ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຄື່ອນໄຫວ​ກຸ່ມແວກເນີ ​ລົບ​ກວນປະສາດ ​ປະ​ເທດ​ບາລຕິກ ​ພາ​ໃຫ້​ມີ​ການ​ຂະ​ຫຍາຍ​ຫົວ​ຂໍ້​ກອງປະຊຸມສຸດຍອດເນໂຕ ກວ້າງອອກໄປຕື່ມ


ເລຂາທິການໃຫຍ່ອົງການ NATO ທ່ານເຈັນ ສະໂຕລເ​ຕັນເບີກ ຊ້າຍ ແລະ ນາຍົກລັດ​ຖະມົນຕີໂຮນ​ລັງ ທ່ານມາກ ຣຸດເຕ ຂວາ ຕ້ອນຮັບປະທານາທິບໍດີລີທົວເນຍ ທ່ານ ຈີຕານາສ ໂນເຊດາ ທີ່ນະຄອນເຮກ ເນເທີແລນ ວັນທີ 27 ມິຖຸນາ 2023.
ເລຂາທິການໃຫຍ່ອົງການ NATO ທ່ານເຈັນ ສະໂຕລເ​ຕັນເບີກ ຊ້າຍ ແລະ ນາຍົກລັດ​ຖະມົນຕີໂຮນ​ລັງ ທ່ານມາກ ຣຸດເຕ ຂວາ ຕ້ອນຮັບປະທານາທິບໍດີລີທົວເນຍ ທ່ານ ຈີຕານາສ ໂນເຊດາ ທີ່ນະຄອນເຮກ ເນເທີແລນ ວັນທີ 27 ມິຖຸນາ 2023.

ການ​ຕົກ​ຕຳ​ແໜ່ງ​ຂອງຫົວໜ້າ​ກຸ່ມ​ແວກນີ ທ່ານເຢບເກນີ ປຣິໂກຊິນ ​ໃນການກໍ່ກະບົດ ​ທີ່​ບໍ່​ປະ​ສົບ​ຜົ​ນ​ສຳ​ເລັດ ແລະລີ້ໄພ​ໄປຢູ່ເບລາຣຸດ ໄດ້​ພາ​ໃຫ້​ມີ​ການ​ຂະ​ຫຍາຍ​ຫົວ​ຂໍ້​ກວ້າງຂວາງອອກໄປກວ່າຢູເຄຣນ ໃນກອງປະຊຸມສຸດຍອດປະຈຳປີຂອງອົງການເນໂຕ ໃນວັນທີ 11 ຫາ 12 ກໍລະກົດນີ້.

ການພົບປະຈະມີຂຶ້ນຢູ່ວີລນຽ​ສ ນະຄອນຫລວງລີທົວເນຍ ພຽງແຕ່ 35 ກິໂລແມັດ ຫ່າງຈາກຊາຍແດນ​ຈາກຖານທັບໃໝ່ຂອງປຣິໂກຊິນ ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງຄວາມຮີບດ່ວນເພື່ອ​ເສີມ​ການປ້ອງກັນ​ຂອງ​ກຸ່ມພັນທະມິດ​ໃນ​ພາກຕາເວັນອອກ ແລະເພີ້ມການໃຊ້ຈ່າຍ​ດ້ານປ້ອງກັນ​ປະ​ເທດ.

ຍັງບໍ່ເປັນທີ່ແຈ່ມແຈ້ງ​ເທື່ອວ່າ ມີບັນດາສະມາຊິກທະຫານຮັບຈ້າງຂອງປຣິໂກຊິນຫລາຍປານໃດຈະຕິດຕາມທ່ານໄປເບລາຣຸດ ແຕ່ໄດ້ຄິດວ່າເຂົາເຈົ້າໄດ້ຕັ້ງຄ້າຍພຽງບໍ່ເທົ່າໃດຊົ່ວໂມງອອກໄປ ທີ່ເຮັດໃຫ້ລົບກວນປະສາດສຳ​ລັບບັນດາປະເທດ​ໃນ​ເຂດ​ທະ​ເລບາລຕິກ ເຊັນລິທົວເນຍ ແລະລັດເວຍ ພ້ອມທັງໂປແລນ. ເຂົາເຈົ້າທັງໝົດມີຊາຍແດນ​ຕິດກັບເບລາຣຸດ.

ລີທົວເນຍ ລັດເວຍ ແລະແອສໂທເນຍ ໄດ້ຮຽກຮ້ອງບັນດາສະມາຊິກອົງການເນໂຕເພີ້ມການໃຊ້​ຈ່າຍ​ດ້ານປ້ອງກັນປະ​ເທດ​.

“ຖ້າຫາກ​ກຸ່ມກນີສົ່ງພວກນັກຂ້າຄົນໄປຢູ່ໃນເບລາຣຸດ ບັນດາປະເທດເພື່ອນບ້ານທັງໝົດ ປະເຊີນໜ້າກັບອັນຕະລາຍໃນ​ການ​ບໍ່​ມີສະຖຽນລະພາບ​ຕື່ມ​ຂຶ້ນ” ປະທານາທິບໍດີລິທົວເນຍ ທ່ານຈີຕານາສ ໂນເຊດາ ໄດ້ກ່າວໃນວັນພຸດວ່າ “ພາຍໃຕ້​ສະ​ພາບການດັ່ງກ່າວ ການສະ​ກັດ​ກັ້ນ ແລະ​ການ​ປ້ອງ​ກັນ​ປະ​ເທດ​ໃນ​ອະ​ນາ​ຄົດ​ແມ່ນເປັນບູລິມະສິດສູງສຸດ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG