ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນັກ​ຂ່າວ​ໜັງ​ສື​ພິມ Wall Street Journal ຖືກ​ຄວບ​ຄຸມ​ຕົວ ​ໃນ ຣັດ​ເຊຍ ກ່ຽວ​ກັບ ການ​ສົງ​ໄສ​ ຈາ​ລະ​ກຳ


ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ໃກ້​ວັງ​ເຄ​ຣັມ​ລິນ ແລະ ໂບດວິ​ຫານ ເຊັ້ນ ບາ​ຊິ​ລ​ສ໌, ໃຈ​ກາງ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 22 ກຸມ​ພາ 2022.
ແມ່​ຍິງ​ຄົນ​ນຶ່ງ​ຍ່າງ​ໃກ້​ວັງ​ເຄ​ຣັມ​ລິນ ແລະ ໂບດວິ​ຫານ ເຊັ້ນ ບາ​ຊິ​ລ​ສ໌, ໃຈ​ກາງ​ນະ​ຄອນຫຼວງ ມົ​ສ​ກູ, ຣັດ​ເຊຍ, 22 ກຸມ​ພາ 2022.

ອົງ​ການ​ບໍ​ລິ​ການ​ດ້ານ​ຄວາມ​ປອດ​ໄພ FSB ຂອງ​ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ພະ​ຫັດ​ມື້ນີ້​ວ່າ ນັກ​ຂ່າວ​ຄົນ​ນຶ່ງ​ຈາກ​ໜັງ​ສື​ພິມ Wall Street Journal ຂອງ ສະ​ຫະ​ລັດ, ທ່ານ ເອ​ແວນ ເກີ​ສ​ໂກວິ​ຈ, ຖືກ​ຈັບ​ຢູ່​ເຂດ​ພູ ຢູ​ຣາ​ລ ຂອງເມືອງ ເຢ​ກາ​ເຕ​ຣິນ​ເບີກ ໃນ​ການ​ສົງ​ໄສ ກ່ຽວ​ກັບ ​ການຈາ​ລະ​ກຳ, ອີງ​ຕາມ​ການ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ Interfax.

ໃນ​ຖະ​ແຫຼງ​ຂ່າວ​ທີ່​ຖືກ​ກ່າວ​ຢ້ຳ​ໂດຍ​ອົງ​ການ​ຂ່າວ Interfax ນັ້ນ, ອົງ​ການ FSB ໄດ້​ກ່າວ​ວ່າ “ພວກ​ເຂົາໄດ້ “ຢຸດ​ກິດ​ຈະ​ກຳ​ທີ່​ຜິດ​ກົດ​ໝາຍ​ຂອງ​ຄົນ​ສັນ​ຊາດ ສະ​ຫະ​ລັດ ທ່ານ ເກີ​ສ​ໂກວິ​ຈ ເອ​ແວນ, ເກີດ​ໃນ​ປີ 1991, ນັກ​ຂ່າວ​ຂອງ​ໜັງ​ສື​ພິມ​ອາ​ເມ​ຣິ​ກັນ Wall Street Journal ທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນຫຼວງ ມົ​ສ​ກູ, ເຊິ່ງ​ໄດ້​ຮັບ​ໃບ​ອະ​ນຸ​ຍາດ ຢູ່​ກະ​ຊວງ​ການ​ຕ່າງໆ​ປະ​ເທດ ຣັດ​ເຊຍ, ຜູ້​ທີ່​ຖືກ​ສົງ​ໄສ ກ່ຽວ​ກັບ ການ​ສອດ​ແນມ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລັດ​ຖະ​ບານ ອາ​ເມ​ຣິ​ກັນ.”

ໜັງ​ສື​ພິມ​ດັ່ງ​ກ່າວ ​ແມ່ນບໍ່​ໄດ້​ອອກ​ມາ​ໃຫ້​ຄຳ​ເຫັນ​ໃນ​ທັນ​ທີ.

ຖະ​ແຫຼງ​ການ​ໄດ້​ກ່າວ​ວ່າ ທ່ານ ເກີ​ສ​ໂກວິ​ຈ ແມ່ນ​ຖືກມອບ​ໝາຍ​ວຽກ​ໃຫ້​ “ໂດຍ​ຝ່າຍ ອາ​ເມ​ຣິ​ກາ” ດ້ວຍ​ການ​ເຕົ້​ມ​ໂຮມ​ຂໍ້​ມູນ ກ່ຽວ​ກັບ “ກິດ​ຈະ​ກຳ​ຕ່າງ​ໆ​ຂອງ​ນຶ່ງ​ໃນ​ການປະ​ຕິ​ບັດ​ການ​ຂອງໜ່ວຍ​ກອງ​ທັບ-ປ້ອງ​ກັນ​ປະ​ເທດ.” ແຕ່ພວກ​ເຂົາ​ບໍ່​ໄດ້​ສະ​ແດງຫຼັກ​ຖານ​ໃດໆ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG