ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ອາກາດອົບອຸ່ນ ຄາດວ່າ ຈະເລັ່ງໃຫ້ດອກ ຊາກຸຣະ ບານໄວຂຶ້ນ


ດອກຊາກຸຣະບານ ໃນນະຄອນຫຼວງ ວໍຊິງຕັນ. 25 ມີນາ 2016.
ດອກຊາກຸຣະບານ ໃນນະຄອນຫຼວງ ວໍຊິງຕັນ. 25 ມີນາ 2016.

ອາກາດອົບອຸ່ນຜິດປົກກະຕິ ໃນນະຄອນຫຼວງຂອງປະເທດ ແມ່ນໄດ້ກະຕຸ້ນໃຫ້ອົງການ ຄຸ້ມຄອງສວນອຸດທະຍານ ສະຫະລັດ ຕ້ອງ​ໄດ້​ປັບປ່ຽນ​ການພະຍາກອນ ກ່ຽວ​ກັບ ການ ບານດອກຊາກຸຣະ ແລະ ຈະປະກາດໃຫ້ຮູ້ໃນວັນພຸດມື້ນີ້ ສຳລັບການພະຍາກອນໄລຍະ ບານສຸດຂີດຂອງດອກຊາກຸຣະ.

ເທດສະການດອກຊາກຸຣະບານແຫ່ງຊາດ ຕາມປົກກະຕິແລ້ວ ຕົ້ນຊາກຸຣະ 1,700 ຕົ້ນ ທີ່ລຽນຕາມ​າຂອບແມ່ນ້ຳ Potomac ໃນນະຄອນຫຼວງ ວໍຊິງຕັນ ຈະມີດອກໄມ້ບານສຸດ ຂີດພ້ອມກັນ.

ການຈັບເວລາໃນຮອບວຽນການບານຂອງດອກໄມ້ ແມ່ນໄດ້ຮັບຜົນກະ ທົບໂດຍສະພາບ ອາກາດເປັນສ່ວນໃຫຍ່. ແຕ່ແນວໃດກໍຕາມ, ມັນອາດຈະມີການປ່ຽນແປງໃນໄລຍະສີ່ສັບ ປະດາຂ້າງໜ້າ. ອາກາດລະດູໜາວທີ່ອຸ່ນຂອງປີນີ້ແມ່ນຄາດວ່າ ຈະປ່ຽນແປງການພະຍາ ກອນເປັນກາງເດືອນມີນາ.

ເທດສະການດັ່ງກ່າວ ເປັນງານທີ່ຈັດຂຶ້ນ​ເພື່ອ​ດຶງ​ດູດ​ເອົານັກທ່ອງທ່ຽວນັ້ນແກ່ຍາວປະ ມານ 4 ສັບປະດາ. ເປັນພິທີສະເຫຼີມສະຫຼອງຕົ້ນຊາກຸຣະທັງຫຼາຍຂອງລະດູບານ​ໃໝ່ ​ຫຼື ໃບໄມ້ປົ່ງ, ເຊິ່ງ ຍີ່ປຸ່ນ ໄດ້ມອບໃຫ້ ສະຫະລັດ ໃນປີ 1912.

ເທດສະການດອກຊາກຸຣະບານ ແມ່ນໜຶ່ງໃນສະຖານທີ່ທ່ອງທ່ຽວທີ່ ໃຫຍ່ທີ່ສຸດຂອງນະ ຄອນຫຼວງ ວໍຊິງຕັນ, ເຊິ່ງມັນຈະບານຢູ່ປະມານ 4 ຫາ 10 ມື້, ແລ້ວແຕ່ສະພາບອາກາດ.

ອາກາດທີ່ເຢັນ, ສະຫງົບງຽບຈະເຮັດໃຫ້ດອກໄມ້ບານໄດ້ດົນກວ່າ, ເມື່ອມື້ໃດທີ່ມີຝົນຕົກ ແລະ ລົມພັດແຮງມັນຈະສາມາດເຮັດໃຫ້ດອກໄມ້ ຫຼົ່ນໄປໝົດໄດ້. ໃນຄັ້ງທີ່ຜ່ານມາ, ໄລ ຍະບານສຸດຂີດຂອງດອກຊາກຸຣະ ເລີ່ມບານໄວເມື່ອວັນ 15 ມີນາ, ໃນປີ 1990 ແລະ ຊ້າສຸດແມ່ນວັນທີ 18 ເມສາ ໃນປີ 1958.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG