ຣັດເຊຍໄດ້ກ່າວຫານັກຂ່າວອາເມຣິກັນ ຈາກໜັງສືພິມ Wall Street Journal ວ່າ ເປັນສອດແນມ ໃນຄະດີທີ່ແນ່ນອນຈະສ້າງຄວາມເຄັ່ງຕຶງທາງດ້ານການທູດເພີ້ມຂຶ້ນກັບວໍຊິງຕັນ ກ່ຽວກັບສົງຄາມ ໃນຢູເຄຣນ ແລະມີທ່າທາງວ່າ ຈະສ້າງຄວາມໂດດດ່ຽວຕື່ມຂຶ້ນອີກຕໍ່ຣັດເຊຍ ອີງຕາມລາຍງານຂອງອົງການຂ່າວຣອຍເຕີ້.
ໜັງສືພິມ Wall Street Journal ໄດ້ປະຕິເສດ ຕໍ່ການກ່າວຫາຂອງຣັດເຊຍ ແລະ ທວງໃຫ້ປ່ອຍທ່ານເອແວນ ເກີສໂກວິຈ (Evan Gershkovitch) ນັກຂ່າວ “ທີ່ໜ້າເຊື່ອຖື ແລະອຸທິດຕົນ.” ຍັງບໍ່ມີຄຳຕອບໃດໆຈາກວໍຊິງຕັນເທື່ອ.
ທ່ານເກີສໂກວິຈ ອາຍຸ 31 ປີ ຊຶ່ງເຮັດວຽກເປັນນັກຂ່າວຢູ່ປະເທດຣັດເຊຍມາໄດ້ 6 ປີແລ້ວ ແມ່ນຄົນອາເມຣິກັນທີ່ສຳຄັນຜູ້ນຶ່ງ ທີ່ໄດ້ຖືກຈັບຢູ່ທີ່ນັ້ນ ນັບແຕ່ນັກກິລາບານບ້ວງ ບຣິສນີ ກຣາຍເນີ ທີ່ໄດ້ຖືກປ່ອຍໃນເດືອນທັນວາປີກາຍຫຼັງຈາກໄດ້ຖືກຄຸກເປັນເວລາ 10 ເດືອນ ໃນຂໍ້ຫາຢາເສບຕິດ.
ອົງການ FSB ກ່າວວ່າ ຕົນໄດ້ຈັບກຸມທ່ານເກີສໂກວິຈ ທີ່ເມືອງເຢກາເຕຣິນເບີກໃນເຂດອຸດສາຫະກຳຢູຣາລ “ໃນຖານສົງໄສທຳການສອດແນມໃຫ້ສຳລັບຜົນປະໂຫຍດຂອງລັດຖະບານອາເມຣິກັນ ໂດຍເກັບກຳຂໍ້ມູນ ກ່ຽວກັບ “ນຶ່ງໃນອຸດສາຫະກຳຂະໜາດໃຫຍ່ທາງທະຫານຂອງຣັດເຊຍ” ທີ່ບໍ່ໄດ້ລະບຸວ່າແມ່ນຫຍັງ.