ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້ຮ້າຍ ຕິດອາວຸດ ຖືກຂັບໄລ່ ໄປຈາກ ສະຖານທີ່ ພັກອາໄສ ຂອງ ທ. ກູເລນ ນັກສອນສາສະໜາ ອິສລາມ ຊາວເທີກີ


ພາບຖ່າຍໃນມຸມເບື້ອງເທິງອາກາດ ສະແດງໃຫ້ເຫັນ ສູນກາງກາບໄຫວ້ ແລະທີ່ພັກອາໄສ ຂອງນັກສອນສາສະໜາ ອິສລາມ ຊາວເທີກີ ທ່ານ ເຟີທູລາ ກູເລນຢູ່ໃນເຂດຊົນນະບົດ ຂອງເມືອງ ເຊເຣີສເບີກ ລັດເພັນຊີລເວເນຍ, ວັນທີ 9 ກໍລະກົດ 2013.
ພາບຖ່າຍໃນມຸມເບື້ອງເທິງອາກາດ ສະແດງໃຫ້ເຫັນ ສູນກາງກາບໄຫວ້ ແລະທີ່ພັກອາໄສ ຂອງນັກສອນສາສະໜາ ອິສລາມ ຊາວເທີກີ ທ່ານ ເຟີທູລາ ກູເລນຢູ່ໃນເຂດຊົນນະບົດ ຂອງເມືອງ ເຊເຣີສເບີກ ລັດເພັນຊີລເວເນຍ, ວັນທີ 9 ກໍລະກົດ 2013.

ຜູ້ຮ້າຍຕິດອາວຸດຄົນນຶ່ງ ປາກົດວ່າ ພະຍາຍາມທີ່ຈະບຸກເຂົ້າໄປ ໃນສະຖານທີ່ພັກ
ອາໄສຂອງນັກສອນສາສະໜາ ຊາວເທີກີ ທ່ານ ເຟີທູລາ ກູເລນ ຜູ້ທີ່ໄດ້ຂໍລີ້ໄພ ຢູ່ໃນ
ລັດເພັນຊີລເວເນຍ ເມື່ອຕອນເຊົ້າວັນພຸດວານນີ້ ແຕ່ຜູ້ຮ້າຍກໍໄດ້ ຖືກຂັບໄລ່ໜີໄປ
ໂດຍຍາມຮັກສາຄວາມປອດໄພ.

ໂຄສົກຂອງທ່ານ ກູເລນ ໄດ້ກ່າວວ່າ ຍາມຄົນດັ່ງກ່າວ ໄດ້ຍິງປືນເຕືອນ ຂຶ້ນເທິງຟ້າ
ນຶ່ງລູກ ແລະ ຜູ້ຕ້ອງສົງໄສ ຈຶ່ງໄດ້ຫລົບໜີໄປ.

ເຈົ້າໜ້າທີ່ຕຳຫຼວດ ລັດເພັນຊີລເວເນຍ ໄດ້ຊອກຄົ້ນຫາໃນບໍລິເວນເກີດເຫດ ແຕ່ບໍ່ໄດ້
ພົບເຫັນຜູ້ຮ້າຍຄົນດັ່ງກ່າວ. ຖະແຫລງການຂອງຕຳຫຼວດ ໄດ້ກ່າວວ່າ ການສືບສວນ
ສອບສວນ ກຳລັງດຳເນີນໄປຢູ່.

ກຸ່ມຂອງທ່ານກູເລນໄດ້ກ່າວວ່າ ຕົນເຊື່ອວ່າ ລັດຖະບານຂອງເທີກີແມ່ນຢູ່ເບື້ອງຫລັງ
ການບຸກເຂົ້າໄປນັ້ນ ໂດຍກ່າວວ່າ ໂຄສົກຂອງປະທານາທິບໍດີ ຣີເຊັບ ໄຕຢິບ ເອີດວານ
ໄດ້ຂົ່ມຂູ່ວ່າ ຈະມີ “ການປະຕິບັດການຢູ່ຕ່າງປະເທດ” ຕໍ່ ທ່ານກູເລນ.

ທ່ານກູເລນ ເຄີຍເປັນພັນທະມິດ ກັບລັດຖະບານເທີກີ ແຕ່ທ່ານໄດ້ຫລົບໜີ​ມາ ສະຫະລັດ
ໃນປີ 1999 ໃນເວລາ ​ທີ່ລັດຖະບານ ໄດ້ກ່າວຫາທ່ານວ່າ ພະ ຍາຍາມທີ່ຈະທຳລາຍ
ລະບອບ ການປົກຄອງ ທີ່ແບ່ງແຍກອຳນາດ ຂອງລັດ ຈາກສະຖາບັນສາສະໜາ.

ທ່ານກູເລນ ຍັງໄດ້ກ່າວຫາ ລັດຖະບານ ທີ່ປົກຄອງໃນປັດຈຸບັນວ່າ ສໍ້ລາດບັງຫລວງ.

ສ່ວນເທີກີ ກໍໄດ້ກ່າວຫາ ທ່ານກູເລນ ວ່າ ເປັນ​ຜູ້ບົງການ ​ໃນການກໍ່ລັດຖະປະ ຫານ ທີ່ບໍ່
ສຳເລັດຜົນ ໃນປີ 2016 ແລະ ໄດ້ຮຽກຮ້ອງໃຫ້ສະຫະລັດ ສົ່ງຕົວ ທ່ານກູເລນ ທີ່ເປັນ
ຜູ້ຮ້າຍ ໄປໃຫ້ເທີກີ ເພື່ອປະເຊີນກັບຂໍ້ກ່າວຫາ ກໍ່ການຮ້າຍ. ສະຫະລັດ ໄດ້ປະຕິເສດ
ຕໍ່ການຮຽກຮ້ອງຂອງເທີກີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG