ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ້າວວອລເຕີ ສະນ້ອຍ ອຸປະທະນາ ຊິງແຊ້ມຕີມວຍເອເຊຍ ທີ່ນະຄອນດູໄບ


ທ້າວວອລເຕີ ສະນ້ອບ ອຸປະທະນາ ແລະຄູເຝິກ ທ່ານຣໍໂນລ ຈີມມີ ຈູເນຍ (Rodanld Jimmy Jr.)
ທ້າວວອລເຕີ ສະນ້ອບ ອຸປະທະນາ ແລະຄູເຝິກ ທ່ານຣໍໂນລ ຈີມມີ ຈູເນຍ (Rodanld Jimmy Jr.)

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວຂອງວີໂອເອ ໃນແລງວັນ
ພະຫັດມື້ນີ້ ເຮົາຈະພາທ່ານ ໄປພົບກັບ ທ້າວວອລເຕີ ສະນ້ອຍ ອຸປະທະນາ ຄົນອາເມ
ຣິກັນ ເຊື້ອສາຍລາວ-ໄທ ອາຍຸ 35 ປີ ເກີດຢູ່ນະຄອນ ລອສແອລເຈີລິສ ສະຫະລັດອາ
ເມຣິກາ. ທ້າວວອລເຕີເປັນນັກມວຍສາກົນ ຊຶ່ງໃນປັດຈຸບັນນີ້ ກຳລັງເປັນຜູ້ຕາງໜ້າ
ໃຫ້ ສປປ ລາວ ເຂົ້າຮ່ວມແຂ່ງຂັນຕີມວຍອາຊຽນປະຈຳປີ ທີ່ນະຄອນດູໄບ ສະຫະລັດ
ອາຣັໍບເອເມີເຣັສ ຊຶ່ງກິ່ງສະຫວັນ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນ
ດັບຕໍ່ໄປ.

ທ້າວວອລເຕີ ສະນ້ອຍ ອຸປະທະນາ ແມ່ເປັນຄົນລາວ ພໍ່ເປັນຄົນໄທ ເກີດ ໃນປີ 1986
ຢູ່ນະຄອນລັອສແອລເຈີລິສ ລັດຄາລີຟໍເນຍ. ເວລາ ທ້າວວອລເຕີ ອາຍຸ 12 ປີ ເຕີບ
ໃຫຍ່ໄປໂຮງຮຽນ ປະປົນກັບພວກເດັກນ້ອຍຜີວຂາວ ຜີວດຳ ແລະສະແປນິສ. ທ້າວ
ວອລເຕີ ໄດ້ຖືກໝູ່ເດັກນ້ອຍເຫລົ່ານີ້ ລົບກວນ ເກາະຜິດ ຕີກັນຢູ່ເປັນປະຈຳເພາະວ່າ
ລາວເປັນຄົນເອເຊຍ ເຂົາເຈົ້າຢາກທ້າທາຍວ່າ ລາວ ຮູ້ກ່ຽວກັບກັງຟູ ແລະວິຊາປ້ອງ
ກັນໂຕ ຫຼືບໍ່.


ຍ້ອນການຖືກຮາວີຢູ່ເປັນປະຈຳ ນັບແຕ່ນັ້ນມາ ທ້າວວອລເຕີ ໄດ້ເລີ້ມມີຄວາມສົນໃຈ
ຢາກຮຽນຕີມວຍເພື່ອປ້ອງກັນໂຕ ແລະເພື່ອເປັນກິລາ ຈົນໄດ້ກາຍມາ ເປັນນັກມວຍ
ສະມັກຫລິ້ນ ພັອມທັງໄດ້ຮັບທຶນການສຶກສາຢູ່ມະຫາວິທະຍາໄລ ນໍເທີນມີຊິແກນ
(Northern Michigan University) ຈົບປະລິນຍາຕີ ຝ່າຍ ທຸລະກິດ ແລະຈົບປະລິນ
ຍາໂທຝ່າຍທຸລະກິດ ຈາກມະຫາວິທະຍາໄລປາຊິຟິກ ອາຊຸຊາ (Asuza Pacific
University) ຊຶ່ງປັດຈຸບັນນີ້ ທ້າວວອລເຕີ ເຮັດ ວຽກໃຫ້ແກ່ບໍລິສັດ K2 Promotion
ທີ່ສົ່ງເສີມບັນດານັກມວຍ ຊຶ່ງທ້າວວອລເຕີ ກ່າວສູ່ວີໂອເອ ຟັງດັ່ງນີ້:

ທ້າວວອລເຕີ ນັອກອາວ ຄູ່ແຂ່ງ
ທ້າວວອລເຕີ ນັອກອາວ ຄູ່ແຂ່ງ


ໃນໄລຍະຕໍ່ມາທ້າວວອລເຕີ ໄດ້ຊະນະການເປັນນັກມວຍສະໝັກຫຼິ້ນ ຂຶ້ນມາ ຕາມລໍ
າດັບຈົນເປັນນັກມວຍອາຊີບ. ປັດຈຸບັນນີ້ ທ້າວວອລເຕີຣ ກຳລັງເຂົ້າ ແຂ່ງຂັນຕີມວຍ
ເອົາແຊມປ້ຽນ ຢູ່ນະຄອນດູບາຍ ສະຫະລັດ ອາຣັບ ເອເມີ ເຣັສ ຕາງໜ້າໃຫ້ ສປປ
ລາວ ເປັນເທື່ອທຳອິດ ຊຶ່ງທ້າວວອລເຕີ ກ່າວວ່າ ລາວຖືໜັງສືເດີນທາງຂອງ ສປປ
ລາວ ເປັນຜູ້ຕາງໜ້າລາວແລະຕຽມເຂົ້າ ແຂ່ງຂັນກິລາໂອລິມປິກ ລະດູຮ້ອນ ທີ່ນະ
ຄອນໂຕກຽວ. ທ້າວວອລເຕີ ໄດ້ ກ່າວສະແດງຄວາມຂອບໃຈມາຍັງກະຊວງຕ່າງ
ປະເທດ ຄະນະກຳມະການ ໂອລິມປິກລາວ ສະຫະພັນມວຍລາວ ແລະລັດຖະບານ
ລາວ ຊຶ່ງທ້າວວອລເຕີ ໄດ້ກ່າວດັ່ງນີ້ :

ທ້າວວອລເຕີ ສະນ້ອຍ ອຸປະທະນາ ລາວ ໄທ ອາເມຣິກັນ ນັກມວຍຕາງໜ້າ ສປປ ລາວ
ທ້າວວອລເຕີ ສະນ້ອຍ ອຸປະທະນາ ລາວ ໄທ ອາເມຣິກັນ ນັກມວຍຕາງໜ້າ ສປປ ລາວ

ທ້າວວອລເຕີ ໄດ້ກ່າວວ່າ ລາວຈະທຳການຕີມວຍໄປອີກ 2 ປີ ແລ້ວກໍຈະ ຢຸດເຊົາ. ການ
ຕີມວຍເຖິງບໍ່ແມ່ນວິຊາອາຊີບເຕັມຢ່າງຖາວອນ ແຕ່ກໍເປັນ ກິດຈະການ ເຮັດໃຫ້ລາວຜັກ
ຜ່ອນ ແລະອອກກຳລັງກາຍ ຢ່າງນຶ່ງທີ່ເຮັດ ແທ້ທຳຈິງ ຈົນໄດ້ກ້າວຂຶ້ນມາສູ່ລະດັບຊາດ.
ນອກຈາກຕີມວຍແລ້ວ ທ້າວ ວອລເຕີ ຍັງເປັນອາສາສະໝັກກູ້ໄພ ຊ່ວຍຄົນຕິດພະຍາດ
ໂຄວິດຢູ່ໃນຄາ ລີຟໍເນຍ ສະຫະລັດອາເມຣິກາ ຊຶ່ງທ້າວວອລເຕີ ໄດ້ກ່າວມ້ວນທ້າຍດັ່ງນີ້

ທ້າວວອລເຕີ ອາສາສະໝັກກູ້ໄພ ທີ່ນະຄອນລອສແອນເຈີລິສ ສະຫະລັດອາເມຣິກາ
ທ້າວວອລເຕີ ອາສາສະໝັກກູ້ໄພ ທີ່ນະຄອນລອສແອນເຈີລິສ ສະຫະລັດອາເມຣິກາ

ປັດຈຸບັນນີ້ ທ້າວວອລເຕີ ຍັງແຂ່ງຂັນເອົາຄະແນນທີ່ຈະເຂົ້າໄປແຂ່ງຂັນກິລາ ໂອລິມປິກ
ລະດູຮ້ອນ ທີ່ນະຄອນໂຕກຽວ ຕາງໜ້າໃຫ້ແກ່ ສປປ ລາວ ແລະ ຈະກັບຄືນໄປປະເທດ
ລາວ ໃນເດືອນມິຖຸນາ ຈະມາເຖິງນີ້.

XS
SM
MD
LG