ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປະທ້ວງ ຕະຫຼາດຄ້າຮຸ້ນ ທີ່ນະຄອນນິວຢອກ (ເບິ່ງວີດີໂອ)


ສ່ວນນຶ່ງຂອງພວກປະທ້ວງຕະຫຼາດຄ້າຮຸ້ນ ທີ່ນະຄອນນິວຢອກ (5 ຕຸລາ 2011)
ສ່ວນນຶ່ງຂອງພວກປະທ້ວງຕະຫຼາດຄ້າຮຸ້ນ ທີ່ນະຄອນນິວຢອກ (5 ຕຸລາ 2011)

ພວກເດີນຂະບວນຕໍ່ຕ້ານຕະຫຼາດຮຸ້ນຫຼື Wall Street ຊຶ່ງໄດ້ຮັບການສະໜັບສະໜຸນຈາກ
ກຸ່ມຈັດຕັ້ງແຮງງານໄດ້ພາກັນໂຮມຊຸມນຸມຄັ້ງໃຫຍ່ຢູ່ຄຸ້ມການເງິນໃນນະຄອນນິວຢອກ ເພື່ອ ປະທ້ວງຕໍ່ອັນທີ່ພວກເຂົາເຈົ້າເຫັນວ່າ ເປັນຄວາມບໍ່ສະເໝີພາບຢູ່ໃນເສດຖະກິດຂອງສະຫະ
ລັດ.

ສະຫະພັນກຳມະບານແລະພວກຈັດຕັ້ງປະຊາຄົມ ໄດ້ຮ່ວມກັນຈັດການປະທ້ວງຂຶ້ນໃນມື້ວັນ
ພຸດວານນີ້ ເພື່ອປະນາມການວ່າງງານ ອິດທິພົນທາງດ້ານການເງິນຂອງບໍລິສັດ ຢູ່ໃນການ
ເມືອງ ແລະການຊ່ອຍກອບກູ້ທະນາຄານໃຫຍ່ຂອງຕະຫຼາດຄ້າຮຸ້ນໃນປີ 2008. ສ່ວນຢູ່ໃນ
ເຂດອື່ນໆຂອງສະຫະລັດ ພວກນັກສຶກສາມະຫາວິທະຍາໄລຫຼາຍແຫ່ງໄດ້ພາກັນຍ່າງອອກ
ຈາກຫ້ອງຮຽນ ເພື່ອສະ​ແດງ​ຄວາມ​ເປັນ​ເອກ​ກະພາບ.

ພວກປະທ້ວງເວົ້າວ່າ ສະຫະລັດພວມກາຍເປັນປະເທດທີ່ປົກຄອງໂດຍພວກຊົນຊັ້ນຜູ້ນຳທາງ ດ້ານການເງິນຈຳນວນນ້ອຍໆ ແລະຊາວອະເມຣິກັນທັງໝົດຍົກເວັ້ນແຕ່ 1% ທໍ່ນັ້ນພວມປະ ເຊີນກັບຄວາມຍຸ່ງຍາກໃນການຊອກຫາວຽກການເຮັດຫຼືຈ່າຍຄ່າເຊົ່າເຮືອນ.

ຂະບວນການປະທ້ວງທີ່​ເອີ້ນ​ກັນ​ວ່າ “ຄອບ​ຄອງຕະຫຼາດຄ້າຮຸ້ນ” ນັ້ນໄດ້ເລີ່ມຂຶ້ນໃນວັນທີ 17
ກັນຍາຜ່ານມາໂດຍມີພວກປະທ້ວງຈຳນວນບໍ່ເທົ່າໃດສິບຄົນທໍ່ນັ້ນເຂົ້າຮ່ວມແລະນັບແຕ່ນັ້ນມາ
ກໍໄດ້ແຜ່ລາມ ໄປຍັງຫົວເມືອງຕ່າງໆ ເຊັ່ນນະຄອນ Los Angeles, San Francisco
ແລະ Seattle ເປັນຕົ້ນ.

ທີ່ນະຄອນນິວຢອກມີຫຼາຍກວ່າ 700 ຄົນໄດ້ຖືກຈັບໃນມື້ວັນເສົາແລ້ວເວລາພວກເຂົາເຈົ້າໄດ້
ອັດການຈະລາຈອນໄປມາເປັນເວລາຫຼາຍໆຊົ່ວໂມງ ທີ່ຂົວ Brooklyn. ສ່ວນໃຫຍ່​ແມ່ນ​ໄດ້ ຮັບໃບລະເມີດຄວາມເປັນລະບຽບຮຽບຮ້ອຍແລ້ວກໍ​ຖືກປ່ອຍ​ໄປ.

XS
SM
MD
LG