ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວອາເມຣິກັນ ທີ່ອາໄສຢູ່ໃນເມືອງວອລດຣອນ ລັດອາແຄນຊໍ ກ່າວວ່າ ໂຮງຮຽນປະຖົມ ບໍ່ໄດ້ບັງຄັບໃຫ້ ນັກຮຽນໃສ່ໜ້າກາກ


ເດັກນັກຮຽນຄົນນຶ່ງ ໃສ່ທັງໜ້າກາກພ້ອມກັບເຄື່ອງບັງໜ້າ ໃນຫ້ອງຮຽນຊັ້ນປະຖົມປີທີ 4 ທ່າມກາງການລະບາດຂອງພະຍາດ COVID-19 ຢູ່ທີ່ໂຮງຮຽນປະຖົມ ວໍຊິງຕັນ ໃນເມືອງລິນວູດ ລັດຄາລີຟໍເນຍ, ເມື່ອວັນທີ 12 ມັງກອນ 2022.
ເດັກນັກຮຽນຄົນນຶ່ງ ໃສ່ທັງໜ້າກາກພ້ອມກັບເຄື່ອງບັງໜ້າ ໃນຫ້ອງຮຽນຊັ້ນປະຖົມປີທີ 4 ທ່າມກາງການລະບາດຂອງພະຍາດ COVID-19 ຢູ່ທີ່ໂຮງຮຽນປະຖົມ ວໍຊິງຕັນ ໃນເມືອງລິນວູດ ລັດຄາລີຟໍເນຍ, ເມື່ອວັນທີ 12 ມັງກອນ 2022.

ເມືອງວອລດຣອນ ຂອງລັດອາແຄນຊໍ ຊຶ່ງເປັນເມືອງນ້ອຍໆ ໃນເຂດສກັອດ ຄາວຕີ ບ່ອນທີ່ທ່ານຄຳພັນ ປຣະເສີດ ຫຼື ຊື່ອາເມຣິກາ ຄືທ່ານຈິມ ເຊີຣ ໄດ້ຍົກຍ້າຍເຂົ້າມາຕັ້ງຖິ່ນຖ່ານ ຢູ່ທີ່ແຫ່ງນີ້ ຕັ້ງແຕ່ປີ 2003 ຈາກລັດຄາລີຟໍເນຍ ໄດ້ສັງເກດເຫັນວ່າ ຜູ້ບໍລິຫານໃຫຍ່ ຂອງໂຮງຮຽນປະຖົມ ວອລດຣອນ ອອກມາຕ້ອນຮັບພໍ່ແມ່ຂອງນັກຮຽນທຸກໆມື້ ແລະບໍ່ມີຜູ້ໃດເບິ່ງແຍງເລື້ອງຈະລາຈອນຂອງລົດລາທີ່ແລ່ນເຂົ້າມາເລີຍ ທ່ານຈຶ່ງຂໍເປັນອາສາສະໝັກຮັບຜິດຊອບເບິ່ງ ແຍງຈະລາຈອນໃຫ້ແກ່ໂຮງຮຽນຈົນເຖິງປັດຈຸບັນນີ້ ນອກຈາກນັ້ນ ທ່ານຍັງໄດ້ເປັນນາຍພາສາ ໃຫ້ແກ່ຜູ້ປົກຄອງຂອງນັກຮຽນຄອບຄົວຊາວລາວ ປະມານ 8 ຄອບຄົວ ຢູ່ໃນເມືອງນີ້ນຳດ້ວຍ. ໃນຂະນະທີ່ເມືອງຕ່າງໆທົ່ວສະຫະລັດ ກຳລັງພິຈາລະນາເລື້ອງການຍົກເລີກຂໍ້ບັງຄັບ ໃຫ້ນັກຮຽນທັງຫຼາຍ ໃສ່ໜ້າກາກເວລາເຂົ້າໂຮງຮຽນ ຊຶ່ງໄດ້ກາຍເປັນເລື້ອງ ທີ່ມີການຖົກຖຽງກັນ ລະຫວ່າງຜູ້ປົກຄອງຂອງພວກນັກຮຽນ ແລະຄະນະຮັບຜິດຊອບໂຮງຮຽນຫຼວງ ໃນແຕ່ລະເຂດປົກ ຄອງຂອງທ້ອງຖິ່ນໃຜລາວຢູ່ນັ້ນ ທ່ານຈິມ ກ່າວກ່ຽວກັບເລື້ອງນີ້ ຢູ່ທີ່ໂຮງຮຽນປະຖົມໃຫ້ວີໂອເອລາວ ຟັງວ່າ:

ດ້ວຍເຫດຜົນທີ່ເມືອງນີ້ເປັນເມືອງນ້ອຍພໍ່ແມ່ຜູ້ປົກຄອງຂອງນັກຮຽນທັງຫຼາຍ ບໍ່ມີຂໍ້ຄັດຂ້ອງກັບຫຼັກການຂອງໂຮງຮຽນຈຶ່ງບໍ່ຄ່ອຍມີບັນຫາໃດໆ ຕ່າງຈາກໂຮງຮຽນຫຼວງຢູ່ໃນຫົວເມືອງໃຫຍ່ ເຊັ່ນແຟຣແຟັກສ໌ຄາວຕີ ດັ່ງທີ່ວີໂອເອລາວ ໄດ້ລາຍງານໄປແລ້ວນັ້ນ ຊຶ່ງຜູ້ປົກຄອງລັດຄົນໃໝ່ ໄດ້ອອກຄຳສັ່ງໃຫ້ຍົກເລີກມາດຕະການບັງຄັບໃຫ້ໃສ່ໜ້າກາກຢູ່ພາຍໃນໂຮງຮຽນ ເຮັດໃຫ້ພະແນກສຶກສາຂອງເຂດແຟຣແຟັກສ໌ ຄາວຕີ ຟ້ອງຮ້ອງຕໍ່ຄຳສັ່ງຂອງຜູ້ປົກຄອງລັດ.

XS
SM
MD
LG