ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ອະດີດ ທີ່ປຶກສາ ປ. ທຣໍາ ສະເໜີ ຈະຮ່ວມມື ກັບ ຄະນະສືບສວນ ຂອງສະພາ


ເວລານັ້ນ ທ່ານ Michael Flynn (ກາງ) ເປັນທີປຶກສາ ຄວາມໝັ້ນຄົງແກ່ ທຳນຽບຂາວ.

ອະດີດ​ທີ່​ປຶກສາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງ​ປະທານາທິບໍດີ Donald Trump ທ່ານ
Michael Flynn ​ໄດ້​ສະ​ເໜີ ​ທີ່​ຈະ​ໃຫ້​ຄວາມ​ຮ່ວມ​ມື ​ກັບຄະນະ​ສືບສວນ ຂອງ​ລັດຖະ
ສະພາ ​ໃນ​ກວດກາ​ເບິ່ງ​ການ​ຕິດ​ຕໍ່​ລະຫວ່າງ​ທີ່ພວກທີ່​ປືກສາໃນການ ໂຄສະນາ​ຫາ
​ສຽງ​ຂອງ​ທ່ານ Trump ​ແລະຣັດ​ເຊຍ​ເວລາ​ໃດ​ທີ່​ທ່ານ Flynn ​ໄດ້​ຮັບ​ສິດ​ຄຸ້ມ​ກັນຈາກ
​ການ​ບໍ່​ຖືກ​ຈັບ.

Russian Election Meddling Tactics Exposed at Senate Hearing
please wait

No media source currently available

0:00 0:02:22 0:00

ໜັງ​ສື​ພິມ Wall Street ລາຍ​ງາ​ນ​ໃນວານ​ນີ້​ວ່າ ທ່ານ Flynn ກຳລັງ​ຢູ່​ໃນລະ ຫວ່າງ​
ການ​ເຈລະຈາ ​ໃນ​ຄວາມ​ພະຍາ​ຍາມ​ເພື່ອ​ໃຫ້​ໄດ້​ຮັບ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບ ສິດຄຸ້ມ​ກັນ​
ພິ​ເສດ ​ແຕ່​ວ່າ​ຍັງບໍ່​ມີ​ໃຜເຫັນ​ພ້ອມ ກັບເງື່ອນ​ໄຂຂອງ​ທ່ານ​ນັ້ນ​ເທື່ອ.

ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະລັດ ທ່ານ Sergey Kislyak.
ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະລັດ ທ່ານ Sergey Kislyak.

ທະນາຍຄວາມ ທ່ານ Flynn ຄື​ທ່ານ Robert Kelner ກ່າວ​ຢູ່​ໃນ​ຖະ​ແຫລ​ງ ການສະ
ບັບ​ນຶ່ງ ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ “ນາຍ​ພົນ Flynn ​ແນ່ນອນ ມີ​ເລື່ອງ​ທີ່ຈະ​ບອກ ​ແລະ​
ທ່ານ​ຕ້ອງການ​ຢາກ​ບອກ​ທີ່​ສຸດ ຖ້າ​ຫາກ​ສະພາບ​ການ​ອຳນວຍ​ໃຫ້. ພວກ​ເຮົາ​ຈະ​ບໍ່
​ກ່າວ​ຫຍັງ​ໃນປັດຈຸບັນ​ນີ້ ​ກ່ຽວ​ກັບ​ລາຍ​ລະອຽດ​ຂອງ​ການ​ຫາ ລືລະຫວ່າງທະນາຍ
ຄວາມ​ຂອງນາຍພົນ Flynn ​ແລະຄະນະ​ກຳມະການ​ສືບ​ລັບ​ສະພາ​ຕໍ່າ ​ແລະ​ສະພາ
​ສູງ ນອກ​ເໜືອ​ໄປຈາກ​ໃຫ້​ການ​ຢືນ​ຢັດ​ວ່າ ການຫາລື​ເຫຼົ່າ ນັ້ນໄດ້​ເກີດ​ຂຶ້ນ​ແທ້."

ທ່ານ Clinton Watts (ຂວາ) ຈາກສະຖາບັນຄົ້ນຄວ້າ ນະໂຍບາຍຕ່າງປະເທດ.
ທ່ານ Clinton Watts (ຂວາ) ຈາກສະຖາບັນຄົ້ນຄວ້າ ນະໂຍບາຍຕ່າງປະເທດ.

ທ່ານ Kelner ​ໄດ້​ກ່າວ​ຕໍ່​ໄປ​ອີກ​ວ່າ “ບໍ່​ມີ​ບຸກຄົນ​ທີ່​ມີ​ເຫ​ດຜົນ​ໃດໆ ຈະ​ຕອບ​ຄຳ​ຖາມ
​ກ່ຽວ​ກັບ​ເລື່ອງ​ທີ່​ມີ​ຄວາມ​ສຳຄັນສູງທາງ​ດ້ານ​ການ​ເມືອງ ​ໃນ​ສະພາບ​ທີ່​ຖືກ​ຕາມ​ລ່າ
​ໂດຍ​ປາດ​ສະ​ຈາກ​ການ​ຄໍ້າປະກັນ​ຕໍ່​ການ​ລົງ​ໂທດທີ່​ບໍ່​ທ່ຽງ​ທໍາ.”

ສະມາຊິກສະພາສູງ ພັກຣີພັລລິກັນ ທ່ານ Senator Marco Rubio.
ສະມາຊິກສະພາສູງ ພັກຣີພັລລິກັນ ທ່ານ Senator Marco Rubio.

ທ່ານ Flynn ນາຍ​ພົນ​ໂທ​ເບ້ຍ​ບຳນານ ​ໄດ້​ຖືກ​ບັງຄັບ​ໃຫ້​ລາ​ອອກ​ຈາກ​ການ​ເປັນ​ທີ່​ປຶກ
ສາ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງ​ທ່ານ Trump ຫລັງ​ຈາກ​ມີ​ການ​ເປີດ​ເຜີຍ​ວ່າ ທ່ານ​ບໍ່ ​ໄດ້​ບອກ
​ຄວາມ​ຈິງ​ກັບ​ຮອງ​ປະທານາທິບໍດີ Mike Pence ກ່ຽວ​ກັບ​ການ​ຕິດ​ຕໍ່​ຂອງ​ທ່ານ ກັບ
ເອກ​ອັກຄະ​ລັດຖະທູດຣັດ​ເຊຍ ທ່ານ Sergey Kislyak.

ສະມາຊິກສະພາສູງ ທ່ານ Richard Burr ພັກຣີພັບບລິກັນ ຈາກລັດ North Carolina.
ສະມາຊິກສະພາສູງ ທ່ານ Richard Burr ພັກຣີພັບບລິກັນ ຈາກລັດ North Carolina.

ຄະນະ​ກຳມະ​ການ​ສືບ​ລັບສະພາ​ຕໍ່າ ​ແລະ​ສະພາ​ສູງ ກຳລັງ​ກວດກາ​ເບິ່ງວ່າ​ມີ ສະມາ
ຊິກ​ໃດໆ​ຂອງ​ທ່ານ Trump ​ອາດ​ຈະ​ປະສານ​ງານ​ກັບ​ພວກ​ນັກ​ສືບຂອງ​ລັດ​ຖະບານ
ຣັດ​ເຊຍ ເພື່ອຊອກ​ຫາທາງ​ແຊກ​ແຊງ​ເຂົ້າ​ໃນການ​ເລືອກ​ຕັ້ງ​ປະທາ ນາທິບໍດີ​ໃນ​ປີ​
ກາ​ຍນີ້.

ປະທານຄະນະກຳມະການສຶບລັບ ສະພາຕໍ່າ ທ່ານ Devin Nunes ພັກຣີພັບບລິກັນ ຈາກລັດ California.
ປະທານຄະນະກຳມະການສຶບລັບ ສະພາຕໍ່າ ທ່ານ Devin Nunes ພັກຣີພັບບລິກັນ ຈາກລັດ California.

ບັນດາ​ຜູ້​ຊ່ຽວຊານ​ໄດ້​ກ່າວ​ຕໍ່ ຄະນະ​ກຳມະການ​ສືບ​ລັບ​ສະພາ​ສູງ​ ໃນ​ວັນ​ພະຫັດ​ວານ
​ນີ້​ວ່າ ຣັດ​ເຊຍ​ໄດ້ປະສົບ​ຄວາມ​ສຳ​ເລັດ​ໃນການ​ປຸກລະດົມ​ແບບທີ່​ບໍ່ເຄີຍມີ​ມາ​ກ່ອນ ​
ເພື່ອ​ແຊກ​ແຊງເຂົ້າ​ໃນການ​ສົນທະ​ນາທາງ​ການ​ເມືອງຂອງ​ອາ​ເມຣິກາ ລະຫວ່າງ​
ການ​ໂຄສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Senate Intell Russia
please wait
Embed

No media source currently available

0:00 0:00:59 0:00

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG