ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສູນ​ກາງຄວບຄຸມ ​ແລະ​ປ້ອງ​ກັນພະຍາດ​ ສະຫະລັດ ອອກຄຳເຕືອນ ກ່ຽວກັບໄວຣັສ Zika


ທ້າວ Daniele Santos, ໄວ 29 ປີ, ຖືລູກຊາຍ Juan Pedro 2 ເດືອນ ທີ່ມີໂຣກ microcephaly, ຫຼັງຈາກທີ່ອາຍນ້ຳໃຫ້ລູກລາວ ໃນເມືອງ Recife, Brazil, 9 ກຸມພາ, 2016.
ທ້າວ Daniele Santos, ໄວ 29 ປີ, ຖືລູກຊາຍ Juan Pedro 2 ເດືອນ ທີ່ມີໂຣກ microcephaly, ຫຼັງຈາກທີ່ອາຍນ້ຳໃຫ້ລູກລາວ ໃນເມືອງ Recife, Brazil, 9 ກຸມພາ, 2016.

ສູນ​ການຄວບຄຸມ​ແລະ​ປ້ອງ​ກັນພະຍາດ​ສະຫະລັດ ​ໄດ້​ອອກ​
ຄຳ​ເຕືອນ​ສະ​ບັບນຶ່ງ​ສຳ​ຫຼັບພວກ​ຜູ້​ຊາຍ​ກ່ຽວ​ກັບ​ການ​ແຜ່​ລະບາດ
ຂອງ​ໄວຣັສ Zika. ໄວຣັສ Zika ​ກຳລັງ​ແຜ່ຣະບາດ​ຢ່າງ​ໄວວາ
​ໃນ​ອາ​ເມຣິກາ​ລາ​ຕິນ ​ແລະ​ໃນ​ເຂດທະ​ເລ Caribbean ​ສ້າງ​ວິ​ກິດ​
ການ​ໃຫ້ແກ່​ພວກ​ແມ່​ຍິງ​ຖືພາ. ດ່ັງທີ່ນັກ​ຂ່າວ VOA Carol Pearson ລາຍ​ງານ​ມາ​ນັ້ນ
ກໍ​ແມ່ນ​ວ່າ ບໍ່ມີ​ຂໍ້​ມູນ​ຫຼາຍພໍທໍ່ໃດ ​ກ່ຽວ​ກັບ​ໄວຣັສ Zika ນີ້ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍ​ລະອຽດ ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ສູນ​ກາງຄວບຄຸມ​ແລະ​ປ້ອງ​ກັນພະຍາດ​ສະຫະລັດ ​ໄດ້​ອອກ​ຄຳ​ເຕືອນໃຫ້​ບັນດາ​ຜູ້​ຊາຍໃຊ້ຖົງ​ອະນາ​ໄມ ​ເວລາຮ່ວມ​ເພດ​ ຫຼື​ຫຼີກ​ເວັ້ນ ຖ້າ​ຫາກ​ຄູ່​ຄອງ​ຂອງ​ເຂົາ​ເຈົ້າ​ຖືພາ​ ​ແລະຢູ່ ຫຼື​ ​ໄດ້​ເດີນທາງ​ໄປ​ຍັງ​ຫຼາຍປະ​ເທດ ບ່ອນ​ທີ່​ໄວຣັສ Zika ​ແຜ່​ລະບາດ​ຢູ່. ຄຳເຕືອນດ່ັງກ່າວກໍແມ່ນຈະໃຊ້ສຳ​ຫຼັບ​ພວກ​ຜູ້​ຊາຍ​ທີ່​ຄູ່​ຄອງ​ຂອງເຂົາເຈົ້າຈະ​ຕັ້ງ​ຄັນ​ເຊັ່ນ​ກັນ.

ຄຳ​ແນະນຳ​ອັນ​ຫຼ້າ​ສຸດ​ນີ້​ແມ່ນ​ພຽງ​ແຕ່​ເນັ້ນ​ຢໍ້າວ່າ ຄວາມຈິງແລ້ວ ​ໄວຣັສ Zika ແມ່ນຮູ້ກັນບໍຫຼາຍພໍທໍ່ໃດ ແລະເລື້ອງຕິດຕໍ່ຜ່ານເພດ​ສຳພັນກໍເຊັ່ນກັນ.

​ທ່ານໝໍ Anthony Fauci ຈາກສະ​ຖາ​ບັນ​ອະນາ​ໄມ​ແຫ່ງ​ຊາດ ກ່າວ​ວ່າ “ພວກ​ເຮົາ​ບໍ່​ຮູ້​ວ່າ ​ມັນ​ເປັນ​ກໍລະນີ​ທີ່​ແປກ​ທີ່​ບໍ່​ສູ້​ຈະ​ມີ ພວກ​ເຮົາ​ບໍ່​ຮູ້​ວ່າ ຜູ້ໃດໄດ້ຕິດເຊື້ອໂຣກນີ້ມາດົນ​ປານ​ໃດ​ແລ້ວ​ ແລະຈະສາມາດຖ່າຍທອດເຊື້ອໄວຣັສ ​ດັ່ງກ່າວໄປໃຫ້ຄົນອື່ນໂດຍຜ່ານການ​ຮ່ວມ​ເພດ​ໄດ້ ບໍ່​ແນ່​ໃຈ​ວ່າຈະ​ແມ່ນ​ຕອນ​ທີ່​ພວກ​ເຂົາ​ເຈົ້າ​ບໍ່​ສະບາຍແທ້ໆນັ້ນ ຫຼື​ ເວລາທີ່ມັນ​ຍັງຢູ່ນຳ​ຕໍ່​ມາ​ອີກ​ຕື່ມ​ສັບປະດາ​ນຶ່ງ, ຫຼື​ອີກ​ເດືອນ​ນຶ່ງ​ ຫຼື 2 ​ເດືອນຕໍ່ມາ ພວກ​ເຮົາກໍ​ບໍ່​ຮູ້.”

ອີກສິ່ງ​ນຶ່ງ​ທີ່​ເຮົາ​ບໍ່​ຮູ້ ກໍຄືການ​ເຊື່ອມ​ໂຍງ​ລະຫວ່າງ ເຊື້ອໄວຣັສ Zika ​ກັບໂຣກ micro-
cephaly
ຊຶ່ງ​ເປັນ​ອາການ​ຮ້າຍ​ແຮງ​ທີ່​ມີ​ຜົນກະທົບ​ຕໍ່ ການ​ພັດທະນາ​ຂອງ​ສະໝອງ​ຂອງ​ເດັກທາ​ລົກນັ້ນ.

ທ່ານໝໍ Fauci ກ່າວ​ອີກ​ວ່າ “ພວກ​ເຮົາ​ບໍ່​ຮູ້​ວ່າ ​ມັນ​ມີ​ການ​ເຊື່ອມ​ໂຍງ​ໜ້ອຍ​ຫຼາຍ​ປານ​ໃດ, ຊຶ່ງ​ມັນ​ອາດ​ຈະ​ເປັນ​ກໍລະນີ​ທີ່​ເກີດ​ແທ້​ກໍ​ເປັນໄດ້ ຫຼືວ່າ​ມັນ​ອາດ​ຈະ​ມີສິ່ງອື່ນແຊກເຂົ້າມາ
ຮ່ວມກັບ​ເຊື້ອ​ໄວຣັສ ​ Zika ກັບ​ໂຣກອື່ນ​ນຳ ທີ່​ສົ່ງ​ຜົນ​ກະທົບໃນໂຣກ microcephaly
ຫຼື​ວ່າ​ ເປັນໄວຣັສ Zika ທີ່​ມີ​ປະຕິກິລິ​ຍາກັບ​ໂຣ​ກອື່ນ​ຫຼືບໍ່​ ກໍ​ບໍ່ມີ​ຫຍັງ​ກ່ຽວຂ້ອງ​ກັນ​ກັບ​ໄວຣັສ ​ Zika ເລີຍ. ພວກເຈົ້າບໍ່ຮູ້ແທ້ແນ່ນອນ​ເລີຍ."

ເຊື້ອໂຣກ​ Zika ເປັນໄວຣັສແນວໃໝ່ໃນອາເມຣິກາ, ແຕ່ວ່າພວກຍຸງ ແມ່ນເປັນຕົວການ
ນຳພາ ໄວຣັສ ດັ່ງກ່າວ ໄປຫາຜູ້ຄົນຢູ່ໃນອາເມຣິກາລາຕິນແລະໃນທະເລ Caribbean.

ທ່ານໝໍ Fauci ກ່າວວ່າ “ເພາະສະນັ້ນຈຶ່ງວ່າມັນເປັນຄືພາຍຸໃຫຽ່ໄປກະທົບກັບພວກຜູ້ຄົນທີ່ບໍ່ຮູ້ຈັກຫຽັງ​ກ່ຽວ
ກັບການຕິດແປດນີ້ ມັນຈຶ່ງ​ເປັນບັນຫາທີ່ແທ້ຈິງກັບພວກຍຸງແລະຍຸງທີ່ນຳພາໂຣກ
ດ່ັງກ່າວ.”

ທ່ານໝໍ Fauci ກ່າວວ່າ ເຊື້ອໄວຣັສ ໃນຕົວຂອງມັນເອງ ຈະບໍ່​ມີຜົນທີ່ຕາມ.

ທ່ານໝໍ Fauci ກ່າວ​ຕື່ມ​ວ່າ "80% ຂອງຜູ້ຄົນແມ່ນບໍ່ສະແດງອາການຫຍັງອອກ​ມາເລີຍ ສ່ວນອີກ 20% ຂອງຜູ້ຄົນ ທີ່ມີອາການ ກໍແມ່ນ ບໍ່ຮ້າຍແຮງ ຢູ່ໃນຂອບເຂດຈຳກັດ ພ້ອມກັບຜົນທີ່ຕາມມາໜ້ອຍ."

ແລະດຽວນີ້​ ຂ່າວຮ້າຍກໍຄືວ່າ ເຊື້ອ​ໂຣກ​ດັ່ງກ່າວສາມາດຕິດແປດໄດ້ໂດຍການຟອກເລືອດ.

ບັນດາແມ່ຍິງຖືພາ ໂດຍສະເພາະ ແມ່ນໃຫ້ລະວັງ ໃຫ້ປົກປິດ​ໃຫ້​ມິດ​ຊິດ ແລະ ໃຊ້ຢາຂ້າ​ແມງ​ໄມ້ ໃນຂະນະດຽວກັນນັ້ນ ຫຼາຍໆປະເທດ ກໍແມ່ນກຳລັງຂຸ້ນຂ້ຽວໃນໂຄງການກຳຈັດ
ພວກຍຸງ​ໃຫ້​ຢູ່​ໃນ​ການ​ຄວບ​ຄຸມໄດ້.

ທ່ານໝໍ Fauci ກ່າວວ່າ “ຖ້າຫາກວ່າ ພວກທ່ານສາມາດກຳຈັດ ພວກຍຸງໄດ້​ ທ່ານກໍຈະ
ສາມາດລົບລ້າງການລະບາດໄດ້ ແລະທ່ານຈະສາມາດຂ້າພວກຍຸງ ດ້ວຍການ​ໃຊ້ນ້ຳ
ຢາຂ້າແມງໄມ້ ຫຼືບໍ່ ກໍປ້ອງກັນພວກຍຸງ ຈາກການເພາະພັນຂອງມັນ.”

ປັດຈຸບັນນີ້ແມ່ນພວກເຮົາເຮັດໄດ້ແຕ່ພຽງທ່ໍນີ້ ຈົນກວ່າຈະໄດ້ມີຄວາມຮູ້ຕື່ມກ່ຽວກັບໄວຣັສ Zika ແລະຈົນກວ່າຈະມີການພັດທະນາວັກຊີນຂຶ້ນມາ.

XS
SM
MD
LG