ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕະຫລາດຮຸ້ນເອເຊຍ ສ່ວນໃຫຍ່ແມ່ນພຸ້ງສູງຂຶ້ນ ມື້ນີ້ ຫລັງຈາກຕະຫລາດຮຸ້ນ ໃນນິວຢອກມີລາຄາ ສູງຂຶ້ນໜ້ອຍນຶ່ງ


ນັກຊື້ຂາຍຮຸ້ນຄົນນຶ່ງ ຈ້ອງເບິ່ງຈໍຄອມພີວເຕີ ຢູ່ໃກ້ກະດານຂ່າວ ທີ່ສະແດງບອກດັດຊະນີຂອງຕະຫລາດຮຸ້ນປະສົມຂອງເກົາຫລີໃຕ້ (KOSPI) (ຊ້າຍ) ແລະອັດຕາແລກປ່ຽນເງິນ ໂດລາກັບເງິນຕາຂອງເກົາຫລີໃຕ້ ຢູ່ນະຄອນຫລວງ ໂຊລ
ນັກຊື້ຂາຍຮຸ້ນຄົນນຶ່ງ ຈ້ອງເບິ່ງຈໍຄອມພີວເຕີ ຢູ່ໃກ້ກະດານຂ່າວ ທີ່ສະແດງບອກດັດຊະນີຂອງຕະຫລາດຮຸ້ນປະສົມຂອງເກົາຫລີໃຕ້ (KOSPI) (ຊ້າຍ) ແລະອັດຕາແລກປ່ຽນເງິນ ໂດລາກັບເງິນຕາຂອງເກົາຫລີໃຕ້ ຢູ່ນະຄອນຫລວງ ໂຊລ

ດັດຊະນີຮຸ້ນໃນຂົງເຂດເອເຊຍ ສ່ວນໃຫຍ່ແມ່ນພຸ້ງຕົວຂຶ້ນໃນວັນສຸກມື້ນີ້ ພາຍຫລັງທີ່ ມີການເພີ້ມຂຶ້ນໜ້ອຍນຶ່ງໃນຕະຫລາດຮຸ້ນນິວຢອກ ຫຼື (Wall Street ) ຂອງສະຫະລັດໃນວັນພະຫັດວານນີ້.

ນັກລົງທຶນ ຫວັງວ່າ ລັດຖະບານຂອງປະເທດຕ່າງໆ ແລະທະນາຄານກາງ ທັງຫລາຍຈະໃຫ້ການຊ່ວຍເຫລືອ ແກ່ເສດຖະກິດຂອງໂລກ ເພື່ອຊ່ວຍເຮັດ ໃຫ້ຫລີກລ້ຽງຈາກສະພາບທົດຖອຍຂອງໂລກຍ້ອນມີການລະບາດ ຂອງ ໄວຣັສໂຄໂຣນາໃນລະດັບໂລກ ທີ່ປາກົດວ່າເປັນຄວາມຮັບຜິດຊອບ ຢ່າງໜ້ອຍ ກໍເຮັດໃຫ້ການຕົກວູບລົງຂອງເສດຖະກິດຢຸດໄວ້ນັ້ນໄດ້ໜ້ອຍນຶ່ງ.

ຢູ່ໃນເກົາຫລີໃຕ້ນັ້ນ ຕະຫລາດຮຸ້ນເປີດຂຶ້ນໃນອັດຕາ 3.44 ເປີເຊັນ ສູງກວ່າ ອັດຕາຂອງວັນພະຫັດວານນີ້ ໂດຍທີ່ມີດັດຊະນີຂອງຕະຫລາດຮຸ້ນປະສົມຂອງ ເກົາຫລີໃຕ້ ທີ່ເປັນຫລັກຂີດໝາຍ ເພີ້ມຂຶ້ນ 50.19 ຈຸດ.

ຢູ່ໄຕ້ຫວັນນັ້ນ ຕະຫລາດຮຸ້ນຫລັກໄດ້ເພີ້ມຂຶ້ນ 5.46 ເປີເຊັນ ຫລື ຈາກ 474.03 ຈຸດ ໄປຮອດ 9155.37 ຈຸດ.

ສ່ວນໃນຮົງກົງນັ້ນ ດັດຊະນີຮຸ້ນ ຮາງເຊັງ ໄດ້ເລີ້ມຕົ້ນການຊື້ຂາຍຂຶ້ນຢູ່ທີ່ 438 ຈຸດ ໃນຂະນະທີ່ມີຂ່າວກ່ຽວກັບການຕິດແປດຂອງໄວຣັສໂຄໂຣນາ ແຜ່ມາຈາກ ຈີນເປັນມື້ທີສອງລຽນກັນ ແຕ່ວ່າກັບຫລຸດລົງ 900 ຈຸດ ຢູ່ໃນໄລຍະກາງ ຂອງການຊື້ຂາຍ ນັ້ນ.

ຢູ່ໃນຈີນນັ້ນ, ດັດຊະນີຮຸ້ນປະສົມຂອງຊຽງໄຮ້ ເພີ້ມຂຶ້ນເກືອບຮອດເຄິ່ງເປີເຊັນ ເທົ່ານັ້ນ. ສ່ວນຢູ່ໃນຍີ່ປຸ່ນ, ຕະຫລາດຮຸ້ນໂຕກຽວແມ່ນປິດໄວ້ ຍ້ອນເປັນວັນພັກ ທາງລາດຊະການ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG