ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການກວດລ້າງ Agent Orange ຫຼືຝົນ​ເຫຼືອງ ຊຶ່ງ​ຕົກ​ທອດ ​ມາ​ຈາກ ສົງຄາມຫວຽດນາມ


ເຈົ້າໜ້າທີ່ຂອງ ສະຫະລັດແລະຫວຽດນາມ ພ້ອມກັນບີບປຸ່ມ ເລີ້ມຕົ້ນ ເປີດໂຄງການກວດລ້າງ ຝົນເຫລືອງ ໃນ ຫວຽດນາມ.
ເຈົ້າໜ້າທີ່ຂອງ ສະຫະລັດແລະຫວຽດນາມ ພ້ອມກັນບີບປຸ່ມ ເລີ້ມຕົ້ນ ເປີດໂຄງການກວດລ້າງ ຝົນເຫລືອງ ໃນ ຫວຽດນາມ.
ສະມາຊິກສະພາ​ສູງ ແລະ ສະພາຕ່ຳສະຫະລັດກຸ່ມ​ນຶ່ງ ​ທີ່​ໄປ​
ຢ້ຽມຢາມ​ຫວຽດນາມ ​ໄປ​ຢືນ​ຫຸ້ມ​ກັນ ​ເພື່ອ​ກົດປຸ່ມ ໃຫຍ່ປຸ່ມ​ນຶ່ງ ເພື່ອເລີ້ມຕົ້ນຂີດໝາຍຂັ້ນຕອນໃໝ່ ໃນການກວດລ້າງ ສານ
ເຄມີ ທີ່​ຖື​ວ່າ​ເປັນນຶ່ງໃນບັນດາມໍລະດົກທີ່ອັນຕະລາຍທີ່ສຸດທີ່
​ຕົກ​ທອດ​ມາ​ຈາກ ສົງຄາມຫວຽດນາມ ກໍຄື Agent Orange
ຫຼື ຝົນ​ເຫລືອງ.

ກອງທັບ​ສະຫະລັດ ​ໄດ້​ສີດ​ພົ່ນ ສານ​ເຄມີຂ້າ​ພືດທີ່​ວ່າ​ນີ້ ​ໃສ່ປ່າ​
ຂອງ​ຫວຽດນາມ ​ເພື່ອ​ທຳລາຍ​ຕົ້ນ​ໄມ້​ທັງຫຼາຍ ທີ່​ປົກ​ບັງ​ທະຫານ​
ຄອມ​ມິ​ວນິດ. ຜົນ​ກະທົບ​ທີ່​ບໍ່​ໄດ້​ເຈດ​ຕະນາ ​ແຕ່ເປັນ​ພິດ​ຮ້າຍ​ແຮງ​
ຂອງ​ສານ​ເຄມີ​ດັ່ງກ່າວ ​ຄື ສານພິດ​ດາຍ​ອ໊ອກຊິນ ​ໄດ້​ຖືກ​ເອົາ​ໄປ​ພົວພັນ​ກັບ​ໂຣຄາພະຍາດຫລາຍ​ຢ່າງ ​ເຊັ່ນ ​ໂຣ​ກ​ເບົາຫວານ ​ໂຣກມະ​ເຮັງ ​ແລະ ອາການ​ຜິດປົກກະຕິຂອງ​ເດັກ​ທາລົກ​ເກີດ​ໃໝ່.

ເຂດນຶ່ງ​ໃນ 28 ເຂດທີ່​ມີ ສານດາຍ​ອ໊ອກຊິນ ຫລາຍ​ທີ່​ສຸດ ຢູ່​ໃນຫວຽດ ນາມ ກໍຄື ຖານ​ທັບ​ອາກາດ ດານັງ ​ທີ່ໄດ້​ຖືກໃຊ້​ ເປັນ ບ່ອນ​ເກັບສານ​ Agent Orange. ​ໂຄງການ​ກຳຈັດ​ສານ​ດັ່ງກ່າວ ທີ່​ມີ​ມູນ​ຄ່າ 84 ລ້ານໂດ​ລາ ໄດ້ລົງມື​ຈັດ​ຕັ້ງ​ປະຕິບັດຢ່າງ​ເປັນ​ທາງ​ການ ​ໃນ​ປີ 2012 ​ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ລົບ​ລ້າງ​ສານ​ເຄມີ​ທີ່ເຈືອ​ປົນ​ຢູ່​ກັບດິນ​ນັ້ນອອກ​ ໃຫ້​ໝົດ​ສິ້ນ​ໄປ ​ໂດຍ​ການ​ອົບ​ດິນ​ ​ໃນ​ອຸ​ນຫະ​ພູມ​ສູງ.

ໂຄງສ້າງສຳລັບບັນຈຸດິນ ທີ່ມີຂະໜາດປະມານເທົ່າກັບເດີ່ນເຕະບານ.
ໂຄງສ້າງສຳລັບບັນຈຸດິນ ທີ່ມີຂະໜາດປະມານເທົ່າກັບເດີ່ນເຕະບານ.

ເອກ​ອັກຄະ​ລັດຖະທູດສະຫະລັດ ປະຈຳຫວຽດນາມ ທ່ານ David Shear ​ໄດ້ມີ​ຄວາມ​ເຫັນ ໃນພິທີດັ່ງ​ກ່າວ.

ທ່ານ David Shear ​ເວົ້າວ່າ:
“ພວກ​ເຮົາ​ ສ້າງ​ໂຄງສຳ​ລັບບັນຈຸດິນ ທີ່​ມີ​ຂະ​ນາດປະມານ​ເທົ່າ​ກັບ​ເດີ່ນ​ເຕະ​ບານ ແລ້ວ​ກໍ​ເອົາ​ດິນ​ທີ່​ມີ​ສານ​ເຄມີ​ດາຍ​ອ໊ອກຊິນ ​ເຈືອ​ປົນ​ຢູ່​ນັ້ນ ​ໃນ​ປະລິມານ 45 ພັນ​ແມັດ​ກ້ອນ
ມາ​ໃສ່….​ໂດຍເລີ້ມຕັ້ງ​ແຕ່​ມື້​ນີ້​ໄປ ດິນ​ຢູ່​ໃນ​ໂຄງ​ສ້າງ​ ຫຼື​ເຕົາ​ອົບ​ອັນນັ້ນ ກໍ​ຈະ​ຖືກ​ອົບ​ໃນ​ຄວາມ​ຮ້ອນ​ທີ່​ສູງທີ່​ສຸດ ​ເພື່ອ​ທຳລາຍ ສານດາຍ​ອ໊ອກຊິນ. ຫຼັງຈາກນັ້ນ ປະມານ 4 ​
ເດືອນ ດິນ​ດັ່ງ​ກ່າວກໍຈະ​ນຳ​ໄປ​ກວດເບິ່ງ ​ເພື່ອ​ຢືນຢັນ​ວ່າເປົ້າໝາ​ຍໂຄງການ​ລົບ​ລ້າງສານ​ເຄມີ​ນີ້ ​ເປັນ​ຜົນສຳ​ເລັດ.”


ສະມາຊິກສະພາສູງ Patrick Leahy ທີ່​ເປັນ​ຜູ້​ນຳພາຄະນະຜູ້​ແທນ​ ​ກ່າວ​ວ່າ ​ໂຄງການນີ້
ມີ 4 ​ເປົ້າໝາຍ ດ້ວຍ​ກັນ.

ທ່າ​ນ Patrick Leahy ​ເວົ້າວ່າ:
“​ເປົ້າ​ໝາຍ​ທີ​ນຶ່ງ ກໍ​ຄື ​ເພື່ອ​ລົບ​ລ້າງ​ ອັນຕະລາຍ​ຈາກສານດາຍ​ອ໊ອກຊິນ ຕໍ່​ປະຊາ
ຊົນທີ່​ອາໄສ​ຢູ່ໃນ​ເຂດ​ນີ້. ສອງ ​ເພື່ອ​ສະແດງໃຫ້​ເຫັນ​ວ່າ​ເປັນ​ເວລາ​ຫຼາຍປີ​ມາແລ້ວ ສະຫະລັດບໍ່​ໄດ້​ເມີນ​ເສີ​ຍ​ຕໍ່​ບັນຫາ​ນີ້ ພວກ​ເຮົາໄດ້ກັບ​ຄືນ​ມາ​ ແກ້​ໄຂມັນ. ສາມ
ປະ​ເທດ​ເຮົາ​ທັງ​ສອງ ສາມາດ​ຮ່ວມ​ມື​ກັນ​ໄດ້ ​ເພື່ອແກ້​ໄຂ​ບັນຫາ​ນຶ່ງ​ ຊຶ່ງໄດ້ກີດ​ກັ້ນການສ້າງສາ​ຍ​ພົວ ພັນໃຫ້​ດີ​ຂຶ້ນ ​ເປັນ​ເວລາຫຼາຍກວ່າ ​3 ທົດ​ສະ​ວັດ​ມາ​ແລ້ວ.
ສີ່ ​ເພື່ອ​ປັບ​ປຸງ​ການ​ບໍລິການໃຫ້​ແກ່ພວກປະຊາຊົນທີ່​ພິການ ບໍ່​ວ່າຍ້ອນ​ສາເຫດອັນ​
ໃດ​ກໍ​ຕາມ ລວມ​ເຖິງ​ກໍ​ລະ​ນີທີ່​ອາດເປັນ​ຜົນ​ສືບ​ເນື່ອງ ມາຈາ​ກສານ​ເຄມີ ​ Agent Orange ນັ້ນ ກໍ​ຕາມ.”


ການ​ປົວແປງ​ບາດ​ແຜຂອງ​ສົງຄາມ ​ແມ່ນ​ໄດ້​ເປັນ​ບັນຫາ​ສຳຄັນ ສຳລັບ ສອງ​ປະເທດ
ຕັ້ງ​ແຕ່ມີ​ການຜູກ​ສາຍ​ພົວພັນ​ທາງ​ການ​ທູດ ຂັ້ນ​ປົກກະຕິ​ ນຳ​ກັນ ເມື່ອເກືອ​ບ 2 ທົດ​ສະວັດ
ມາ​ແລ້ວ. ການກວດ​ລ້າງ​ທຳລາຍ ສານພິດ​ດັ່ງກ່າວ ໄດ້​ກາຍ​ມາເປັນ​ສັນ​ຍາ​ລັກຂອງ
ຄວາມ​ກ້າວໜ້າ​ໃນ ການ​ຮ່ວມ​ມືກັນ ລະຫວ່າງ​ລັດຖະບານ​ທັງ​ສອງ ອັນ​ເປັນເລື້ອງ​ນຶ່ງ
ທີ່​ເອກ​ອັກ​ຄະ​ລັດຖະທູດ ສະຫະລັດ ທ່ານ Shear ໄດ້​ກ່າວເຖິງ ໃນ​ຄຳ​ປາໄສໃນ​ພິທີ​ເປີດ​ໂຄງການນີ້.

ທ່ານ Shear ​ເວົ້າວ່າ:
“ປະ​ທາ​ນາ​ທິບໍດີ Obama ​ແລະ ປະ​ທາ​ນາ​ທິບໍດີ Sang ໄດ້ເປີດ ​ໂຄງການ​ພາຄີ
ຮອບດ້ານສະຫະລັດ-​ຫວຽດນາມ ​ໃນ​ລະດູ​ຮ້ອນ​ທີ່​ຜ່ານ​ມາ​ນີ້. ຂ້າພະ​ເຈົ້າຄິດ​ວ່າ
ບໍ່​ມີ​ອັນ​ໃດ​ທີ່ຈະເປັນ​ແບບຢ່າງຂອງມິດຕະ ພາບ ​ທີ່​ເຕີບ​ໃຫຍ່​ຂຶ້ນ​ນັບ​ມື້ ຂອງ​ພວກ​
ເຮົາ ດີ​ໄປກ​ວ່າ​ໂຄງການນີ້.”


ເວລາ​ນີ້ ກໍ​ກຳລັງມີ​ການ​ປະ​ເມີນ​ຜົນ​ກະທົບ​ ຕໍ່​ສະພາບ​ແວດ​ລ້ອມ​ ຢູ່​ທີ່ ຄ້າຍ​ທະຫານ​ອາກາດເກົ່າ​ອີກ​ແຫ່ງ​ນຶ່ງ ​ຢູ່ Bien Hoa.

ເຖິງ​ແມ່ນ​ວ່າ ສະຫະ​ລັດຈະສືບ​ຕໍ່ ​ທຸ້ມເທ​ທຶນ​ເຂົ້າ​ໃສ່ໂຄງການທຳລາຍ ສານພິດ Agent Orange ​ແລະ ຊ່ວຍ​ເຫຼືອພວກ​ຄົນທີ່ພິການ ​ໃນ​ຫວຽດນາມ ກໍ​ຕາມ ​ແຕ່ວໍ​ຊິງ​ຕັນ ກໍບໍ່​ເຄີຍຍອມ​ຮັບຜິດ ຕໍ່​ບັນຫາ​ສຸຂະ​ພາບ​ທີ່​ເກີດ​ຈາກ​ສານດາຍ​ອ໊ອກຊິນ.

ສາດສະດາຈານ Carl Thayer ຈາກ ມະຫາວິທະຍາ​ໄລ New South Wales ​ໃນ
ອອສ​ເຕຣ​ເລຍ ​ມີ​ຄວາມ​ເຫັນ ​ດັ່ງ​ນີ້:

ທ່ານ Thayer ​ເວົ້າວ່າ:
“ອາເມ​ຣິກາ ກຳລັງ​ພະຍາຍາມ ທີ່​ຈະ​ຫລີ​ກລ່ຽງ ກໍລະນີທີ່​ຈະ​ຕ້ອງ​ໄດ້ ຈ່າຍ​ຄ່າ​ຊົດ​
ເຊີຍ​ແບບນຶ່ງ​ຕໍ່​ນຶ່ງ ທັງຫຼາຍ ​ໂດຍໂຕ້​ແຍ້​ງວ່າ ​ພື້ນຖານ​ທາງ​ດ້ານ​ວິ​ທະ​ສາດ ແມ່ນ​
ບໍ່​ຈະແຈ້ງ ​ແບບ​ເວົ້າ​ວ່າ ທ່ານບໍ່​ມີ​ພື້ນຖານ ​ແລະທ່ານ​ກໍບໍ່​ຮູ້ກ່ຽວ​ກັບ ​ພັນທຸ​ກຳພວກ​ປະຊາຊົນ​ເຫລົ່າ​ນັ້ນ ວ່າ​ເປັນ ແນວ​ໃດ ​ໃນ​ເບື້ອງ​ຕົ້ນ. ຄຳ​ເວົ້າ​ເຫລົ່ານັ້ນ​ແຫລະ ຄື​
ສິ່ງທີ່​ທະນາຍຄວາມ ​ທີ່​ດີ​ ຈະນຳ​ມາ​ໃຊ້​ ໃນ​ການ​ໂຕ້​ແຍ້​ງ ​ໃນ​ສານ.”


ໃນປີ 2004 ​ຊາວຫວຽດນາມກຸ່ມນຶ່ງ ​ໄດ້​ຟ້ອງ​ຮ້ອງ ພວກບໍ​ລິ​ສັດ​ທີ່​ຜະລິດ​ສາ​ນ​ເຄມີ Agent Orange ​ຂຶ້ນສານ ຢູ່​ໃນສະຫະລັດ ​ແຕ່ວ່າ ຜູ້​ພິພາກສາ​ລັດ​ຖະບານ​ກາງ​ສະຫະ ລັດຄົນ​ນຶ່ງ ​ໄດ້​ຍົກ​ຟ້ອງ ​ໂດຍ​ອ້າງ​ເຫດຜົນ​ວ່າ ການ​ນຳ​ໃຊ້​ສານ​ເຄມີ​ເພື່ອ​ທຳລາຍໃບ​ໄມ້​ ບໍ່​ໄດ້​ລະ​ເມີດ​ຕໍ່ ກົດໝາຍ​ນາໆ​ຊາດ ​ໃນ​ເວລາ​ນັ້ນ.
XS
SM
MD
LG