ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທຸກ​ຄົນລໍ​ຖ້າ ​ການ​ບຸກ​ໂຈມ​ຕີ ຂັ້ນ​ສຸດ​ທ້າຍ ຕໍ່​ດິນ​ແດນ ລັດ​ອິ​ສ​ລາມ


ເດັກ​ນ້ອຍ​ຄົນ​ນຶ່ງ ພວມ​ເບິ່ງ​ອອກ​ໄປ​ຂ້າງນອກ ຈາກ​ຫຼັງ​ລົດ​ບັນ​ທຸກ ໃກ້​ບ້ານ​ບາ​ກຸ​ສ ໃນ​ແຂວງເດຍ ແອ​ລ ຊົວ ຂອງ​ຊີ​ເຣຍ. (7 ມີ​ນາ 2019)
ເດັກ​ນ້ອຍ​ຄົນ​ນຶ່ງ ພວມ​ເບິ່ງ​ອອກ​ໄປ​ຂ້າງນອກ ຈາກ​ຫຼັງ​ລົດ​ບັນ​ທຸກ ໃກ້​ບ້ານ​ບາ​ກຸ​ສ ໃນ​ແຂວງເດຍ ແອ​ລ ຊົວ ຂອງ​ຊີ​ເຣຍ. (7 ມີ​ນາ 2019)

ນຶ່ງ​ອາ​ທິດ ຫຼັງ​ຈາກ​ກຳ​ລັງ​ທີ່​ໜຸນ​ຫຼັງ​ໂດຍສະ​ຫະ​ລັດໄດ້​ປະ​ກາດ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ
​ຂັ້ນ​ສຸດ​ທ້າຍ ​ຕໍ່​ດິນ​ແດນຂອງ​ກຸ່ມ​ລັດ​ອິ​ສ​ລາມຢູ່​ໃນ​ຊີ​ເຣຍ​ແລ້ວ ພວກ​ທະ​ຫານ​ຫຼື​ປະ​ເທດ
ຕ່າງໆ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ນັ້ນກໍ​ຍັງ​ບໍ່ມີ​ຄວາມ​ໝັ້ນ​ໃຈ​ກ່ຽວ​ກັບ​ເລື້ອງນີ້.

ໄຊ​ຊະ​ນະ​ຕໍ່​ທີ່​ໝັ້ນ​ແຫ່ງ​ສຸດ​ທ້າຍ​ຂອງ​ເຂດ​ທີ່​ປະ​ກາດ​ຕົນ​ເອງວ່າ​ເປັນ​ລັດ​ອິ​ສ​ລາມນັ້ນຍັງ​
ຖືກ​ເບິ່ງ​ກັນ​ວ່າ ເປັນ​ສິ່ງ​ທີ່​ຫຼີກ​ລຽງ​ບໍ່​ໄດ້​ ແມ່ນ​ຍັງ​ມີ​ການ​ຊັກ​ຊ້າ​ໃນຂະ​ນະ​ທີ່​ຄື້ນ​ຟອງ​ຂອງ​
ພວກ​ມະ​ນຸດ​ພາ​ກັນ​ຫລົບ​ໜີ​ຈາກດິນ​ແດນ ທີ່​ພວມ​ຫຼຸດ​ນ້ອຍ​ລົງ ທຸກ​ຂະ​ນະ ​ທີ່​ກຸ່ມ​ລັດ​ອິ​ສ​
ລາມເອີ້ນ​ວ່າ ເປັນ​ປະ​ເທດ​ຂອງ​ຕົນ​ນັ້ນ.

​ພວກ​ນັກ​ລົບ ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ທີ່​ຢູ່​ເທິງ​ລົດ​ທະ​ຫານ ໃກ້​ກັບ​ບ້ານ​ບາ​ກຸ​ສ
​ພວກ​ນັກ​ລົບ ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ທີ່​ຢູ່​ເທິງ​ລົດ​ທະ​ຫານ ໃກ້​ກັບ​ບ້ານ​ບາ​ກຸ​ສ

ຄວາມ​ຈິງ​ແລ້ວ ມີ​ພຽງ​ສິ່ງ​ດຽວ​ທີ່​ຜູ້​ຄົນ​ເກືອບ​ວ່າໝັ້ນ​ໃຈ ນັ້ນ​ກໍ​ຄື​ຈະ​ບໍ່​ມີ​ສິ່ງ​ໃດ​ຫຼົງ​ເຫຼືອ​ຢູ່​ເວ
​ລາ​ການ​ສູ້​ລົບ​ກັນ​ຂັ້ນ​ສຸດ​ທ້າຍ​ສິ້ນ​ສຸດ​ລົງ​ແລ້ວ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ທ່ານ​ນຶ່ງ ກ່າວ​ໃນ​ວັນ​ສຸກວານນີ້ ເຖິງ​ທ້າວ​ອາ​ບູ​ບາກ​ເກີ ອາ​ລແບັກ​
ແດດ​ດີ ທີ່​ໄດ້​ປະ​ກາດ​ຕົນ​ເອງ​ເປັນ​ຜູ້​ນຳ​ຂອງ​ກຸ່ມ​ລັດ​ອິ​ສ​ລາມນັ້ນ​ວ່າ “ພວກເຮົາ​ມີ​ຄວາມ
​ເຊື່ອ​ໝັ້ນ​ວ່າ ຄະ​ນະ​ນຳ​ພາ​ຍັງ​ບໍ່​ທັນ​ຖືກ​ທັບ​ມ້າງ​ເທື່ອຢູ່​ໃນ​ເຂດ​ນ້ອຍໆຊຶ່ງ​ໂດຍ​ພື້ນ​ຖານ​
ແລ້​ວ​ກໍ​ຄື​ຂຸມ​ນະ​ລົກ​ທີ່​ຍັງ​ເຫຼືອ​ຢູ່.”

ເດັກ​ນ້ອຍ​ນັ່ງ​ຢູ່​ຫຼັງ​ລົດ​ບັນ​ທຸກ ໃກ້​ກັບ​ບ້ານ​ບາ​ກຸ​ສ ໃນ​ແຂວງ​ເດຍ ແອ​ລ ຊົວ ຂອງ​ຊີ​ເຣຍ (7 ມີ​ນາ 2019)
ເດັກ​ນ້ອຍ​ນັ່ງ​ຢູ່​ຫຼັງ​ລົດ​ບັນ​ທຸກ ໃກ້​ກັບ​ບ້ານ​ບາ​ກຸ​ສ ໃນ​ແຂວງ​ເດຍ ແອ​ລ ຊົວ ຂອງ​ຊີ​ເຣຍ (7 ມີ​ນາ 2019)

ເຈົ້າ​ໜ້າ​ທີ່​ທ່ານນີ້ກ່າວເພີ້ມ​ຕື່ມ​ ໂດຍ​ເວົ້າ​ເຖິງ​ການ​ຫຼັ່ງ​ໄຫຼ​ໜີ​ຂອງ​ພວກ​ນັກ​ລົບ​ກຸ່ມ ​ລັດ​ອິ​ສ​
ລາມ ພວກ​ແມ່​ຍິງ​ແລະ​ເດັກ​ນ້ອຍ ຈາກບ້ານ​ບາ​ກຸ​ສ ​ຊຶ່ງ​ເປັນເຂດ​ທີ່​ໝັ້ນ​ນ້ອຍໆ ຢູ່​ໃນ​ພາກ
​ຕາ​ເວັນ​ອອກ​ສຽງ​ເໜືອຂອງ​ຊີ​ເຣຍ ໂດຍ​ເວົ້າ​ວ່າ “ພວກ​ເຮົ​າໄດ້​ຜິດ​ພາດ​ມາ​ໂດຍ​ຕະ​ຫຼອດ
ດັ່ງ​ດຽວ​ກັນ​ ກັບ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕຊີ​ເຣຍ​ ຊຶ່ງ​ເປັນ​ພາ​ຄີ ຂອງ​ພວກ​ເຮົາ ກ່ຽວ​ກັບ​ວ່າ​ມັນ
​ເປັນ​ເລື້ອງ​ໃຫຍ່​ຂະ​ໜາດ​ໃດ.”

ນັບ​ຕັ້ງ​ແຕ່ ​ເຈົ້າ​ໜ້າ​ທີ່​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ ໄດ້​ກະ​ປະ​ມານ​ໃນ​ທ້າຍ​ເດືອນ​ກຸມ​ພາ
ນັ້ນ​ວ່າ ມີ​ບໍ່​ຮອດ 1,000 ຄົນ​ ຢູ່​ໃນ​ບ້ານ​ບາ​ກຸ​ສ ຊຶ່ງ​ເປັນ​ປະ​ຊາ​ຄົມ​ຊາວນາ ທີ່​ຖືກ​ຖິ້ມ​ລະ
​ເບີດ​ໂຈມ​ຕີ​ຢ່າງ​ໜັກຕັ້ງ​ຢູ່​ແຄມ​ຝັ່ງ​ແມ່​ນ້ຳ​ຢູ​ເຟ​ຣ​ຕິ​ສ ແຕ່​ທຳ​ນຽບຫ້າ​ແຈ​ກະ​ວ່າ ມີ​ປະ​ມານ
20,000 ຄົນ ໄດ້​ຫລົບ​ໜີ​ໄປ​ແລ້ວ.

ການ​ກະ​ປະ​ມານ​ໃນ​ຂັ້ນ​ຕົ້ນ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ກຳ​ລັງ​ປະ​ຊາ​ທິປະ​ໄຕ​
ຊີ​ເຣຍແນະ​ໃຫ້​ເຫັນ​ວ່າຈຳ​ນວນ​ຂອງ​ຜູ້​ຄົນ​ທັງ​ໝົດ​ຢູ່​ຫັ້ນ ອາດ​ສູງກວ່ານັ້ນຫຼື​ບາງ​ທີ​ເກືອ
​ຮອດ 25,000 ຄົນ.

ທ່ານ​ເຮ​ດິນ ຮອ​ລ​ເດີ​ສັນ ຈາກ​ອົງ​ການ​ປະ​ສານ​ງານ​ດ້ານ​ມະ​ນຸ​ດ​ສະ​ທຳ​ຂອງ​ສະ​ຫະ​ປະ​
ຊາ​ຊາດທີ່​ນະ​ຄອນ​ຫຼ​ວງ​ດາ​ມາ​ສ​ກັ​ສ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ “ຈຳ​ນວນ​ພົນ​ລະ​ເຮືອນ​ທີ່​ອອກ​
ມາ​ຈາກ​ບ້ານ​ບາ​ກຸ​ສ ແມ່ນ​ລື່ນ​ຈຳ​ນວນ​ທີ່​ໄດ້​ຄາດ​ຄະ​ເນ​ໄວ້​ໂດຍ​ອົງກ​ານ​ມະ​ນຸດ​ສະ​ທຳ.”

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG