ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ເຄື່ອນ​ໄຫວ​ຂອງ​ກຸ່ມ ແວກ​ເນີ ເຮັດ​ໃຫ້​ເຂດ​ທະ​ເລ ບາ​ລ​ຕິກ ມີ​ຄວາມ​ກັງ​ວົນ


ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ, ຊ້າຍ, ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ເນ​ເທີ​ແລນ ທ່ານ ມາກ ຣັດ​, ຂວາ, ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ລິ​ທົວ​ເນຍ ທ່ານ ກີ​ຕາ​ນາ​ສ ນາວ​ເຊ​ດາ ໃນ​ນະ​ຄອນ ເຮັກ, ເນ​ເທີ​ແລນ, 27 ມິ​ຖຸ​ນາ 2023.
ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ NATO ທ່ານ ເຈັນ​ສ໌ ສ​ໂຕ​ລ​ເທັນ​ເບີກ, ຊ້າຍ, ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ເນ​ເທີ​ແລນ ທ່ານ ມາກ ຣັດ​, ຂວາ, ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ລິ​ທົວ​ເນຍ ທ່ານ ກີ​ຕາ​ນາ​ສ ນາວ​ເຊ​ດາ ໃນ​ນະ​ຄອນ ເຮັກ, ເນ​ເທີ​ແລນ, 27 ມິ​ຖຸ​ນາ 2023.

ຜົນ​ກະ​ທົບ​ຈາກ​ການ​ກໍ່​ກະ​ບົດ​ທີ່​ຖືກ​ຍົກ​ເລີກ​ຂອງ​ຫົວ​ໜ້າ​ກຸ່ມ​ແວກ​ເນີ ທ່ານ ເຢ​ຟ​ເກ​ນີ ປ​ຣີ​ໂກ​ຊິນ ແລະ ການໄປ​ລີ້​ໄພ ​ໃນ ເບ​ລາ​ຣຸ​ສ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ຂະ​ຫຍາຍ​ວາ​ລະ​ແຜນ​ການ​ປະ​ຊຸມ​ນອກເໜືອ ຢູ​ເຄ​ຣນ ໃນ​ການ​ເຈ​ລ​ະ​ຈາ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ປະ​ຈຳ​ປີ​ຂອງ​ອົງ​ການ​ NATO ໃນ​ວັນ​ທີ 11 ຫາ 12 ກໍ​ລະ​ກົດ​ນີ້.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ຖືກ​ຈັດ​ຂຶ້ນ​ໃນ​ນະ​ຄອນຫຼວງ ວິ​ລ​ນຽ​ສ ຂອງ​ປະ​ເທດ ລິ​ທົວ​ເນຍ, ພຽງ 35 ກິ​ໂລ​ແມັດ​ຫ່າງ​ຈາກ​ເຂດ​ຊາຍ​ແດນ​ຂອງ​ຖານ​ທີ່​ຢູ່ໃໝ່​ຂອງ​ທ່ານ ປ​ຣີ​ໂກ​ຊິນ, ເຊິ່ງ​ໄດ້​ເນັ້ນ​ຢ້ຳ​ເຖິງ​ຄວາມ​ຮີບ​ດ່ວນ​ເພື່ອ​ເສີມ​ຂະ​ຫຍາຍ​ການ​ປ້ອງ​ກັນ​ຢູ່​ກ້ຳ​ຕາ​ເວັນ​ອອກ​ຂອງ​ພັນ​ທະ​ມິດ​ນັ້ນ ແລະ ຂະ​ຫຍາຍ​ການ​ໃຊ້​ຈ່າຍ​ປ້ອງ​ກັນ​ປະ​ເທດ.

ມັນ​ຍັງ​ບໍ່​ທັນ​ຈະ​ຈ້າງວ່າ​ຈະ​ມີ​ສະ​ມາ​ຊິກ​ທະ​ຫານ​ຮັບ​ຈ້າງ​ຂອງ​ທ່ານ ປ​ຣີ​ຊິນ​ໂກ ມາ​ຢູ່ ເບ​ລາ​ຣຸ​ສ ກັບ​ລາວ​ຈັກ​ຄົນ, ແຕ່​ຄວາມ​ຄິດ ກ່ຽວ​ກັບ ເຂົາ​ເຈົ້າ​ຕັ້ງ​ຄ້າຍ​ຢູ່​ພຽງ​ສອງ​ສາມ​ຊົ່ວ​ໂມງ​ຫ່າງ​ອອກ​ໄປ​ແມ່ນ​ໄດ້​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ຕັ້ງ​ຢູ່​ເຂດ​ທະ​ເລ ບາ​ລ​ຕິກ​ຄື ລິ​ທົວ​ເນຍ ແລະ ລັດ​ເວຍ ພ້ອມ​ກັບ ໂປ​ແລນ ມີ​ຄວາມ​ກັງ​ວົນ. ທັງ​ສາມ​ປະ​ເທດ​ນັ້ນ​ມີ​ເຂດ​ຊາຍ​ແດນ​ຕິດ​ກັບ​ ເບ​ລາ​ຣຸ​ສ.

ລິ​ທົວ​ເນຍ ແລະ ລັດ​ເວຍ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ອົງ​ການ NATO ຂະ​ຫຍາຍ​ການ​ປ້ອງ​ກັນ​ຂອງ​ເຂົາ​ເຈົ້າ​ຢ່າງວ່ອງ​ໄວ, ໂດຍ​ກ່າວ​ຢ້ຳ​ເຖິງ​ຄວາມ​ໄວ​ທີ່ກອງ​ກຳ​ລັງ ແວກ​ເນີ ໄດ້​ເຄື່ອນ​ໄປ ມົ​ສ​ກູ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ລິ​ທົວ​ເນຍ ທ່ານ ກາ​ບ​ຣີ​ແອ​ລ​ລຽ​ສ ແລ​ນ​ສ​ເບີ​ກິ​ສ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ “ເຂດ​ຊາຍ​ແດນ​ຂອງ​ພວກ​ເຮົາ​ແມ່ນ​ຕັ້ງ​ຢູ່​ພຽງ​ສອງ​ສາມ​ຮ້ອຍ​ກິ​ໂລ​ແມັດ​ຫ່າງ​ຈາກ​ເຫດ​ການ​ນັ້ນ ສະ​ນັ້​ນ​ພວກ​ເຂົາ​ອາດ​ໃຊ້​ເວ​ລາ 8 ຫາ 10 ຊົ່ວ​ໂມງ​ທີ່​ຈະ​ປາ​ກົດ​ຕົວ​ໃນ​ທັນ​ທີ​ທັນ​ໃດ​ຢູ່​ບ່ອນ​ໃດ​ບ່ອນ​ນຶ່ງ​ໃນ ເບ​ລາ​ຣຸ​ສ ໃກ້​ກັບ ລິ​ທົວ​ເນຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG