນ​ໄພ​ຂົ່ມ​ຂູ່​ຕໍ່​ຊີ​ວິດ ແລະ ບ້ານ​ເຮືອນ.

ເຂດ​ຊານ​ເມືອງ​ຂອງ​ນະ​ຄອນ ແມ​ລ​ເບິນ, ເຊິ່ງ​ແມ່ນ​ເມືອງ​ທີ່​ໃຫຍ່​ສຸດ​ເປັນ​ອັນດັບ​ສອງ​ຂອງ ອອ​ສ​ເຕ​ຣ​ເລຍ ນັ້ນ, ກໍ​ໄດ້​ພົບ​ເຫັນ​ໄຟ​ແຫ່ງ​ໃໝ່​ເກີດ​ຂຶ້ນ, ດ້ວຍ​ບັນ​ດາ​ເຈົ້າ​ໜ້າ​ທີ່​ເຕືອນ​ປະ​ຊາ​ຊົນ​ໃຫ້​ຢູ່​ໃນ​ເຮືອນ​ຂອງ​ເຂົາ​ເຈົ້າ.

ໃນ​ລັດ ນິວ ຊ້າວ ແວ​ລ​ສ໌, ເຊິ່ງ​ແມ່ນ​ພາກ​ພື້ນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຫ​ນັກ​ສຸດ​ຈາກ​ໄຟ​ປ່າ ໃນ​ລະ​ຫວ່າງ​ລະ​ດູ​ຮ້ອນ​ຂອງ ອອ​ສ​ເຕ​ຣ​ເລຍ ນັ້ນ, ບັນ​ດາ​ເຈົ້າ​ໜ້າ​ທີ່​ດັບ​ໄຟ​ໄດ້​ກ່າວ​ວ່າ ໄຟ 100 ແຫ່ງ​ແມ່ນ​ໄດ້​ໃໝ້ໃນ​ວັນ​ຈັນ​ມື້ນີ້.

ບັນ​ດາ​ເຈົ້າ​ໜ້າ​ທີ່​ເວົ້າ​ວ່າ ໄຟ​ໃໝ້​ໃນ​ລະ​ດູນີ້​ໄດ້​ສັງ​ຫານ​ປະ​ຊາ​ຊົນ​ຢ່າງ​ໜ້ອຍ 5 ຄົນ ແລະ ໄດ້​ທຳ​ລາຍ​ເຮືອນຫຼາຍກວ່າ 1,000 ຫຼັງ.

ໄຟ​ໃໝ້​ໄດ້​ບັງ​ຄັບ​ໃຫ້​ເມືອງ​ຕ່າງໆ ​ຕ້ອງ​ສະຫຼະ​ຖິ້ມ​ແຜນ​ການທີ່​ຈະ​ຈັດ​ການ​ສະ​ເຫຼີມ​ສະ​ຫຼອງ​ຈູດດອກ​ໄມ້​ໄຟ​ ປີ​ໃໝ່ ຍ້ອນ​ເປັນ​ຫ່ວງວ່າ ການ​ສະ​ແດງ​ດັ່ງ​ກ່າວ​ອາດ​ກໍ່​ໃຫ້​ເກີດ​ໄຟ​ໃໝ້​ຄັ້ງ​ໃໝ່. ນະ​ຄອນຫຼວງ​ ແຄນ​ເບີ​ຣາ ກໍ​ແມ່ນ​ນຶ່ງ​ໃນ​ນັ້ນ​ທີ່​ຍົກ​ເລີກ​ການ​ສະ​ແດງ​ຂອງ​ເຂົາ​ເຈົ້າ. ແຕ່​ໃນ​ນະ​ຄອນ ຊິດ​ນີ, ການ​ສະ​ແດງດອກ​ໄມ້​ໄຟ​ແມ່ນ​ມີ​ກຳ​ນົດ​ທີ່​ຈະຈັດ​ຂຶ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG