ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ເຊ​ເລນ​ສ​ກີ ເອີ້ນ​ການ​ເລືອກ​ຕັ້ງ ​ໃນ​ຍາມ​ສົງ​ຄາມ​ ຢູ່​ໃນ​ຢູ​ເຄ​ຣນ​ວ່າ 'ຂາດ​ຄວາມ​ຮັບ​ຜິດ​ຊອບທີ່​ສຸດ'


ທີ່​ເຫັນ​ນັ້ນ ແມ່ນປະ​ຕູ​ປ່ອງ​ຢ້ຽມ​ທີ່​ແຕກ ໃກ້​ກັບ​ບ່ອນ​ທີ່​ຣັດ​ເຊຍ​ໃຊ້​ລູກ​ສອນ​ໄຟ​ໂຈມ​ຕີ ໃນ​ເມືອງ​ໂອ​ເດ​ຊາ ປະ​ເທດ​ຢູ​ເ​ຄ​ຣນ ເມື່ອ​ວັນ​ທີວ 6 ພະ​ຈິກ 2023.
ທີ່​ເຫັນ​ນັ້ນ ແມ່ນປະ​ຕູ​ປ່ອງ​ຢ້ຽມ​ທີ່​ແຕກ ໃກ້​ກັບ​ບ່ອນ​ທີ່​ຣັດ​ເຊຍ​ໃຊ້​ລູກ​ສອນ​ໄຟ​ໂຈມ​ຕີ ໃນ​ເມືອງ​ໂອ​ເດ​ຊາ ປະ​ເທດ​ຢູ​ເ​ຄ​ຣນ ເມື່ອ​ວັນ​ທີວ 6 ພະ​ຈິກ 2023.

ປະ​ທານາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ໃນ​ຄຳ​ປາ​ໄສທາງວີ​ດີ​ໂອໃນ​ແລງ​ວັນ​ຈັນ​ວານນີ້​ວ່າ ​ມັນ​ແມ່ນ “ການ​ຂາດ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ເຕັມ​ທີ່” ທີ່​ຈະ​ເວົ້າ​ເຖິງ​ການ​ເລືອກ​ຕັ້ງ​ໃນ​ຢູ​ເຄ​ຣນ ​ລະ​ຫວ່າງ​ທີ່​ເກີດ​ສົງ​ຄາມ​ຢູ່ນີ້. ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ປຸ້ມ​ລຸມ​ສາ​ມັກ​ຄີ​ກັນ ເພື່ອ​ຫຼີກ​ລ່ຽງ​ ຕໍ່​ການ​ສົນ​ທະ​ນາ​ຫາ​ລື​ທາງ​ການ​ເມືອງ​ ແບບ​ບໍ່​ມີ​ຈຸດ​ໝາຍ.

“ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ຮູ້​ວ່າ ນີ້​ແມ່ນ​ເວ​ລາ​ເພື່ອ​ການ​ປ້ອງ​ກັນ​ປະ​ເທດ ເວ​ລາ​ເພື່ອ​ການ​ສູ້​ລົບ ຊຶ່ງ​ຊະ​ຕາ​ກຳ​ຂອງ​ປະ​ເທດຊາດແລະ​ຂອງ​ປະ​ຊາ​ຊົນ​ຕ້ອງ​ໄດ້​ເພິ່ງ​ພາ​ອາ​ໄສ” ທ່ານ​ເຊ​ເລນ​ສ​ກີ​ກ່າວ. “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ການ​ເລືອກ​ຕັ້ງ​ແມ່ນ​ບໍ່​ເໝາະ​ສົມ​ໃນ​ເວ​ລານີ້.”

ທ່ານ​ເຊ​ເລນ​ສ​ກີ​ກ່າວ​ວ່າ ມັນ​ເປັນ​ເລື້ອງ​ສຳ​ຄັນ​ທີ່​ຈະ​ເພັ່ງ​ເລັງ​ໃສ່​ ການ​ທ້າ​ທາຍ​ທາງດ້ານ​ທະ​ຫານ​ທີ່​ຢູ​ເຄ​ຣນ​ກຳລັງ​ປະ​ເຊີນ​ໜ້າ​ຢູ່ ໃນ​ຂະ​ນະ​ທີ່​ຢູ​ເຄ​ຣນ​ພວມ​ພະ​ຍາ​ຍາມ​ຂັບ​ໄລ່​ກອງ​ກຳ​ລັງ​ທະ​ຫານ​ຣັດ​ເຊຍທີ່​ໄດ້​ຢຶດ​ຄອງ​ດິນ​ແດນ​ເກືອບ​ນຶ່ງ​ສ່ວນ​ຫ້າ​ຂອງ​ປະ​ເທດ ມາ​ເປັນ​ເວ​ລາ​ດົນ​ນານກວ່າ 20 ເດືອນ​ແລ້ວ ຫຼັງ​ຈາກ​ໄດ້​ເປີດ​ສາກ​ທຳ​ການ​ຮຸກ​ຮານ​ຢ່າງ​ເຕັມ​ອັດ​ຕາ​ໃນ​ເດືອນ​ກຸມ​ພາ​ປີ 2022.

ການ​ເລືອກ​ຕັ້ງ​ໄດ້​ຖືກ​ຫ້າມ ພາຍ​ໃຕ້​ກົດ​ໄອ​ຍະ​ການ​ເສິກ ຊຶ່ງ​ພວມ​ມີ​ຜົນ​ບັງ​ຄັບ​ໃຊ້​ຢູ່​ໃນ​ຢູ​ເຄ​ຣນ​ເວ​ລານີ້ ແຕ່​ທ່ານ​ເຊ​ເລນ​ສ​ກີ ​ພວມ​ພິ​ຈາ​ລະ​ນາ​ຢູ່​ວ່າ ຈະ​ນຳ​ໃຊ້​ຂໍ້​ກຳ​ນົດ​ພິ​ເສດຫຼື​ບໍ່ ເພື່ອ​ຈັດ​ການ​ເລືອກ​ຕັ້ງ​ເຫຼົ່າ​ນີ້​ ຮວມ​ທັງ​ ການ​ປ່ຽນ​ແປງ​ກົດ​ໝາຍ​ແລະນຳ​ໃຊ້​ການ​ຊ່ວຍ​ເຫຼືອ​ຂອງ​ຕ່າງ​ປະ​ເທດ ​ເພື່ອ​ຊ່ວຍ​ໃນ​ການ​ໃຊ້​ຈ່າຍ​ກ່ຽວ​ກັບ​ຂັ້ນ​ຕອນ​ດັ່ງ​ກ່າວ.

ທ່ານ​ກ່າວ​ວ່າ ທ່ານ​ຈະ​ລົງ​ສະ​ໝັກ​ເລືອກ​ເປັນ​ເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ສະ​ໄໝ​ທີ​ສອງ ຖ້າ​ການ​ປ່ອນ​ບັດ​ຫາກ​ມີ​ຂຶ້ນ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານດ​ມີ​ຕ​ຣີ ຄູ​ເລ​ບາ ກ່າວ​ໃນ​ວັນ​ທ້າຍ​ສັບ​ປະ​ດາ​ທີ່​ຜ່ານ​ມານີ້​ວ່າ ທ່ານ​ເຊ​ເລນ​ສ​ກີ​ພວມ​ຊັ່ງ​ຊາ​ເບິ່ງ​ຂໍ້​ດີ​ແລະ​ຂໍ້​ເສຍ ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ໃນ​ລະ​ຫວ່າງ​ທີ່​ເກີດ​ສົງ​ຄາມ.

XS
SM
MD
LG